Ad

Ad

27 August 2014

ສານຕັດສີນຄູ່ຜົວເມຍຄ້າຢາເສບຕິດຈຳຄຸກ 6 ປີ



    ເມື່ອອາທິດຜ່ານມານີ, ສານ ປະຊາຊົນນະຄອນຫລວງວຽງຈັນ, ໄດ້ຕັດສີນລົງ ໂທດທ້າວສັນ ຕິສຸກ ອາຍຸ 26 ປີ ຢູ່ບ້ານຂຸນ ຕາທ່າ ແລະ ນາງ ຕູ່ ອາຍຸ 23 ປີຢູ່ ບ້ານສີໄຄທ່າ ເມືອງສີໂຄດຕະ ບອງ ນະຄອນຫລວງວຽງຈັນ, ທັງສອງແມ່ນຄຸ່ຜົວ ເມຍກັນ ໃຫ້ຈຳຄຸກຜູ້ລະ 6 ປີ, ພ້ອມປັບໃໝເງິນ 28 ລ້ານກີບ, ໂດຍທັງ ສອງຖືກ ເຈົ້າໜ້າທີ່ຈັບຕົວເມື່ອ ຕົ້ນປີ 2014 ໃນຂໍ້ຫາຄ້າຂາຍ ຢາເສບຕິດ, ພ້ອມຂອງກາງຢາ ບ້າ 234 ເມັດ, ທີ່ຊຸກເຊື່ອງໄວ ້ໃນກະເປົາເພື່ອເອົາຢາບ້າດັ່ງ ກ່າວໄປຈຳໜ່າຍໃຫ້ ໄວລຸ້ນໃນ ເຂດເມືອງສີໂຄດຕະບອງ, ໂດຍ ທັງສອງຮັບສາລະພາບຕໍ່ເຈົ້າ ໜ້າທີ່ວ່າ: ໄດ້ພາກັນເຄື່ອນໄຫວຄ້າຂາຍຢາເສບຕິດມາແຕ່ຕົ້ນປີ 2013 ເຊິ່ງໄດ້ຊື່ມາຈາກເຄືອຂ່າຍຄ້າຢາເສບຕິດໃນເຂດເມືອງ ສີໂຄດ ຕະບອງເພື່ອເອົາມາຂາຍໃຫ້ລູກຄ້າເຊິ່ງແມ່ນໄວລຸ້ນຢູ່ຕາມ ຮ້ານອາຫານ, ຮ້ານບັນເທິງ ແລະ ໂຮງແຮມໃນເຂດເມືອງສີໂຄດຕະ ບອງ, ກ່ອນຖືກເຈົ້າໜ້າທີ່ຈັບຕົວມາດຳເນີນຄະດີຕາມລະ ບຽບກົດໝາຍ.

No comments:

Post a Comment