ເຈົ້າໜ້າທີ່ພາສີດ່ານສາກົນຂົວມິດຕະພາບ
I ໃຫ້ຮູ້ວ່າ: ສະ ພາບການລະເມີດລະບຽບພາສີຢູ່ດ່ານດັ່ງກ່າວແມ່ນມີຫລາຍສົມຄວນ
ເຊິ່ງເຫັນໄດ້ຈາກຄະດີທີ່ເກີດຂຶ້ນໃນໜຶ່ງປີຜ່ານມາມີ 2.966 ກໍລະນີ, ມູນຄ່າເສຍຫາຍ
38 ຕື້ກວ່າກີບ, ແກ້ໄຂໄດ້ 2.963 ກໍລະນີ, ມີມູນຄ່າປັບໄໝ 11 ຕື້ ກວ່າກີບ ແລະ
ຂາຍສິນຄ້າທີ່ຢຶດໄດ້ 78 ລ້ານກວ່າກີບ. ພົ້ນເດັ່ນແມ່ນຄະດີນຳເຂົ້າລົດມືສອງມີ
1.134 ກໍລະນີ, ນ້ຳມັນປົນເປື້ອນ ແລະນ້ຳມັນບໍ່ຖືກປະເພດມີ 7 ກໍລະນີ, ນຳເຂົ້າໄມ້
3 ກໍລະນີ, ພາຫະນະລົດໃຫຍ່ 2 ກໍ ລະນີ ແລະອື່ນໆ 1.820 ກໍລະນີ.
ເພື່ອໃຫ້ບັນຫາດັ່ງກ່າວຫລຸດໜ້ອຍລົງ, ໃນບົດສະຫລຸບປະ
ຈຳປີ 2012-2013 ແລະທິດ ທາງ ແຜນການໃນສົກປີ 2013- 2014 ຂອງດ່ານພາສີສາກົນຂົວມິດຕະພາບ
I ໄດ້ກຳນົດວ່າ: ຕ້ອງເລັ່ງສຶກສາອົບຮົມດ້ານການເມືອງແນວຄິດຂອງພະນັກງານໃຫ້ມີຄຸນສົມບັດສິນທຳປະຕິວັດ,
ມີຄວາມຮັບຜິດ ຊອບຕໍ່ໜ້າທີ່ວຽກງານ ແລະ ມີຄວາມປອດໃສ, ສືບຕໍ່ເຝິກອົບຮົມລະບຽບ
ກົດໝາຍກ່ຽວກັບການນຳເຂົ້າ-ສົ່ງອອກໃຫ້ຜູ້ປະກອບການມີຄວາມເຂົ້າໃຈສູງຂຶ້ນຕື່ມ
ເພື່ອເປັນເຈົ້າການໃນການກຳນົດມູນຄ່າແຈ້ງພາສີໃຫ້ມີຄວາມຈະແຈ້ງຖືກຕ້ອງກັບລາຄາຕົວຈິງຂອງສິນຄ້າທີ່ນຳເຂົ້າ-ສົ່ງອອກ,
ເຂັ້ມງວດໃນການກວດກາສິນຄ້າເຂົ້າ-ອອກດ່ານໃຫ້ມີຄວາມຈະ ແຈ້ງຮັດກຸມ, ປັບປຸງ
ແລະ ນຳໃຊ້ເຄື່ອງມືທີ່ທັນສະໄໝເຂົ້າໃນການຄຸ້ມຄອງວຽກງານພາສີໃຫ້ມີປະ
ສິດທິພາບ ແລະ ປະສິດທິຜົນ ເພື່ອແນໃສ່ອຳນວຍຄວາມສະດວກໃຫ້ແກ່ການນຳເຂົ້າ-ສົ່ງອອກສິນຄ້າ
ແລະ ສຳຄັນແມ່ນຕ້ອງເດັດຂາດປະຕິບັດລະບຽບວິໄນຕໍ່ພະນັກງານພາສີທີ່ລະເມີດລະບຽບກົດໝາຍໃນການປະຕິບັດໜ້າທີ່ຂອງຕົນ.
No comments:
Post a Comment