Ad

Ad

3 December 2013

ຮອງນາຍົກລັດຖະມົນຕີ ອາຊາງ ລາວລີ ເນັ້ນໃຫ້ໂທລະພາບແຫ່ງຊາດຍົກສູງຄຸນນະພາບ ແລະ ທັນສະໄຫມ



        ທ່ານ​ຮອງ​ນາຍົກລັດຖະມົນຕີ ອາຊາ​ງ ລາວ​ລີ ​ໄດ້​ເນັ້ນໃຫ້ຄະນະອຳນວຍການ ແລະ ພະນັກງານສະຖານີໂທລະພາບ ແຫ່ງຊາດ ຈົ່ງເພີ່ມທະວີຍົກສູງຄຸນນະພາບ ຂອງຕົນໃຫ້ມີຄວາມທັນສະໄໝ ແລະ ມີເນື້ອໃນເລິກເຊິ່ງ ຫລາກຫລາຍກວ່າເກົ່າ ເພື່ອຕອບສະໜອງຄວາມຕ້ອງການດ້ານໜ້າທີ່ການເມືອງຂອງພັກ, ການພັດທະນາ ເສດຖະກິດ-ສັງຄົມ, ສ່ອງແສງເຖິງຄວາມ ມຸ່ງມາດປາດຖະໜາຂອງປະຊາຊົນ ກໍຄື ສັງຄົມໃນໄລຍະໃໝ່ ໃນໂອກາດທ່ານຮອງ​ນາຍົກລັດຖະມົນຕີໃຫ້​ກຽດ​ເຂົ້າຮ່ວມພິທີ​ສະ​ເຫລີ​ມສະຫລອງ​ວັນ​ສ້າງຕັ້ງສະຖານີ​ໂທລະພາບ​ແຫ່ງ​ຊາດຄົບຮອບ 30 ປີ (1 ທັນວາ 1983 - 1 ທັນວາ 2013) ຢູ່​ຫໍວັດ ທະນາທຳແຫ່ງຊາດ ​ໃນ​ວັນ​ທີ 29 ພະຈິກ​ຜ່ານ​ມາ ​ໂດຍ​ມີ​ທ່ານ ສາ​ສະ​ດາ ຈານ ດຣ. ບໍ່​ແສງ​ຄຳ ວົງ​ດາລາ ລັດຖະມົນຕີ​ວ່າການ​ກະຊວງ​ຖະ​ແຫລ​ງຂ່າວ, ວັດທະນະທຳ ​ແລະ ທ່ອງ​ທ່ຽວ, ພ້ອມ​ດ້ວຍ​ຜູ້ຕາງໜ້າ​ຈາກ​ອົງການ​ສື່​ຕ່າງໆ​ເຂົ້າຮ່ວມເປັນຈຳນວນ ຫລາຍ ແລະ ​ໃນ​ໂອກາດ​ນີ້, ທ່ານ​ຮອງນາຍົກລັດຖະມົນຕີ ອາຊາ​ງ ລາວ​ລີ ​ໄດ້​ກ່າວ​ສະ​ແດງ​ຄວາມ​ຍ້ອງຍໍ​ຊົມ​ເຊີຍ​ຕໍ່​ຄະນະ​ນຳ ​ແລະ ພະນັກງານລັດຖະກອນ​ໂທລະພາບ​ແຫ່ງ​ຊາດທີ່​ໄດ້​ເອົາ​ໃຈ​ໃສ່​ປະຕິບັດ​ໜ້າ​ທີ່​ການ​ເມືອງ​ຂອງ​ຕົນ​ດ້ວຍ​ຄວາມ​ຮັບຜິດຊອບ​
ສູງ ​ແລະ ມີ​ຜົນສຳ​ເລັດ​​​ຫລາຍ​ດ້ານ​, ​ໂດຍ​ສະ​ເພາະໄດ້​ປະກອບສ່ວນ​ໂຄສະນາ​ເຜີຍ​ແຜ່​ແນວທາງ​ນະ​ໂຍບາຍ​ຂອງ​ພັກ, ກົດໝາຍ​ຂອງ​ລັດ, ສ່ອງ​ແສງ​ຄວາມ​ມຸ່ງ​ມາດ​ປາຖະໜາ ​ແລະ ຂະ​ບວນການ​ເຄື່ອນ​ໄຫວຂອງ​ປະຊາຊົນ, ປຸກລະດົມ​ຂົນຂວາຍ​ຊັ້ນຄົນ​ຕ່າງໆເຂົ້າຮ່ວມ​ຈັດຕັ້ງປະຕິບັດ​ແຜນ​ພັດທະນາ​ເສດຖະກິດ-ສັງຄົມ​ໃນ​ແຕ່ລະ​ໄລຍະ, ສ່ອງ​ແສງ​ວຽກ​ດີ​ຄົນ​ເດັ່ນ, ຍົກ​ລະດັບ​ຄວາມ​ຮູ້​ຕ່າງໆ​ຂອງ​ປະຊາ​ຊົນ ປະກອບສ່ວນ​ຕ້ານ​ປາກົດການ​ ຫຍໍ້​ທໍ້​ ​ແລະ ຕອບ​ຕ້ານ​ການ​ໂຄສະ ນາ​ບິດ​ເບືອນ ​ແລະ ​ໃສ່​ຮ້າຍ​ປ້າຍ​ສີ​ຂອງ​ຄົນ​ບໍ່​ດີຕໍ່​ລະບອບ​ໃໝ່ ​ແລະ ຕໍ່​ແນວທາງ​ນະ​ໂຍບາຍ​ຂອງ​ພັກ​ເຮົາ​ໄດ້ເປັນ​ຢ່າງ​ດີຕະຫລອດມາ, ແຕ່ຄຽງ​ຄູ່​ກັບ​ຜົນງານ ​ແລະ ຈຸດ​ດີ​ກ່າວ​ມານັ້ນ ​ໂທລະພາບ​ແຫ່ງ​ຊາດ​ຍັງ​ມີ​ຂໍ້ຄົງຄ້າງ​ຈຳນວນ​ໜຶ່ງ​ທີ່​ຈະ​ຕ້ອງ​ໄດ້​ເອົາ​ໃຈ​ໃສ່​ປັບປຸງ​ແກ້​ໄຂ,​ໂດຍ​ສະ​ເພາະ​ແມ່ນ​ຄຸນ​ນະພາ​ບຂອງ​ລາຍການ​ຕ່າງໆ​ຍັງ​ບໍ່​ທັນ​ດີ​ເທົ່າ​ທີ່​ຄວນ, ບໍ່​ທັນ​ຕອບ​ສະໜອງ​ໄດ້​ຄວາມ​ຮຽກຮ້ອງ​ຕ້ອງການ​ຕົວ​ຈິງ​ຂອງ​ຍຸກ​ສະ​ໄໝເປັນຕົ້ນດ້ານ​ເຕັກນິກ, ​ເນື້ອ​ໃນ ​ແລະ ການ​ດຶງ​ດູດ​ຄວາມ​ສົນ​ໃຈຂອງຜູ້ເບິ່ງຜູ້ຊົມ. ການສະ​ເໜີ​ຂໍ້​ມູນ-ຂ່າວສານ​ຍັງ​ຈຳ ກັດ, ການ​ສ່ອງ​ແສງ​ສະພາບ​ຄວາມ​ເປັນ​ຈິງ​ທາງ​ດ້ານ​ເສດຖະກິດ ​ແລະ ຊີວິດ​ສັງຄົມ​ບໍ່​ທັນ​ເລິກ​ເຊິ່ງ, ການ​ໂຄສະນາ​ຕົວ​ແບບ ​ແລະ ບົດຮຽນ​ທີ່​ເປັນ​ປະ​ໂຫຍ​ດທີ່​ເກີດ​ຂຶ້ນ​ໃນ​ສະພາບ​ການ​ວຽກ​ງານ​ຕົວ​ຈິງ​ຂອງ​ສັງຄົມ​ຍັງ​ເຮັດ​ໄດ້​ໜ້ອຍ, ການ​ປັບປຸງ​ຍົກ​ລະ ດັບ​ພື້ນຖານ​ວັດຖຸ​ເຕັກ ນິກ ​ແລະ ການ​ກໍ່ສ້າງ​ຖັນ​ແຖວ​ພະນັກງານ​ວິຊາ​ການ​ກໍ​ຍັງ​ບໍ່​ທັນ​ສາມາດ​ຕອບ​ສະໜອງ​ກັບ​ການ​ຂະ ຫຍາຍຕົວ​ຂອງ​ວຽກ​ງານ. ການ​ໂຄສະນາ​ເຜີຍ​ແຜ່​ວັດທະນະ ທຳອັນ​ດີງາມ​ຂອງ​ຊາດ​ຍັງ​ເຮັດ​ບໍ່​ທັນ​ໄດ້​ດີ, ຖັນ​ແຖວ​ຊາວ​ໜຸ່ມ​ເຍົາ ວະ​ຊົນ​ຈຳນວນ​ໜຶ່ງ​ຍັງ​ບໍ່​ຮູ້ຈັກ​ທຳ ນຽມ, ປະ​ເພນີ ​ແລະ ວັດທະນະ ທຳອັນ​ດີງາມ​ຂອງ​ຊາດ, ຍັງ​ນິ ຍົມ​ຊົມ​ຊອບ​ແບບ​ແຜນການ​ດຳ ລົງ​ຊີວິດ​ຂອງ​ຊາດ​ອື່ນ. ສະນັ້ນ ​ເພື່ອສືບຕໍ່ເສີມຂະຫຍາຍມູນເຊື້ອ ທີ່ດີງາມຂອງຕົນ, ເພື່ອເຮັດຫລ້ອນໜ້າທີ່ການເມືອງທີ່ ໄດ້ຮັບມອບໝາຍຂໍຮຽກຮ້ອງມາຍັງຄະນະພັກຮາກຖານ, ຄະນະອຳນວຍການໂທລະພາບແຫ່ງຊາດພະນັກງານທຸກຄົນຈົ່ງ ອອກແຮງເຝິກຝົນຫລໍ່ຫລອມຄຸນທາດການເມືອງຄຸນສົມບັດສິນທຳປະຕິວັດ, ເພີ່ມທະວີຄວາມສາມັກຄີເປັນເອກະພາບພາຍ ໃນ, ຍົກສູງສະຕິລະວັງຕົວຕໍ່ກົນອຸບາຍທຳລາຍມ້າງເພຂອ ສັດຕູ ແລະ ພວກຄົນບໍ່ດີ; ເອົາໃຈໃສ່ສຶກສາອົບຮົມການເມືອງແນວ ຄິດຢ່າງເປັນປົກກະຕິ ແລະ ຕໍ່ເນື່ອງແນໃສ່ຮັບປະກັນໃຫ້ຖັນແຖວພະນັກງານ-ລັດຖະກອນນັກຂ່າວນັກຖ່າຍທຳ, ໂຄສົກພິທີ ກອນຜູ້ຈັດລາຍການທີ່ພວມປະຕິບັດໜ້າທີ່ບໍລິການຮັບໃຊ້ຢູ່ໜ່ວຍງານຕ່າງໆໄດ້ມີຄວາມຮັບຮູ້ເຊື່ອມຊຶມແນວທາງນະໂຍບາຍ ຂອງພັກ, ລະບຽບກົດໝາຍຂອງລັດ, ມີທັດສະນະຫລັກໝັ້ນການເມືອງທີ່ຖືກຕ້ອງ, ມີຄຸນສົມບັດທີ່ດີ, ມີທັດສະນະມະຫາ ຊົນຈິງໃຈປະກອບສ່ວນຮັບໃຊ້ທຸກໜ້າທີ່ວຽກງານໂດຍສະເພາະປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດຄາດໝາຍມະຕິ ກອງປະຊຸມໃຫຍ່ຄັ້ງທີ 9 ຂອງພັກວາງອອກຄືປັບປຸງຄຸນນະພາບຂອງລາຍການໂທລະພາບຢູ່ບັນດາແຂວງ ແລະ ຂະຫຍາຍເວ ລາອອກອາກາດຢ່າງໜ້ອຍໃຫ້ ໄດ້ 10 ຊົ່ວໂມງຕໍ່ມື້, ຂະ ຫຍາຍສະຖານີຮັບສົ່ງສັນຍານພາບໃຫ້ສາມາດກວມເອົາ 80% ຂອງ ເນື້ອທີ່ທົ່ວປະເທດ, ສືບຕໍ່ເອົາໃຈໃສ່ຍົກສູງຄຸນນະພາບວຽກງານໂທລະພາບໃຫ້ໄປຕາມທິດທັນສະໄໝ, ສ້າງໃຫ້ພາກຂ່າວ ແລະ ລາຍການຕ່າງໆກາຍເປັນເຄື່ອງມືອັນແຫລມຄົມໃນການໂຄສະນາເຜີຍແຜ່ແນວທາງນະໂຍບາຍຂອງພັກ ແລະ ກົດໝາຍ ຂອງລັດ, ສາມາດປຸກລະດົມຊຸກຍູ້ປະຊາຊົນບັນດາເຜົ່າປະກອບສ່ວນເຂົ້າໃນການປະຕິບັດພາລະກິດປ່ຽນແປງໃໝ່ກໍຄືພາລະ ກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ຕຳນິວິຈານບັນຫາຫຍໍ້ທໍ້ໃນສັງຄົມກໍຄືການພັດທະນາເສດຖະກິດ-ສັງ ຄົມຢ່າງສ້າງສັນ ແລະ ເປັນປະໂຫຍດ, ຕອບຕ້ານການໂຄສະນາບິດເບືອນ ແລະ ໃສ່ຮ້າຍປ້າຍສີຂອງຄົນບໍ່ດີຕໍ່ລະບອບໃໝ່ຕໍ່ ແນວທາງນະໂຍບາຍຂອງພັກເຮົາ, ເຮັດໃຫ້ວຽກງານໂທລະພາບເປັນກະບອກສຽງທີ່ແຫລມຄົມຂອງພັກ, ເປັນສາຍໄຍຜູກພັນ ລະຫວ່າງພັກກັບປະຊາຊົນ ແລະ ເປັນເວທີຂອງການເສີມຂະຫຍາຍປະຊາທິປະໄຕສິດເປັນ ເຈົ້າປະເທດຊາດຂອງປະຊາຊົນ ບັນດາເຜົ່າຢ່າງແທ້ຈິງ, ສືບຕໍ່ຈັດຕັ້ງປະຕິບັດມະຕິ 7 ສະໄໝທີ 8 ຂອງສູນກາງໃຫ້ໄດ້ດີ ກວ່າເກົ່າທັງນີ້ເພື່ອເປັນກຳລັງແຮງ ໃຫ້ແກ່ການເຄື່ອນໄຫວຜະລິດລາຍການ ແລະ ຫລຸດຜ່ອນການແບກຫາບຂອງລັດ. ສະເພາະແມ່ນການປະຕິບັດພາລະບົດ ບາດ, ສິດ ແລະ ໜ້າທີ່ຂອງໂທລະພາບໃຫ້ຖືກຕ້ອງ ແລະ ຄົບຖ້ວນ, ເອົາໃຈໃສ່ບຳລຸງຍົກລະດັບ ແລະ ກໍ່ສ້າງພະນັກງານໂທ ລະພາບໃຫ້ມີລະດັບຄວາມຮູ້ທາງດ້ານເຕັກນິກວິຊາການ, ມີຄວາມຫ້າວຫັນ, ເປັນເຈົ້າການ ແລະ ມີສະຕິຄວາມຮັບຜິດຊອບ ສູງຕໍ່ໜ້າທີ່ວຽກງານຂອງຕົນ, ເອົາໃຈໃສ່ວຽກງານກໍ່ສ້າງພື້ນຖານໂຄງລ່າງ, ການນຳໃຊ້ເຕັກນິກໃໝ່ທີ່ກ້າວໜ້າທັນສະໄໝຢ່າງ ເປັນລະບົບຄົບຊຸດສາມາດເຊື່ອມໂຍງດ້ານຂໍ້ມູນຂ່າວສານກັບສາກົນຢ່າງກົມກືນ ແລະ ສອດຄ່ອງ, ເພີ່ມທະວີການຮ່ວມມື ກັບປະເທດເພື່ອນມິດສາກົນເພື່ອພັດທະນາວຽກງານໂທລະພາບໃຫ້ເຂັ້ມແຂງຂຶ້ນເລື້ອຍໆ ແລະ ມີບາດກ້າວຫັນປ່ຽນໃໝ່ ຢ່າງໜັກແໜ້ນ, ເຮັດໃຫ້ໂທລະພາບຢູ່ປະເທດເຮົາກ້າວໜ້າທັນສະໄໝສົມກັບຄຳຂວັນຕັ້ງໄວ້ໂທລະພາບແຫ່ງຊາດລາວ “ແຫລ່ງຂ່າວ ສານຄວາມຮູ້ສາລະບັນເທີງຂອງທຸກຄົນ”.
             ໃນພິທີດັ່ງກ່າວ, ທ່ານຮອງນາຍົກລັດຖະມົນຕີ ອາຊາງ ລາວລີ ແລະ ທ່ານ ສຈ.ດຣ ບໍ່ແສງຄຳ ວົງດາລາ ລັດຖະ ມົນຕີ ວ່າການກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ໃຫ້ກຽດປະດັບຫລຽນ ແລະ ມອບໃບຍ້ອງໃຫ້ ແກ່ກົມກອງລວມໝູ່ ແລະ ບຸກຄົນທີ່ມີຜົນງານດີເດັ່ນໃນການປະກອບສ່ວນວຽກງານຂອງໂທລະພາບແຫ່ງຊາດໃນໄລຍະຜ່ານ ມາກໍຄືປະຈຸບັນລວມມີ:ຫລຽນໄຊອິດສະຫລະຊັ້ນ II ຈຳນວນ 2 ຄົນ ແລະ 1 ກົມກອງ, ຫລຽນໄຊອິດສະຫລະ ຊັ້ນ III ຈຳ ນວນ 6 ຄົນ; ຫລຽນໄຊ ແຮງງານຊັ້ນ I ມີ 28 ຄົນ ແລະ 1 ກົມກອງ, ຫລຽນໄຊແຮງງານ ຊັ້ນ II ມີ 19 ຄົນ ແລະ 3 ກົມ ກອງ; ຫລຽນໄຊແຮງງານຊັ້ນ III ມີ 29 ຄົນ ແລະ 3 ກົມກອງ; ຫລຽນກາ ແຮງງານ 50 ຄົນ ແລະ 13 ກົມກອງ;ຫລຽນໄຊ ມິດ ຕະພາບ 4 ຫລຽນ; ຫລຽນກາມິດ ຕະພາບ 1 ຫລຽນ. ພ້ອມດຽວກັນ ນີ້,ຜູ້ຕາງໜ້າໂທລະພາບແຫ່ງ ຊາດຫວຽດນາມ ກໍໄດ້ມອບ ຫລຽນໄຊເອກະລາດຊັ້ນ III ໃຫ້ ແກ່ໂທ ລະພາບແຫ່ງຊາດລາວ, ມອບຫລຽນກາມິດຕະພາບ ໃຫ້ 5 ພະແນກ ແລະ ໃບຍ້ອງຍໍ 3 ພະ ແນກ.ສ່ວນ ຫລຽນໄຊ ມິດຕະ ພາບແມ່ນໄດ້ມອບໃຫ້ທ່ານ ດຣ. ບຸນຈອມ ວົງເພັດ ຜູ້ອຳນວຍການ ໂທລະພາບແຫ່ງຊາດລາວ;ມອບ ຫລຽນກາມິດຕະພາບໃຫ້ 8 ຄົນ ແລະ ຫລຽນທີ່ລະນຶກ 23 ຄົນ.

No comments:

Post a Comment