Ad

Ad

22 August 2014

ສະຫາຍ ຈູມມາລີ ໄຊຍະສອນ ເລຂາທິການໃຫຍ່, ປະທານປະເທດລາວ ຢ້ຽມຢາມ ສສ ຫວຽດນາມ



       ໂດຍຕອບສະໜອງຕາມຄຳເຊີນ ຂອງສະຫາຍ ຫງວຽນ ຟູ ຈ້ອງ, ເລ ຂາທິ ການໃຫຍ່ຄະນະບໍລິຫານງານ ສູນກາງພັກ ກອມມູນິດຫວຽດນາມ, ສະຫາຍ ຈູມ ມາລີ ໄຊຍະສອນ ເລຂາ ທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ, ປະທານປະເທດແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ ແລະ ຄະນະຜູ້ແທນຂັ້ນສູງຂອງລາວໄດ້ ຢ້ຽມ ຢາມ ສສ ຫວຽດນາມ ແຕ່ວັນ ທີ 18-21 ສິງຫາ 2014. ຮ່ວມເດີນທາງ ໄປຢ້ຽມຢາມຫວຽດນາມໃນຄັ້ງນີ້ມີ ສະຫາຍ ທອງລຸນ ສີສຸລິດ ກຳມະ ການກົມການເມືອງສູນກາງພັກ, ຮອງນາຍົກລັດ ຖະມົນຕີ, ຫົວໜ້າຄະ ນະພົວພັນຕ່າງປະເທດສູນກາງພັກ, ລັດຖະມົນຕີວ່າການກະຊວງການ ຕ່າງປະເທດ; ສະຫາຍ ຈັນສີ ໂພສີ ຄຳ ເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນ ກາງພັກ; ສະຫາຍ ຄຳພັນ ພົມມະທັດກຳມະການສູນກາງພັກ, ຫົວໜ້າ ຫ້ອງວ່າການສູນກາງພັກ; ສະຫາຍ ສູນທອນ ໄຊຍະ ຈັກ, ກຳມະການສູນກາງພັກ, ຮອງຫົວໜ້າຄະນະພົວພັນ
ຕ່າງປະເທດສູນກາງພັກ, ລັດຖະມົນຕີຊ່ວຍວ່າການກະຊວງການ ຕ່າງປະເທດ ແລະ ສະຫາຍ ສົມພອນ ສີ ຈະເລີນ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ.  
        ໃນໄລຍະຢູ່ຢ້ຽມຢາມ, ສະຫາຍ ຈູມມາລີ ໄຊຍະສອນ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາພັກປະຊາຊົນປະ ຕິວັດລາວ, ປະທານປະເທດແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວໄດ້ພົບປະກັບສະຫາຍ ຫງວຽນ ຟູ ຈ້ອງ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ແລະ ພົບປະກັບສະຫາຍ ເຈືອງ ເຕິນ ຊາງ ກໍາມະ ການກົມ ການເມືອງສູນກາງພັກ, ປະທານປະເທດແຫ່ງ ສສ ຫວຽດນາມ. ໃນບັນຍາກາດທີ່ເຕັມໄປດ້ວຍນໍ້າໃຈມິດຕະພາບ ອັນດູດດື່ມ, ຄວາມສາມັກຄີແບບພິເສດ ແລະ ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນນັ້ນ, ສອງຝ່າຍໄດ້ແຈ້ງໃຫ້ກັນຊາບ ກ່ຽວກັບສະພາບການທີ່ພົ້ນເດັ່ນຂອງແຕ່ລະພັກ, ແຕ່ລະປະເທດ, ຕີລາຄາກ່ຽວກັບການພົວພັນຮ່ວມມືລະຫວ່າງສອງປະເທດ ໃນໄລຍະທີ່ຜ່ານມາ ແລະ ພ້ອມກັນປຶກສາຫາລືກ່ຽວ ກັບທິດທາງການເພີ່ມທະວີສາຍພົວພັນມິດຕະພາບ, ຄວາມສາມັກຄີພິ ເສດ ແລະ ການຮ່ວມມືຮອບດ້ານລາວ-ຫວຽດນາມໃນຕໍ່ໜ້າ; ນອກນັ້ນການນຳຂອງສອງປະເທດຍັງໄດ້ມີການ ແລກປ່ຽນຄຳ ຄິດເຫັນ ແລະ ຕີລາຄາກ່ຽວກັບສະພາບການ ພາກພື້ນ ແລະ ສາກົນຈຳນວນໜຶ່ງທີ່ສອງຝ່າຍສົນໃຈນຳກັນ.
            ສະຫາຍ ຈູມມາລີ ໄຊຍະສອນ ໄດ້ສະແດງຄວາມພາກ ພູມໃຈທີ່ໄດ້ໄປຢ້ຽມຢາມ ສສ ຫວຽດນາມ ແລະ ໄດ້ມີໂອ ກາດພົບປະກັບບັນດາເພື່ອນມິດ, ສະຫາຍອ້າຍນ້ອງຜູ້ສະໜິດສະໜົມຂອງປະຊາຊົນລາວ ອີກເທື່ອຫນຶ່ງ ໄດ້ສະແດງຄວາມ ຂອບອົກຂອບໃຈຢ່າງຈິງໃຈຕໍ່ສະຫາຍເລຂາທິການໃຫຍ່ ຫງວຽນ ຟູ ຈ້ອງ ແລະ ສະຫາຍປະທານປະເທດ ເຈືອງ ເຕິນ ຊາງ, ບັນດາສະຫາຍການນຳຂັ້ນສູງພັກ, ລັດຫວຽດ ນາມ, ອົງຄະນະພັກ, ອຳນາດການປົກຄອງພ້ອມດ້ວຍປະຊາ ຊົນຊາວນະຄອນ ໂຮ່ຈິມິງ ແລະ ແຂວງເລິມດົ່ງທີ່ໄດ້ໃຫ້ການ ຕ້ອນຮັບອັນສະໜິດສະໜົມ ອົບ ອຸ່ນ ແລະ ເຕັມໄປດ້ວຍໄມຕີຈິດ ມິດຕະພາບ ຖານສະຫາຍອ້າຍ ນ້ອງ, ໄດ້ສະແດງຄວາມຊົມ ເຊີຍຕໍ່ຜົນສຳເລັດອັນໃຫຍ່ຫຼວງ,ສໍາຄັນ ແລະ ມີຄວາມໝາຍປະ ຫວັດສາດ ທີ່ພັກ, ລັດ ແລະ ປະ ຊາຊົນຫວຽດນາມອ້າຍນ້ອງ ຍາດມາໄດ້ໃນພາລະກິດແຫ່ງ ການປ່ຽນແປງໃໝ່ເຊິ່ງເປັນກຳ ລັງໃຈອັນ ແຮງກ້າໃຫ້ແກ່ປະຊາຊົນລາວໃນພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ ຂອງລາວ; ສະແດງຄວາມເຊື່ອ ໝັ້ນວ່າ ພາຍໃຕ້ການນຳພາອັນຖືກຕ້ອງ ແລະ ສະຫລາດສ່ອງ ໃສຂອງພັກກອມມູນິດຫວຽດ ນາມ, ປະຊາຊົນຫວຽດນາມ ອ້າຍນ້ອງ ຈະສືບຕໍ່ປະຕິບັດບັນດາເປົ້າໝາຍທີ່ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກກອມມູນິດ ຫວຽດນາມວາງອອກຢ່າງມີຜົນສຳ ເລັດ ອັນຈົບງາມ; ສະຫາຍ ຈູມມາລີ ໄຊຍະສອນ ຍັງໄດ້ຕີລາ ຄາສູງສາຍພົວພັນມິດຕະພາບທີ່ ເປັນມູນເຊື້ອ, ຄວາມສາມັກຄີພິ   ເສດລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ- ຫວຽດນາມທີ່ນັບມື້ນັບໄດ້ຮັບ ການເສີມຂະຫຍາຍເຂົ້າສູ່ ລວງເລິກ, ມີປະສິດທິຜົນ ແລະ ແທດ ເຫມາະຕົວຈິງໃນທຸກຂົງເຂດ; ສະແດງຄວາມຂອບໃຈຢ່າງເລິກເຊິ່ງຕໍ່ພັກ, ລັດ ແລະ ປະຊາຊົນ ຫວຽດນາມອ້າຍນ້ອງທີ່ໄດ້ໃຫ ການສະໜັບສະໜູນຊ່ວຍເຫລືອ ອັນໃຫຍ່ຫລວງ, ລໍ້າຄ່າ, ທັນ ການ ແລະ ໝົດຈິດ ໝົດໃຈແກ່ພັກ, ລັດ ແລະ ປະຊາຊົນລາວ ໃນເມື່ອກ່ອນ ກໍຄືໃນປັດຈຸບັນ; ພ້ອມທັງຢືນຢັນວ່າເຖິງວ່າຈະຢູ່ ໃນສະຖານະການ ອັນໃດກໍຕາມ, ສປປ ລາວ ກໍຈະເຮັດສຸດຄວາມ ສາມາດຂອງຕົນພ້ອມກັບ ສສ ຫວຽດນາມເພື່ອປົກປັກຮັກສາ ແລະ ເສີມຂະ ຫຍາຍສາຍພົວ ຄວາມສາມັກຄີພິເສດນັ້ນໃຫ້ນັບມື້ນັບມີປະສິດທິຜົນເພື່ອຄວາມ ວັດທະນາຖາວອນຂອງແຕ່ລະ ປະເທດ, ເພື່ອພາລະກິດສັນຕິ ພາບ, ສະຖຽນລະພາບ, ການ ຮ່ວມມື ແລະ ການພັດທະນາຢູ່ ໃນພາກພື້ນ ແລະ ໃນໂລກ. ສະ ຫາຍເລ ຂາທິການໃຫຍ່ ຫງວຽນ ຟູ ຈ້ອງ ແລະ ສະຫາຍປະທານ ປະເທດ ເຈືອງ ເຕິນ ຊາງ ຕີລາ ຄາສູງການຢ້ຽມຢາມ ສສ ຫວຽດ ນາມ ຂອງສະຫາຍ ຈູມມາລີໄຊຍະສອນ ເລຂາທິການ ໃຫຍ່, ປະທານປະເທດແຫ່ງ ສປປ ລາວ ແລະ ໄດ້ສະແດງ ຄວາມຊົມ ເຊີຍ ແລະ ອວຍພອນ ບັນດາຜົນສໍາເລັດອັນໃຫຍ່ຫຼວງ, ສຳຄັນ, ຮອບດ້ານທີ່ພັກ, ລັດ ແລະ ປະຊາຊົນລາວອ້າຍນ້ອງ ຍາດ ມາໄດ້ໃນໄລຍະທີ່ຜ່ານມາ, ສະແດງຄວາມເຊື່ອໝັ້ນວ່າພາຍ ໃຕ້ການນຳພາອັນຖືກຕ້ອງຂອງພັກ ປປ ລາວ, ປະຊາຊົນລາວ ອ້າຍນ້ອງຈະສາມາດຜ່ານຜ່າ ບັນດາຂໍ້ຫຍຸ້ງຍາກ, ປະຕິບັດບັນ ດາມະຕິກອງປະຊຸມໃຫຍ່ຄັ້ງທີ IX ຂອງພັກ ປປ ລາວ ວາງ ອອກ ແລະ ແຜນພັດທະນາເສດຖະກິດ ແຫ່ງຊາດ 5 ປີ ຄັ້ງທີ VII ໃຫ້ມີ ຜົນສໍາເລັດ, ດຳເນີນກອງຊຸມ ໃຫຍ່ 3 ຂັ້ນເພື່ອກ້າວ ໄປສູ່ການ ດຳເນີນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ X ຂອງພັກ ປປ ລາວ ໃນຕໍ່ໜ້າ; ບັນດາສະຫາຍ ການນຳຂັ້ນສູງ ທັງຢູ່ສູນກາງ ແລະ ທ້ອງຖິ່ນຂອງ ສສ ຫວຽດນາມ ໄດ້ຕີລາຄາສູງຕໍ່ສາຍ ພົວພັນມິດຕະພາບອັນເປັນມູນເຊື້ອ, ຄວາມສາມັກ ຄີພິເສດ ແລະ ການ ຮ່ວມມືຮອບດ້ານລະຫວ່າງສອງ ພັກ ສອງລັດ ແລະ ປະຊາຊົນ ສອງຊາດຫວຽດນາມ-ລາວ ທີ່ນັບມື້ນັບ ໄດ້ຮັບການເສີມຂະ ຫຍາຍເຂົ້າສູ່ລວງເລິກ, ແທດ ຕົວຈິງແລະມີປະສິດທິຜົນໃນທຸກຂົງເຂດອັນເປັນການປະກອບ ສ່ວນຢ່າງ ຕັ້ງໜ້າເຂົ້າໃນພາລະ ກິດແຫ່ງການປ່ຽນແປງໃໝ່, ການປົກປັກຮັກ ແລະ ສ້າງສາປະເທດຊາດຂອງສອງປະເທດ; ສະແດງ ຄວາມຂອບໃຈຕໍ່ພັກ, ລັດ ແລະ ປະຊາຊົນລາວອ້າຍນ້ອງທີ່ໄດ້ໃຫ້ການຊ່ວຍເຫລືອອັນໃຫຍ່ຫລວງ, ລໍ້າຄ່າໃນພາລະກິດປົດ ປ່ອຍຊາດ ແລະ ທ້ອນໂຮມປະເທດຊາດໃນເມື່ອກ່ອນ ກໍຄືພາລະກິດແຫ່ງການປ່ຽນ ແປງໃໝ່, ສ້າງສາ ແລະ ປົກປັກຮັກສາ ປະເທດຊາດຫວຽດນາມ ໃນປັດຈຸບັນ.
        ນອກນັ້ນ, ສະຫາຍ ຈູມ ມາລີ ໄຊຍະສອນ ເລຂາທິການ ໃຫຍ່, ປະທານປະເທດໄດ້ຕ້ອນ ຮັບການເຂົ້າຢ້ຽມຂໍ່ານັບ ຂອງສະຫາຍ ເລ ແທງ ຫາຍ ກຳມະ ການກົມການເມືອງສູນກາງພັກ ກອມມູນິດຫວຽດນາມ, ເລຂາ ຄະນະພັກນະຄອນ ໂຮ່ຈີ່ມິງ ແລະ ສະຫາຍ ຫງວຽນ ຊວັນ ຕ້ຽນ, ກຳມະການສູນກາງພັກ, ຮອງ ເລຂາພັກ, ປະທານຄະນະກຳ ມະການປະຊາຊົນ ແຂວງເລິມດົ່ງ, ຢ້ຽມຢາມພື້ນຖານການຜະລິດ ແລະ ວັດທະນະທຳຈຳນວນໜຶ່ງຂອງນະຄອນໂຮ່ຈິມິນ ແລະ ແຂວງເລິມດົ່ງ. ການມາຢ້ຽມ ຢາມ ສສ ຫວຽດນາມ ຄັ້ງນີ້ ເປັນ ການປະກອບສ່ວນອັນສໍາຄັນ ເຂົ້າໃນການເພີ່ມທະວີສາຍພົວພັນມິດຕະພາບ ທີ່ມີມູນເຊື້ອ, ຄວາມສາມັກຄີພິເສດ ແລະ ການ ຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມໃຫ້ນັບມື້ຈະເລີນຍິ່ງໆຂຶ້ນກວ່າເກົ່າ.





















No comments:

Post a Comment