Ad

Ad

27 August 2014

ອຸປະກອນແລະເຄື່ອງແບບນັກຮຽນມີລາຄາແພງຂຶ້ນເລັກໜ້ອຍ



        ຕາມການລົງສຳຫລວດຕະຫລາດຂາຍເຄື່ອງອຸປະກອນການສຶກສາ ແລະ ເຄື່ອງແບບນັກຮຽນໃນນະຄອນຫລວງວຽງຈັນຂອງນັກຂ່າວລາວພັດທະນາ ພວກເຮົາ, ໂດຍສັງເກດເຫັນວ່າສິນຄ້າດັ່ງກ່າວມີລາຄາແພງຂຶ້ນເລັກໜ້ອຍ ເມື່ອ ທຽບໃສ່ ປີຜ່ານມາ, ແຕ່ກໍຍັງຢູ່ໃນເກນປົກກະຕິເມື່ອທຽບກັບສິນຄ້າໃຊ້ສອຍອື່ນໆ ແລະ ກໍສາມາດຕອບສະຫນອງພຽງພໍກັບຄວາມ ຕ້ອງການຂອງສັງຄົມໄດ້ເປັນຢ່າງດີ ແລະບໍພຽງແຕ່ຢູ່ນະຄອນຫລວງ ວຽງຈັນເທົານັ້ນ, ຜູ້ປະກອບ ການທຸລະກິດດັ່ງ ກ່າວຍັງສາມາດຈຳຫນ່າຍອອກໄປຍັງເຂດແຂວງຕ່າງໆໄດ້ຢ່າງພຽງພໍຄື: ເສື້ອນັກຮຽນຜືນຫນຶ່ງຈະມີລາຄາແຕ່ 35-40 ພັນກີບ, ເພີ່ມຂຶ້ນ ຈາກປີຜ່ານມາປະມານ 5-6 ພັນ ກີບ, ສ່ວນປຶ້ມຂຽນໂຫລຫນຶ່ງມີ ລາຄາແຕ່ 20-45 ພັນກີບຕາມ ແຕ່ລະຊະນິດ ແລະ ຄຸນ ນະພາບຂອງມັນ, ສ່ວນປຶ້ມຕຳລາຮຽນແຕ່ຊັ້ນປະຖົມຮອດມັດທະຍົມຕົ້ນແລະປາຍມີລາຄາແຕ່ 15-25 ພັນ ກີບຕໍ່ ເຫລັ້ມ, ຊຶ່ງນອນໃນເກນປົກກະຕິ.

      ເວົ້າລວມແລ້ວບັນຍາກາດການຊື້-ຂາຍອຸປະກອນການສຶກສາປີນີ້ແມ່ນຢູ່ໃນສະພາບດີ ແລະ ພ້ອມນັ້ນການຕອບສະ ໜອງອຸປະກອນການຮຽນການສອນຂອງເບື້ອງລັດໃຫ້ໂຮງຮຽນຕ່າງໆກໍສະດວກສະບາຍກ່ວາເກົ່າ, ເນື່ອງຈາກວ່າປັດຈຸບັນສັງ ຄົມໄດ້ເບິ່ງເຫັນຄວາມສຳຄັນຂອງການສຶກສາຫລາຍຂຶ້ນ ແລະ ກໍໄດ້ຫັນມາມີສ່ວນຮ່ວມໃນວຽກງານດັ່ງກ່າວນັບມື້ຫລວງ ຫລາຍເຊັ່ນ: ໂຮງຮຽນເອກະຊົນຫລາຍແຫ່ງໄດ້ຮັບການກໍ່ສ້າງຂຶ້ນ, ພ້ອມນັ້ນກໍມີຫລາຍຫົວຫນ່ວຍເສດຖະກິດໄດ້ໃຫ້ທຶນສະ ຫນັບສະຫນູນວຽກງານນີ້ມີຫລາຍຂຶ້ນນັບທັງຊ່ວຍເຫລືອກໍ່ສ້າງສ້ອມແປງຫ້ອງຮຽນ, ການຊ່ວຍເຫລືອຈັດພິມປຶ້ມຕຳລາຮຽນ ຕ່າງໆກໍມີຫລາຍ ແລະ ໄດ້ກາຍເປັນປັດໃຈສຳຄັນເພື່ອກະຕຸກຊຸກຍູ້ການສຶກສາລາວເຮົາມີຄຸນນະພາບສູງຂຶ້ນ.

No comments:

Post a Comment