ກອງປະຊຸມເຈົ້າໜ້າທີ່ອາວຸໂສກົດໝາຍອາຊຽນຄັ້ງທີ
15 ໄດ້ໄຂຂຶ້ນໃນວັນທີ 4-5 ທັນວານີ້, ຢູ່ໂຮງແຮມລາວພລາຊາ, ນະຄອນຫລວງວຽງຈັນ,
ພາຍໃຕ້ການເປັນປະທານຂອງທ່ານ ສຈ.ເກດກຽດຕິສັກ ລັດຖະມົນຕີຊ່ວຍວ່າການກະຊວງຍຸຕິທຳ
ລາວ, ມີບັນດາເຈົ້າໜ້າທີ່ອາວຸໂສກົດໝາຍຈາກປະເທດສະມາຊິກອາຊຽນເຂົ້າຮ່ວມ.
ທ່ານລັດຖະມົນຕີຊ່ວຍກະຊວງຍຸຕິທຳ ກ່າວວ່າ:
ກອງປະຊຸມຄັ້ງນີ້, ຈະໄດ້ຫາລືກ່ຽວກັບຄວາມຄືບໜ້າຂອງວຽກງານຕ່າງໆທີ່ໄດ້ປະຕິບັດຢ່າງຕໍ່ເນື່ອງເປັນຕົ້ນ:ການຊ່ວຍເຫລືອດ້ານກົດ
ໝາຍເຊິ່ງກັນ ແລະ ກັນໃນຄະດີອາຍາ, ສົນທິສັນຍາຕົວແບບວ່າດ້ວຍການສົ່ງຜູ້ຮ້າຍຂ້າມແດນ,
ການສ້າງຄວາມເຂັ້ມແຂງໃຫ້ແກ່ການຊ່ວຍເຫລືອເຊິ່ງກັນ ແລະ ກັນດ້ານກົດໝາຍແພ່ງ
ແລະການ ຄ້າລະຫວ່າງບັນດາປະເທດສະ
ມາຊິກ ແລະ ບັນຫາອື່ນໆທີ່ສຳຄັນ ຊຶ່ງກອງປະຊຸມຄັ້ງນີ້ຈັດຂຶ້ນໂດຍສືບຕໍ່ກອງປະຊຸມເຈົ້າໜ້າທີ່ອາວຸໂສກົດໝາຍອາຊຽນຄັ້ງທີ
14 ແລະ ການປະຕິບັດໜ້າທີ່ໆໄດ້ຮັບມອບໝາຍຈາກກອງປະຊຸມລັດຖະມົນ
ຕີກົດໝາຍອາຊຽນຄັ້ງ ທີ 9 ທີ່ຈັດຂຶ້ນຢູ່ ນະຄອນຫລວງພະນົມເປັນ,ຣາຊະອານາຈັກກຳປູເຈຍໃນປີ
2011 ຜ່ານມາຕື່ມອີກ.
No comments:
Post a Comment