Ad

Ad

3 December 2013

ລາວ-ເເມກຊິກລົງນາມສັນຍາວ່າດ້ວຍການຍົກເວັ້ນວີຊາ



ພິທີເຊັນສັນຍາວ່າດ້ວຍການຍົກເວັ້ນວີຊາສຳລັບຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການລະຫວ່າ ລັດຖະ ບານ ສປປ ລາວ ແລະ ເມັກຊິໂກ ໄດ້ຈັດຂຶ້ນໃນວັນທີ 28 ພະຈິກ 2013 ຢູ່ກະຊວງການຕ່າງປະເທດໂດຍຕາງໜ້າໃຫ້ແກ່ລັດ ຖະບານ ລາວແມ່ນທ່ານ ບຸນເກີດ ສັງສົມສັກ ລັດຖະມົນຕີຊ່ວຍວ່າການຕ່າງປະເທດ ແລະ ຕາງໜ້າໃຫ້ລັດຖະບານເມັກຊິໂກ ໂດຍ ທ່ານ ຍອດ ເຊັນ ເອກອັກຄະລັດຖະທູດ ເມັກຊິໂກ ປະຈຳລາວ ຊຶ່ງມີສຳນັກງານຕັ້ງຢູ່ບາງກອກປະເທດໄທ.                   
              ການລົງນາມດັ່ງກ່າວ ແມ່ນຊີ້ໃຫ້ເຫັນຄວາມພະຍາຍາມຂອງທັງສອງ ຝ່າຍໃນການອຳ ນວຍຄວາມສະດວກໃຫ້ແກ່ການໄປມາຫາສູ່ຂອງປະຊາຊົນ ທັງ ສອງຊາດ, ຕະຫລອດຮອດການແລກປ່ຽນຄະນະຜູ້ແທນທັງສອງປະເທດ, ຊຶ່ງ ເປັນບາດກ້າວລິເລີ່ມອັນສຳຄັນໃຫ້ແກ່ການຊຸກຍູ້ການພົວພັນ ແລະ ຮ່ວມມືສອງຝ່າຍໃຫ້ມີບາດກ້າວໃໝ່ໃນອະນາຄົດໃຫ້ນັບ ມື້ນັບປະ ສົບຜົນສຳເລັດຍິ່ງຂຶ້ນ.                
         ສປປ ລາວ ແລະ ເມັກຊິໂກ ໄດ້ສ້າງສາຍພົວພັນການທູດນຳກັນ ໃນວັນທີ 29 ພະຈິກ 1976, ຕະຫລອດໄລຍະ ເວ ລາ 37 ປີ ຜ່ານມາ ສອງປະເທດໄດ້ມີສາຍ ພັວພັນມິດຕະພາບ ແລະ ການ ຮ່ວມມືທີ່ດີ ແລະ ເປັນປົກກະຕິນຳກັນຕະຫລອດ ມາ. 

No comments:

Post a Comment