Ad

Ad

27 August 2014

ເດືອນຜ່ານມາມີຜູ້ເສຍຊີວິດ 7 ຄົນຈາກອຸປະຕິເຫດບົນທ້ອງຖະໜົນ



    ເຈົ້າໜ້າທີ່ພະແນກຈະລາ ຈອນນະຄອນຫລວງວຽງຈັນໃຫ້ຮູ້ວ່າ: ນັບແຕ່ວັນທີ 16 ກໍລະກົດ ຫາ 16 ສິງຫາ 2014 ນີ້, ຢູ່ນະ ຄອນຫລວງວຽງຈັນ, ມີອຸປະຕິ ເຫດບົນທ້ອງເກີດຂຶ້ນ 100 ກວ່າ ກໍລະນີ, ສົ່ງຜົນໃຫ້ມີຜູ້ເສຍຊີວິດ 7 ຄົນ, ໂດຍເສັ້ນ ທາງທີ່ມັກເກີດ ອຸປະຕິເຫດສ່ວນຫລາຍແມ່ນຖະໜົນໄກສອນ, ທາງເລກ 13 ເໜືອ-ໃຕ້, ທ່າເດື່ອ, ກຳແພງ ເມືອງ, ຄູວຽງ, ໜອງບຶກ, ລ້ານຊ້າງ, ທາງເລກ 10 ແລະ ອື່ນໆ, ລວມມູນຄ່າເສຍຫາຍຫລາຍກວ່າ 600 ລ້ານກີບ, ເຊິ່ງອຸປະຕິ ເຫດສ່ວນ ໃຫຍ່ເກີດຂຶ້ນຍ້ອນຄວາມປະໝາດ ແລະ ບໍ່ເຄົາລົບກົດລະບຽບຈາລະຈອນເຊັ່ນ: ເມົາແລ້ວຂັບຂີ່ລົດ, ຂັບຂີ່ລົດ ດ້ວຍຄວາມ ໄວສູງ, ລ່ວງປ້າຍຫ້າມ, ໄຟອໍານາດ ແລະ ອື່ນໆ. ໃນຂະນະທີ່, ອາທິດທຳອິດຂອງແຜນສັງລວມເດືອນສິງຫາຫາ ກັນຍາ 2014 ນີ້, ມີອຸປະຕິເຫດເກີດຂຶ້ນແລ້ວ 27 ກໍລະນີ, ສ້າງຄວາມເສຍຫາຍດ້ານຊັບສີນຫລາຍກວ່າ 300 ລ້ານກີບ ແລະ ມີຜູ້ເສຍຊີວິດ ໜຶ່ງຄົນຄື ທ້າວ ສົມໃຈ ອາຍຸ 24 ປີຢູ່ບ້ານປາກ ຊາບ ເມືອງໄຊທານີ ນະຄອນ ຫລວງວຽງຈັນ ໂດຍຂັບຂີ່ລົດ ຈັກຕຳຄູກາງທາງ ໃນເຂດບ້ານໂຊກ ເມືອງໄຊເສດຖາ ນະຄອນ ຫລວງວຽງຈັນ ເວລາປະມານ 23:40 ໂມງ ຂອງວັນທີ 18 ສິງ ຫາ 2014 ເສຍ ຊີວິດຄາທີ່.

No comments:

Post a Comment