ກະຊວງແຜນການ ແລະ ການລົງທຶນ ໃຫ້ຮູ້ວ່າ: ລັດຖະບານລາວພວມຕັ້ງໜ້າຜັນຂະຫຍາຍແຜນພັດທະນາເສດຖະກິດ-ສັງ
ຄົມແຫ່ງຊາດ 5 ປີ ຄັ້ງທີ VII (2011- 2015) ເພື່ອໃຫ້ບັນລຸເປົ້າ ໝາຍສະຫັດສະວັດໃນປີ
2015 ແລະ ຮັບປະກັນການພັດ ທະນາເສດຖະກິດ-ສັງຄົມໃນໄລຍະໃໝ່ ໂດຍເນັ້ນໃສ່ການພັດທະນາທີ່ຍືນຍົງ,
ກົມກຽວລະຫວ່າງການພັດ ທະນາເສດຖະ ກິດ, ວັດທະນະທຳ, ສັງຄົມ ແລະ ສິ່ງແວດລ້ອມ ໂດຍໃນນີ້
ສປປ ລາວ ໄດ້ວາງຄາດ ໝາຍຢ່າງຊັດເຈນໃນການກຳນົດອັດຕາການເຕີບໃຫຍ່ຂອງເສດ ຖະກິດສະເລ່ຍ
8% ຕໍ່ປີ ແລະ ມີຄວາມຕ້ອງການການລົງທຶນຢ່າງຕ່ຳ 32% ຂອງ GDP ຫລື ປະ ມານ 15,6 ຕື້ໂດລາສະຫະລັດ,
ໃນນັ້ນການລົງທຶນພາກເອກະຊົນມີມູນຄ່າປະມານ 8,9 ຕື້ໂດລາສະຫະລັດ ເທົ່າກັບ
56% ຂອງການລົງທຶນທັງໝົດ.
ເລີ່ມແຕ່ປີ 2011 ເປັນຕົ້ນມາ, ບັນດາລະບຽບການ
ແລະ ຂັ້ນ ຕອນການອະນຸມັດການລົງທຶນແມ່ນໄດ້ມີການປັບປຸງຕາມຄວາມຮຽກຮ້ອງຂອງພາກທຸລະກິດພາຍໃນ
ແລະ ຕ່າງປະເທດ ເພື່ອໃຫ້ການອະນຸມັດລົງທຶນມີຂັ້ນຕອນສັ້ນລົງ ແລະ ໄດ້ມີການແບ່ງວຽກຢ່າງຊັດເຈນຢູ່
3 ພາກ ສ່ວນ ຄືກະຊວງແຜນການ ແລະ ການລົງທຶນຮັບຜິດຊອບກິດຈະ ການສຳປະທານ,
ກະຊວງອຸດສາຫະກຳ ແລະ ການຄ້າຮັບຜິດຊອບກິດຈະການທົ່ວໄປ
ແລະ ຄະນະກຳມາທິການແຫ່ງຊາດລາວເພື່ອຄຸ້ມຄອງເຂດເສດ ຖະກິດພິເສດຮັບຜິດຊອບການພັດທະນາເຂດເສດຖະກິດພິເສດ
ແລະ ສະເພາະ ໂດຍໃນນີ້ບັນດາການລົງທຶນໃນກິດຈະກຳທົ່ວໄປແມ່ນສາມາດຂຶ້ນທະບຽນກັບພາກສ່ວນອຸດສາຫະກຳ
ແລະ ການຄ້າ ໂດຍບໍ່ຈຳເປັນຕ້ອງມີໃບອະນຸຍາດລົງ ທຶນຕ່າງປະເທດອີກຕໍ່ໄປ,
ການລົງທຶນທີ່ຕິດພັນນຳກິດຈະການສຳປະທານແມ່ນສາ ມາດນຳໃຊ້ການບໍລິການປະຕູດຽວຂອງພາກສ່ວນແຜນການ
ແລະ ການລົງທຶນ ເຊິ່ງມີບໍລິການຫລາຍຢ່າງເຊັ່ນ: ໃບອະນຸຍາດຕ່າງໆທີ່ຕິດພັນກັບການດຳເນີນທຸລະກິດ
ແລະ ວີຊາ. ພ້ອມນັ້ນ ຍັງເປັນຈຸດໃຈກາງໃນການສະ ໜອງຂໍ້ມູນ ແລະ ລະບຽບການໃໝ່ໃຫ້ແກ່ນັກທຸລະກິດທີ່ສົນໃຈອີກນຳ.
ນອກຈາກການລົງທຶນໃນ 2 ຂະແໜງດັ່ງກ່າວ, ນັກລົງ ທຶນຍັງມີທາງເລືອກລົງທຶນໃນເຂດເສດຖະກິດພິເສດທີ່ມີຫ້ອງ
ການປະຕູດຽວໃນການອະນຸມັດການລົງທຶນທີ່ສະດວກວ່ອງໄວ.
ນັບແຕ່ມີນະໂຍບາຍເປີດກວ້າງການລົງທຶນ,
ໂຕເລກການລົງທຶນໃນຂະແໜງຕ່າງໆໄດ້ເພີ່ມຂຶ້ນເປັນລຳດັບ, ໃນສົກປີ 2012 ມູນຄ່າການລົງທຶນບັນລຸ
2.889 ລ້ານໂດລາສະຫະລັດ ເຊິ່ງກວມເອົາການລົງທຶນໃນຂະແໜງບໍ່ແຮ່, ໄຟຟ້າ, ກະສິກຳ,
ອຸດສາຫະ ກຳ, ຄົມມະນາຄົມ ແລະ ທ່ອງທ່ຽວ. ນອກຈາກນີ້ ການສ້າງຕັ້ງ ປະຊາຄົມເສດຖະກິດອາຊຽນ
(ASEAN Economic Community (AEC)) ໃນປີ 2015 ທີ່ຈະມາຮອດນີ້ ແມ່ນຈະສ້າງກາ
ລະໂອກາດໃໝ່ທາງດ້ານເສດຖະ ກິດຂອງພາກພື້ນນີ້ ດ້ວຍການເປີດເສລີທາງການຄ້າ, ການລົງ
ທຶນ ແລະ ການເຄື່ອນຍ້າຍຂອງແຮງງານໃນຕະຫລາດທີ່ໃຫຍ່ເຖິງ 600 ລ້ານຄົນ ແມ່ນຈະເປັນການດຶງດູດ
ແລະ ຂະຫຍາຍການລົງທຶນ ແລະ ສະໜອງແຮງງານເຂົ້າໃນບັນດາອຸດສາຫະກຳປຸງແຕ່ງ ສາມາດສະໜອງໄດ້ຈາກແຮງງານໃນພາກພື້ນ
ບວກກັບແຮງງານລາວທີ່ຢູ່ຕ່າງປະເທດຕາມການເປີດກວ້າງໃນດ້ານລະ ບຽບການເຄື່ອນຍ້າຍແຮງງານຕາມຂອບການຮ່ວມມືຂອງອາຊຽນ.
ພ້ອມນີ້ ສປປ ລາວ ແມ່ນໄດ້ຮັບສິດທິພິເສດໃນການສົ່ງອອກໃຫ້ແກ່ບັນດາປະເທດທີ່ພັດ
ທະນາແລ້ວເຖິງ 40 ປະເທດ ແລະ ການເປັນສະມາຊິກອົງການການຄ້າໂລກ (WTO) ຈະເປີດໂອກາດໃຫ້ທຸລະກິດລາວໄດ້ມີການພົວພັນການຄ້າກັບ
174 ປະເທດສະມາ ຊິກອົງການການຄ້າໂລກນຳນຳ.
No comments:
Post a Comment