Ad

Ad

25 August 2014

ໂຈນມືກາວລັກກົງເຕີນ້ຳຖືກສານຕັດສີນຈຳຄຸກຫລາຍປີ



     ເມື່ອທ້າຍອາທິດຜ່ານມານີ້, ສານປະຊາຊົນນະຄອນຫລວງວຽງຈັນ, ໄດ້ຕັດສີນ ລົງໂທດ ທ້າວ ຕິ່ງອາຍຸ 38 ປີ ຈຳຄຸກເປັນ ເວລາ 4 ປີ 6 ເດືອນ, ພ້ອມປັບໃໝເງິນ 4,5 ບ້ານກີບ ແລະ ທ້າວ ວຽງຄຳ ອາຍຸ 33 ປີ ໃຫ້ຈຳຄຸກ ເປັນເວລາ 3 ປີ 6 ເດືອນ ພ້ອມ ປັບໃໝເງິນ 3 ລ້ານກີບ. ເຊິ່ງສອງເປັນພີ່ນ້ອງກັນຢູ່ບ້ານໂພນຕ້ອງຈອມມະ ນີ, ເມືອງຈັນທະບູລີ, ນະຄອນຫລວງວຽງ ຈັນ. ໂດຍຖືກເຈົ້າໜ້າທີ່ຈັບຕົວເມື່ອ ທ້າຍປີ 2013 ໃນຂໍ້ຫາລັກຊັບພົນ ລະເມືອງ (ລັກກົງເຕີ້ນ້ຳ) ຫລາຍສີບໜ່ວຍໃນຕົວ ເມືອງຄືເຂດບ້ານດົງໝ້ຽງ ເມືອງຈັນທະບູລີ, ຢູ່ບ້ານໂພນທັນ ເມືອງສີສັດຕະນາກ  ບ້ານວຽງຈະເລີນ ເມືອງໄຊເຊດຖາ ແລະ ອື່ນໆ.

No comments:

Post a Comment