ເກມຢອດຫຼຽນແມ່ນເກມທີ່ບໍ່ຖືກຕ້ອງຕາມລະບຽບກົດໝາຍຂອງ
ສປປ ລາວ, ເປັນເກມທີ່ມີລັກຊະນະການພະນັນ, ເຮັດໃຫ້ໄວໜຸ່ມນັກຮຽນ-ນັກສຶກສາຕ້ອງ ຕົກ ເປັນທາດຂອງມັນ,
ທັງເປັນສາເຫດພາໃຫ້ເກີດປະກົດການຫຍໍ້ທໍ້ຕ່າງໆ ໃນສັງ ຄົມ, ໃນໄລຍະຜ່ານມາ, ບັນດາພາກສ່ວນກ່ຽວຂ້ອງໄດ້ເອົາໃຈໃສ່ແກ້ໄຂ
ແລະ ສະກັດກັ້ນ ບັນດາຮ້ານເກມທີ່ເຫັນວ່າເປີດໃຫ້ບໍລິການຜິດກົດໝາຍມາຫຼາຍຄັ້ງແຕ່ກໍຍັງມີກຸ່ມ ຄົນຈຳນວນໜຶ່ງຍັງ ສືບຕໍ່ເປີດຮ້ານເກມຜິດກົດໝາຍ,
ສ່ວນຫຼາຍແມ່ນຊາວຕ່າງ ປະເທດ, ໂດຍສະເພາະແມ່ນຮ້ານເກມຢອດຫຼຽນທີ່ຍັງເປີດມີລັກສະນະໂຫຼດໂຜນ,
ສ້າງຄວາມບໍ່ເປັນລະບຽບຮຽບຮ້ອຍໃຫ້ ແກ່ສັງຄົມເຊິ່ງຜູ້ທີ່ມາໃຊ້ບໍລິການສ່ວນຫຼາຍແມ່ນນັກຮຽນ,
ນັກສຶກສາເຖິງຈະຮູ້ແຕ່ ກໍຈະບໍ່ມີວິທີແກ້ໄຂແຕ່ຢ່າງໃດ.
ດັ່ງນັ້ນມັນເຖິງເວລາແລ້ວທີ່ຈະກຳຈັດຮ້ານເກມຜິດກົດໝາຍດັ່ງກ່າວ
ແລະ ທຸກຄົນທຸກພາກສ່ວນໃນສັງຄົມຕ້ອງ ເປັນ ເຈົ້າການແກ້ໄຂ ແລະ ສິ່ງສຳຄັນແມ່ນພໍ່ແມ່ຜູ້ປົກຄອງຕ້ອງໄດ້ເອົາໃຈໃສ່ຕິດຕາມສຶກສາອົບຮົບລູກຫຼານຂອງຕົນຢູ່
ສະເໝີ,
ໂດຍສະເພາະແມ່ນນັກຮຽນນັກສຶກສາ, ເພື່ອເຮັດແນວໃດບໍ່ໃຫ້ເຂົາເຈົ້າສວຍໂອກາດໄປມົວສຸມກັບການຫຼິ້ນເກມໃນເວລາ
ໄປຮຽນ ແລະ ສຳລັບຜູ້ປະກອບການອາຊີບນີ້, ກໍຕ້ອງໄດ້ມີການແກ້ໄຂເພື່ອຈະເປັນແບບຢ່າງໃຫ້ແກ່ຜູ້ອື່ນໆ,
ທັງເປັນ ການມີ ສ່ວນຮ່ວມໃນການກຳຈັດສິ່ງດັ່ງກ່າວໃຫ້ໝົດໄປ.
ຂ່າວໃຫ້ຮູ້ອີກວ່າເມື່ອມໍ່ໆມານີ້ເມືອງໄຊທານີໄດ້ຍຶດຕູ້ເກນຢອດຫຼຽນທີ່ຜິດກົດໝາຍຂອງຄົນຕ່າງປະເທດໄດ້
25 ຕູ້ ແລະ ໄດ້ຈູດທຳລາຍໄປແລ້ວ.
No comments:
Post a Comment