ເນື່ອງໃນໂອກາດວັນຊາດທີ 2 ທັນວາຄົບຮອບ
38 ປີ ແລະ ອີງຕາມລັດຖະທຳມະ ນູນແຫ່ງ ສປປ ລາວ ກ່ຽວກັບການຕົກລົງໃຫ້ອະໄພຍະໂທດ
ແລະ ໜັງສືສະເໜີໃຫ້ອະໄພຍະໂທດແກ່ນັກໂທດຜູ້ມີຄວາມກ້າວໜ້າ ແລະ ດີເດັ່ນໃນການດັດສ້າງຕົນເອງຕາມຄ້າຍຄຸມຂັງຕ່າງໆໃນຂອບເຂດທົ່ວປະເທດ.
ປະທານປະເທດ ແຫ່ງ ສປປ ລາວ ຈຶ່ງໄດ້ອອກລັດຖະດຳລັດອະໄພຍະໂທດປ່ອຍຕົວ ແລະ ຜ່ອນໂທດໃຫ້ນັກໂທດດັ່ງກ່າວຈຳນວນ
823 ຄົນ, ຍິງ 170 ຄົນ ໃນນີ້ມີຄົນຕ່າງປະເທດ 22 ຄົນ ໂດຍມີລາຍລະອຽດຄື:
ອະໄພຍະໂທດຫລຸດຜ່ອນໂທດ 607 ຄົນ, ຍິງ 129
ຄົນ, ຕ່າງປະເທດ 11 ຄົນ ໃນນີ້ຄະດີທົ່ວໄປມີ 142 ຄົນ, ຍິງ 5 ຄົນ, ຄະດີຢາເສບຕິດ
465 ຄົນ, ຍິງ 124 ຄົນ ໃນນີ້ມີຄົນຕ່າງປະເທດ 11 ຄົນ (ສັນຊາດຫວຽດນາມ 3 ຄົນ, ໄທ
6 ຄົນ, ມຽນມາ 1 ຄົນ, ກຳປູເຈຍ 1 ຄົນ) ແລະ ໃນນັ້ນ ສະເພາະຜ່ອນໂທດຢາເສບຕິດຈາກໂທດຕະຫລອດຊີວິດມາເປັນໂທດມີກຳນົດ
20 ປີ ຈຳນວນ 49 ຄົນ, ຍິງ 25 ຄົນ.
ອະໄພຍະໂທດປ່ອຍຕົວມີ 216 ຄົນ, ຍິງ 41 ຄົນ,
ຕ່າງປະເທດ 11 ຄົນ, ຄະດີທົ່ວໄປມີ 59 ຄົນ, ຍິງ 4 ຄົນ, ຄົນຕ່າງປະເທດ 7 ຄົນ (ໄທ
2 ຄົນ, ຈີນ 5 ຄົນ), ຄະດີຢາເສບຕິດມີ 157 ຄົນ, ຍິງ 37 ຄົນ, ຄົນຕ່າງ ປະເທດ 4 ຄົນ
(ໄທ 3 ຄົນ, ຈີນ 1 ຄົນ).
ດຳລັດດັ່ງກ່າວໄດ້ເນັ້ນໃຫ້ພາກສ່ວນກ່ຽວຂ້ອງໃຫ້ຈັດຕັ້ງ
ປະຕິບັດໃຫ້ຖືກຕ້ອງ ແລະ ທັນການ.
No comments:
Post a Comment