ໃນຕອນບ່າຍວັນທີ 3 ສິງຫາ 2013 ນີ້
ຢູ່ທີ່ທຳ ນຽບປະທານປະເທດ, ທ່ານ ຈູມມາລີ ໄຊຍະສອນ ປະທານປະເທດ ແຫ່ງສາທາລະນະລັດປະຊາທິປະ ໄຕ
ປະຊາຊົນລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ຫວ່າງອີ້ (Wang Yi)
ລັດຖະມົນຕີ ວ່າການກະຊວງການຕ່າງ ປະເທດ ແຫ່ງ ສປ.ຈີນ ໃນ ໂອກາດເດີນທາງມາຢ້ຽມຢາມ ລາວ
ຢ່າງ ເປັນທາງການແຕ່ວັນທີ 2-3 ສິງຫາ 2013 ນີ້ ໂດຍຕອບສະໜອງຕາມຄຳເຊີນຂອງ ທ່ານ ດຣ.
ທອງລຸນ ສີສຸລິດ ຮອງນາຍົກລັດຖະມົນຕີ, ລັດຖະມົນ ຕີວ່າການກະຊວງການຕ່າງປະເທດຂອງລາວ.
ປະທານປະເທດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍຕໍ່ ທ່ານ ຫວ່າງອີ້
ທີ່ໄດ້ນຳພາຄະນະ ເດີນທາງມາຢ້ຽມ ຢາມ ສປປ ລາວ ຢ່າງເປັນທາງການໃນຄັ້ງນີ້ ຊຶ່ງເປັນການປະກອບສ່ວນສຳຄັນເຂົ້າໃນ
ການເພີ່ມທະວີຮັດແໜ້ນສາຍພົວພັນ ຮ່ວມມືສອງຝ່າຍລະຫວ່າງປະເທດລາວ-ຈີນ ບົນຈິດໃຈເປັນຄູ່ຮ່ວມມືຍຸດທະສາດຮອບດ້ານໃຫ້ມີບາດກ້າວຂະຫຍາຍຕົວ







