Ad

Ad

25 August 2014

ລາວເຜີຍແຜ່ວຽກງານອາຊຽນໃຫ້ພະນັກງານຂັ້ນສູງ



     ໃນວັນທີ 22 ສິງຫານີ້, ຢູ່ຄະນະໂຄສະນາອົບຮົມສູນກາງພັກ, ທ່ານ ທອງລຸນ ສີສຸລິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ, ໄດ້ໃຫ້ກຽດປະຖະກະຖາກ່ຽວກັບ ສປປ ລາວ ເຂົ້າເປັນສະມາຊິກອາຊຽນ ແລະ ປະຊາຄົມອາຊຽນໃຫ້ພະນັກງານການນຳຫລັກແຫລ່ງທຸກຂະແໜງການສາມາດ ເຊື່ອມຊຶມ ແລະ ຮູ້ໄດ້ບົດບາດສຳຄັນຂອງອາຊຽນ.
     ທ່ານຮອງນາຍົກລັດຖະມົນຕີ ລັດຖະມົນຕີວ່າການກະຊວງການຕ່າງປະເທດ ທອງລຸນ ສີສຸລິດ ໄດ້ກ່າວໂດຍສງັເຂບເຖິງປະຫວັດຄວາມເປັນມາຂອງອາຊຽນ, ບັນຫາທີ່ຕັ້ງຍຸດທະສາດ ແລະ ຄວາມສຳຄັນຂອງພາກພື້ນອາຊີ-ອາຄະເນ, ເຫດຜົນຍຸດທະສາດຂອງລາວໃນການເຂົ້າເປັນສະ ມາຊິກອາຊຽນ, ພັນທະຂອງລາວຕ້ອງປະຕິບັດໃນການເຂົ້າເປັນສະມາຊິກ ແລະ ຜົນປະໂຫຍດຂອງ ສປປ ລາວ ໄດ້ຮັບໃນ ການເຂົ້າເປັນສະມາຊິກອາຊຽນປະກອບດ້ວຍດ້ານການເມືອງ-ຄວາມໝັ້ນຄົງ, ວັດທະນະ ທຳ-ສັງຄົມ ແລະ ເສດຖະກິດ. ນອກຈາກນີ້ຍັງມີພາກທຸລະກິດ ແລະ ດ້ານຄົມມະນາຄົມເພື່ອເຊື່ອມໂຍງກັບບັນດາປະເທດ ພາກພື້ນ, ທ່ານຮອງນາຍົກ ລັດ
ຖະມົນຕີ ທອງລຸນ ສີສຸລິດ ຍັງໄດ້ເນັ້ນຕື່ມບາງຈຸດທີ່ຈະຕ້ອງໄດ້ເສີມຂະຫຍາຍ ແລະ ເອົາໃຈ ໃສ່ໃນການສ້າງປະຊາຄົມອາ ຊຽນເປັນຕົ້ນແມ່ນສືບຕໍ່ສ້າງສະຖຽນລະພາບທາງດ້ານການ ເມືອງ, ສັງຄົມມີຄວາມສະຫງົບ ສຸກພາຍໃຕ້ການນຳອັນຖືກຕ້ອງ ຂອງພັກ-ລັດ ເພື່ອແນ່ໃສ່ສ້າງສະພາບແວດລ້ອມເອື້ອອຳນວຍໃຫ້ແກ່ການສ້າງສາພັດທະນາ ປະເທດ; ສືບຕໍ່ຮັກສາບັນດາ ຫລັກການພື້ນຖານຕ່າງໆທີ່ຮັບ ປະກັນການດຳລົງຄົງຕົວ ແລະ ການຂະຫຍາຍຕົວຂອງ ສປປ ລາວ ທີ່ໄດ້ກຳນົດໃນເອກະສານ ຂອງອາຊຽນແລ້ວ; ເປັນເຈົ້າ ການໃນການເອົາໃຈໃສ່ ແລະ ສະກັດກັ້ນບໍ່ໃຫ້ມີການສວຍໃຊ້ບັນຫາຫລໍ້ແຫລມ ແລະ ລະອຽດ ອ່ອນເພື່ອມາໂຈມຕີ ສປປ ລາວ; ຕ້ອງກຳແໜ້ນ ແລະ ມີສະຕິເປັນ ເຈົ້າການໃນການຖືເອົາບັນດາຫລັກການພື້ນຖານຂອງອາ ຊຽນທີ່ກຳນົດໄວ້ໃນກົດບັດອາຊຽນບວກກັບນະໂຍບາຍເປີດກວ້າງຂອງ ສປປ ລາວ ເປັນ ເຄື່ອງມືໃນການເຄື່ອນໄຫວເພື່ອຮັ ບປະກັນຜົນປະໂຫຍດທາງດ້ານການເມືອງ-ຄວາມໝັ້ນຄົງເພື່ອສ້າງທ່າແຮງໃນການປົກ ປັກຮັກສາ ແລະ ພັດທະນາປະເທດ ຕົນ; ຕ້ອງໄດ້ສືບຕໍ່ສຶກສາອົບຮົມການເມືອງແນວຄິດໃຫ້ບັນດາພະນັກງານ, ກໍຄືບັນດານັກ ທຸລະກິດກຳແໜ້ນແນວທາງຂອງ ພັກ, ນະໂຍບາຍຂອງລັດເພື່ອຮັບປະກັນໃຫ້ການເຄື່ອນໄຫວວຽກ ງານອາຊຽນໄດ້ຮັບປະ ໂຫຍດສູງສຸດ; ສືບຕໍ່ປັບປຸງກົນໄກ ການປະສານງານລະຫວ່າງຈຸດປະສານງານອ້ອມຂ້າງກະຊວງກັບຂະແໜງການອ້ອມຂ້າງສູນກາງເພື່ອໃຫ້ມີຄວາມເຂົ້າໃຈເລີກ ເຊິ່ງ; ສືບຕໍ່ສ້າງຊັບພະຍາກອນ ມະນຸດທີ່ໄດ້ມາດຕະຖານ ແລະ ແຮງງານທີ່ຊຳນານງານ; ບາງ ຄູ່ຮ່ວມເຈລະຈາອາຊຽນ ແລະ ອົງການຈັດຕັ້ງສາກົນຕ່າງໆ ຈາກຕາເວັນຕົກຈຳນວນໜຶ່ງທີ່ພະຍາຍາມສວຍໃຊ້ບັນຫາສິດທິມະນຸດ, ອົງການຈັດຕັ້ງທາງ ສັງຄົມ, ສາສະໜາ, ສື່ສັງຄົມອອນ ລາຍ, ເຕັກໂນໂລຊີຂໍ້ມູນຂ່າວສານ, ໄພພິບັດ, ແມ່ຍິງ, ຊາວໜຸ່ມ, ການສຶກສາ ແລະ ອື່ນໆ ເພື່ອໂຈມຕີພວກເຮົາ, ສຶບຕໍ່ສ້າງຄວາມສາມາດໃຫ້ພະນັກງານໂດຍສະເພາະຄວາມຮູ້ດ້ານພາສາອັງກິດ ແລະ ສືບຕໍ່ເຜີຍແຜ່ ຄວາມຮູ້ກ່ຽວກັບອາຊຽນໃຫ້ກວ້າງຂວາງໃນຂອບເຂດທົ່ວປະເທດ.

No comments:

Post a Comment