Ad

Ad

9 August 2013

ເສີມສັດທາໃຫ້ຄອງປາກກາ ( ຄໍລຳ ຈານແຍ່ )



ໂດຍ : ວິເສດ ສະແຫວງສຶກສາ
ເພື່ອນໆນັກອ່ານທີ່ຕິດຕາມໜັງສືພິມຢ່າງບໍ່ຂາດສາຍນັ້ນຄົງ ເປັນເອກະພາບກັບຈານແຍ່ວ່າ: ໃນປັດຈຸບັນບັນດາຄໍລຳ ສ່ອງ ແສງບັນຫາສັງຄົມໄດ້ເພີ່ມຄວາມຈຶກຈັກ ແລະ ຄຶກຄັກຂຶ້ນກວ່າເກົ່າ ຫລາຍທົບ. ເວົ້າໄດ້ວ່າລັກສະນະຕໍ່ສູ້ຂອງສື່ມວນ ຊົນລາວໃນຍຸກ ລະບອບປະຊາທິປະໄຕປະຊາຊົນ ເຊິ່ງມີໜໍ່ແໜງມາແຕ່ເຫິງແລ້ວ ນັ້ນ, ດຽວນີ້ໄດ້ແຕກກ້ານບານໃບ ແຜ່ລາມ ໄປທົ່ວບໍ່ວ່າຈະເປັນສື່ສິ່ງພິມ ກໍຄືສື່ເອເລັກໂຕຣນິກ. ຄໍລຳ “ຊ່ວຍຄິດ”, “ນາໆສາລະ” ແລະ ອື່ນໆ ໄດ້ຢືນຢູ່ແຖວໜ້າໃນການ ສ່ອງແສງບັນຫາຢ່າງສ້າງ ສັນ ແບບຕິກໍບໍ່ແມ່ນເພື່ອທຳລາຍ ບຸກຄົນ ແລະ ລວມໝູ່ໃຫ້ເສຍ ຫາຍ. ນອກນັ້ນ ກໍຍັງມີບົດທີ່ບໍ່ສັງ ກັດຄໍລຳ, ບໍ່ມີຊື່ແທ້ ຫລື ນາມ ປາກກາຂອງຜູ້ຂຽນ, ແຕ່ຫາກວິ ຈານບັນຫາເລິກເຊິ່ງເຖິງຕັບເຖິງບີ. ນີ້ລະຄືບັນຫາໜຶ່ງທີ່ຢາກຂໍ ຝອຍກັບເພື່ອນນັກອ່ານໃນຕອນ ທ້າຍຂອງບົດນີ້ຕາມສັງເກດ, ຄວາມຕໍ່ເນື່ອງ ແລະ ຄວາມເຂັ້ມ ຂຸ້ນຂອງການສ່ອງແສງບັນຫາ ນັ້ນມີຂຶ້ນຖີ່ລະຫວ່າງສອງ-ສາມ ເດືອນຜ່ານມານີ້ ໂດຍຫລາຍຄໍ ລຳໄດ້ສ່ອງແສງເລິກກວ່າໝູ່ກໍ ແມ່ນປາກົດການຫຍໍ້ທໍ້ສະພາບ ອືດອາດຊັກຊ້າໃນການພັດທະນາ ເສດຖະກິດ-ສັງຄົມ ແລະ ບັນຫາ ທີ່ຕ້ອງແກ້ໃນເສັ້ນທາງສາຍສື່ນັ້ນເອງ.
      ໃນຂົງເຂດການພັດທະນາ ເສດຖະກິດ-ສັງຄົມນັ້ນ ຈານແຍ່ ຍັງຈຳການສ່ອງແສງໃຫ້ສັງຄົມ ຊ່ວຍຄິດນຳກັນວ່າ: ສົມ ຄວນບໍ່ ທີ່ ຈະຈັດງານສະແດງເຟີນີເຈີ ຫລື ຜະລິດຕະພັນທີ່ເຮັດດ້ວຍໄມ້ທີ່ຕັດມາແຕ່ດົງໜາປ່າຕຶບໃນບັນຍາກາດວັນປູກຕົ້ນ
ໄມ້ແຫ່ງຊາດ ວັນ ທີ 1 ມິຖຸນາ. ຄຳຖາມນີ້ສຳຄັນຫລາຍ ເພາະມັນນຳໄປສູ່ການຊັ່ງຊາລະຫວ່າງຄຳເຫັນທີ່ວ່າ: ການຈັດງານສະ ແດງເຟີນີເຈີໃນວັນປູກຕົ້ນໄມ້ນັ້ນເໝາະສົມເພື່ອໃຫ້ສັງຄົມເຫັນຄວາມສຳຄັນຂອງອຸດສາຫະກຳໄມ້ທັງເປັນການກະຕຸກຊຸກຍູ້ ໃຫ້ເຫັນຄຸນຄ່າຂອງ ໄມ້ໃນຂະບວນການຄ້າ. ເມື່ອ ເຫັນຄວາມສຳຄັນຂອງປ່າແລ້ວ ທຸກຄົນກໍຈະພາກັນປູກປ່າ. ແຕ່ອີກຄຳ ເຫັນໜຶ່ງພັດບອກວ່າ: ເຟີນີເຈີລາຄາແພງໆເຮັດຈາກໄມ້ເນື້ອແຂງຊອກຍາກນັ້ນອາດຈູງໃຈ ໃຫ້ຄົນລັກລອບຕັດໄມ້ຫລາຍຂຶ້ນ ແລະ ວ່າໄມ້ທີ່ແປຮູບເປັນກຳໄລ ເປັນເງິນນັ້ນຈະບໍ່ຊ່ວຍສ້າງສະຕິ ຮັກປ່າໄດ້ເລີຍ. ມີບາງບົດຂຽນເວົ້າເລື່ອງປູກຕົ້ນໄມ້ໃສ່ ຂຸມເກົ່າ ແຕ່ລະປີ. ບົດທີ່ມີຄົນຕິດໃຈອ່ານ ອີກຈຳນວນໜຶ່ງນັ້ນໄດ້ຊີ້ໃຫ້ເຫັນປາກົດການລະເມີດກົດໝາຍ ແລະ ລະບຽບການ ເງິນຂອງບໍລິສັດ, ຜູ້ປະກອບການ ທັງພາກລັດ ແລະ ເອກະຊົນ, ແຕ່ພວກເຮົາຫາກແກ້ຫຍັງບໍ່ໄດ້ທັງໆທີ່ຮູ້ເຕັມເອິກວ່າຜູ້ລະ ເມີດແມ່ນໃຜຢູ່ໃສ ແລະ ກົດໝາຍກໍໄດ້ກຳນົດໄວ້ຄັກແນ່ວ່າຄວນໃຊ້ມາດຕະການແນວໃດແກ້. ມີບາງບົດເວົ້າເລື່ອງບໍລິ ສັດນາຍໜ້າມາຕົບເອິກຕີອາງວ່າຊິສ້າງຕຶກຊັບພະສິນຄ້າລ້ຳຍຸກໃຫຍ່ທີ່ສຸດ ແລະ ສູງເກືອບຈຸຟ້າ, ແຕ່ສຸດທ້າຍກໍປະໃຫ້ກາຍເປັນ ເສດເຫລັກຄ້າງເຕີງເຍີງທຳລາຍ ພາບພົດຂອງນະຄອນຫລວງ. ເວ ລາເລີ່ມໂຄງການນັ້ນ, ພວກນາຍໜ້າເຫລົ່ານີ້ຍາດກັນອອກ ມາຖະແຫລງແປງວາດຕໍ່ສື່, ແຕ່ແລ້ວກໍຫລິບເຂົ້າກີບເມກ, ເມື່ອວຽກບໍ່ໄປບໍ່ມາ. ນັກສື່ຂ່າວຂໍສຳພາດກໍບອກວ່າ: ຄາບໍ່ມີເວລາ. ງຶດຈົນຫົວຊິແຕກວ່າ: ນາຍໜ້າແບບນີ້ມັນຢູ່ເຍືອມາຮອດມື້ນີ້ແນວໃດ ?.
     ສຳລັບການວິຈານເລື່ອງບົດ ບາດບັນນາທິການ (ບ.ກ) ເນື້ອໃນ ການຂີດຂຽນ ແລະ ການໃຊ້ພາສາລາວແບບຜິດໆຜ້ຽນໆ ໃນວົງການສື່ນັ້ນ ອ່ານເທົ່າໃດແຮງຄັນໃຈເຊັ່ນ: ເລື່ອງ ບ.ກ ບາງຄົນທີ່ເອົາຕົນເປັນໄມ້ຫລາວັດແທກພາສາຂອງຄົນອື່ນ, ບັນຫາ ການຂຽນແບບນ້ຳຖ້ວມທົ່ງ, ການຂຽນແບບຫົວຊົນຝາ, ແຕ່ບໍ່ເຄີຍຊອກຫາທາງອອກ, ການຫລົງໄຫລໄຝ່ເພີນນຳຄຳສັບ ແປກໆຊອດກະຈາວ່າເປັນຄຳລາວລ້ຳຍຸກຈົນລືມຄຳສັບລາວທີ່ເຄີຍໃຊ້ມາ. ແຕ່ມີອັນໜຶ່ງທີ່ຈານແຍ່ຢາກເວົ້າຄືມີບາງບົດນັ້ນ ສ່ອງແສງດີ, ວິຈານຄັກ, ມີເຫດມີຜົນ, ແຕ່ພັດບໍ່ຍອມໃສ່ຊື່ ຫລື ນາມປາກກາຜູ້ຂຽນ, ເຮັດແນວນີ້ຊິໃຫ້ຄົນເຊື່ອໄດ້ຢ່າງ ແຈບ ໃຈແນວໃດ ? ຂຽນໃຫ້ຄົນອື່ນກ້າຫານຕຳນິສ່ອງແສງ, ແຕ່ຕົນເອງພັດບໍ່ກ້າຮອດໃສ່ຊື່. ຈານແຍ່ວ່າ: ບ.ກ ຄວນມີວິທີແກ້ໄຂ ບັນຫານີ້, ຖ້າຢາກເສີມສັດທາໃຫ້ຄອງປາກກາ.

No comments:

Post a Comment