Ad

Ad

6 August 2013

ການ​ຫລອກ​ລວງ​ເອົາ​ຊັບ​ຜ່ານ​ອິນ​ເຕີ​ເນັດ​ມີ​ແຜ່​ຫລາຍ



              ປັດຈຸບັນ ການ​ຕົວະ​ຍົວະ​ຫລອກ​ລວງ​ເພື່ອ​ຢັກ​ຢອກ​ເອົາ​ຊັບ​ສິນ​ຂອງ​ພົນລະ​ເມືອງ​ຂອງ​ກຸ່ມ​ຄົນ​ບໍ່​ດີ​ແມ່ນ​ມີ​ຫລາຍ​ຮູບ​ແບບ, ຫລາຍ​ວິທີ​ການ ມີ​ທັງ​ຕົວະ​ຍົວະ​ແບບ​ເຊິ່ງໜ້າ​ແລະບໍ່​ເຊິ່ງໜ້າ ​ແລະ ການ​ຕົວະ​ຍົວະ​ຫລອກ​ລວງ​ທີ່​ພວມ​ແຜ່​ຫລາຍ​ຢູ່​ໃນ​ສັງຄົມ​ຂະນະ​ນີ້​ແມ່ນ​ຜ່ານ​ລະບົບ​ອິນ​ເຕີ​ເນັດ ​ແລະ ​ເວັບ​ໄຊຕ່າງໆ​ທີ່​ກຸ່ມ​ຄົນ​ບໍ່​ດີ​ຈຳນວນ​ໜຶ່ງ​ເຮັດ​ຂຶ້ນ ​ໂດຍ​ຮູບ​ການ​ແຈກ​ໂຊກ​ຜ່ານ​ລະບົບ​ອິນ​ເຕີ​ເນັດ ​ເຊິ່ງຜ່ານ​ມາ​ພວກ​ເຮົາ​ມັກ​ຈະ​ໄດ້​ຍິນ​ຂ່າວ​ຈາກ​ປະ​ເທດ​ເພື່ອນ​ບ້ານ​ກ່ຽວ​ກັບ​ການ​ມ້າງ​ຂະ​ບວນ ການ​ຕົວະ​ຕົ້ມດັ່ງກ່າວ​ຫລາຍ​ເທື່ອ​ມາ​ແລ້ວ, ​ແຕ່​ຢູ່​ປະ​ເທດ​ເຮົາ​ກໍ​ເຫັນ​ວ່າ​ມີ​ຫລາຍ​ເຊັ່ນ​ດຽວ​ກັນ.ດັ່ງ​ເຈົ້າ ໜ້າ​ທີ່​ຕຳຫລວດ​ເສດຖະກິດ​​ໄດ້​ໃຫ້​ຮູ້​ວ່າ: ​ໃນ​ປີຜ່ານມາ ການ​ກໍ່​ອາດ ຊະຍາ​ກຳ​ຜ່ານ​ທາງ​ເອ​ເລັກ​ໂຕຣ ນິກ​ໄດ້​ເກີດ​ຂຶ້ນຢ່າງ​ຫລວງຫລາຍ ​ເຊິ່ງ​ໄດ້​ສ້າງ​ຄວາມ​ເສຍ​ຫາຍ​ຕໍ່​ຊັບ​ສິນ​ຂອງ​ພົນລະ​ເມືອງ​ບໍ່​ໜ້ອຍ ຄື​ມີ​ຄະດີ​ເກີດ​ຂຶ້ນ 9 ​ເລື່ອງ, ມີ​ຜົນ​ເສຍ​ຫາຍ 1,7 ລ້ານ​ກວ່າ​ໂດ​ລາ​ສະຫະ ລັດ ​ໂດຍ​ກຸ່ມ​ຄົນ​ບໍ່​ດີ​ໄດ້​ໃຊ້​ເຄື່ອງມື​ສື່ສານ​ປະ​ເພດ​ອິນ​ເຕີ​ເນັດ, ​ໂທລະ ສັບ, ​ໂທລະ​ສານ ​ແລະ ອື່ນໆ ​ເພື່ອ​ຫລອກ​ລວງ​ແອບ​ອ້າງ​ວ່າ​ເປັນ​ບໍ ລິສັດ​ມອບ​ໂຊກ​ຈາກ​ຕ່າງປະ​ເທດ​ທີ່​ຈະ​ມາ​ມອບ​ເງິນ​ໃຫ້ ​ເນື່ອງ​ຈາກ​ທ່ານ​ເປັນ​ຜູ້​ໂຊກ​ດີ​ຕ່າງໆ. ນອກ ຈາກ​ນີ້ ພວກ​ເຂົາ​ຍັງ​ປອມ​ແປງ​ໃບຢັ້ງຢືນ​ຖານະ​ການ​ເງິນ​ຢູ່​ຕາມ​ທະນາຄານ​ທີ່​ມີ​ຄວາມ​ໜ້າ​ເຊື່ອ​ຖື ​ເພື່ອ​ເປັນ​ສິ່ງ​ອ້າງ​ອີງ​ໃຫ້​ແກ່​ການ​ໂຄສະນາ​ຊວນ​ເຊື່ອ ​ເພື່ອ​ໃຫ້​ບຸກ ຄົນ​ອື່ນ​ຫລົງ​ເຊື່ອ ​ແລະ ມອບ​ເງິນ​ໃຫ້​ພວກ​ເຂົາ​​ໄປ​ໃນ​ທີ່​ສຸດ.

No comments:

Post a Comment