Ad

Ad

27 August 2014

ພະນັກງານກະຊວງ ຖວທ ປະກອບສ່ວນ​ບໍລິຈາກ​ເລືອດ​ຊ່ວຍ​​ສັງຄົມ



     ໃນ​ວັນ​ທີ 26 ສິງຫານີ້, ພະນັກງານລັດຖະກອນກະຊວງຖະແຫລງຂ່າວ, ວັດ ທະນະທຳ ແລະ ທ່ອງທ່ຽວ (ຖວທ), ໄດ້ ສະໝັກໃຈປະກອບສ່ວນ​ບໍລິຈາກ​ເລ​ືອດ​ເພື່ອ​ຊ່ວຍ​​ສັງຄົມກໍຄືຄົນ​ເຈັບທີ່​ມີ​ຄວາມ​ຕ້ອງການ​ເລືອດຢູ່ຕາມໂຮງໝໍແຫ່ງຕ່າງໆໃນ​ທົ່ວ​ປະ​ເທດ, ​​ໂດຍ​ສະ​ເພາະ​ແມ່ນຄົນ​ເຈັບ​ຜ່າ​ຕັດ, ອຸບັດ​ເຫດ ​ແລະ ອື່ນໆ, ເຊິ່ງການ ປະກອບສ່ວນເທື່ອນີ້ມີຜູ້ຮ່ວມບໍລິຈາກ ເລືອດຈຳນວນ 26 ຄົນ.
     ​ທ່ານ ດຣ ຄຳຈັນ ຄຳມະນີວົງ ຮອງພະແນກປຸກລະດົມຂົນຂວາຍບໍລິຈາກ ເລືອດໃຫ້ຮູ້ວ່າ: ການ​ບໍລິຈາກ​ເລືອດ​ຢູ່ລາວ, ມີ​ການ​ຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ປັດຈຸ​ບັນ​ມີ​ການຈັດ​ຕັ້ງ​ເຄື່ອນ​ໄຫວ​ຮັບ​ບໍລິຈາກ​ເລືອດ​​ກວມ​​ເອົາ​ໝົດ​ທຸກ​ແຂວງ​ໃນ​ທົ່ວ​ປະ​ເທດ, ສ່ວນຫລາຍແມ່ນ​ບໍລິ ຈາກ​ເລືອດ​ແບບ​ສະໝັກ​ໃຈ​ໂດ​ຍ ບໍ່​ຮຽກຮ້ອງ​ສິ່ງ​ຕອບ​ແທນ, ເນື່ອງຈາກບໍລິຈາກເລືອດວິທີນີ້ ຈະ ໄດ້ຮັບເລືອດທີ່ມີຄຸນນະພາບສູງ ແລະ ບໍ່ສ່ຽງຕໍ່ການຕິດເຊື້ອພະຍາດ, ເຊິ່ງເປົ້າໝາຍຂອງອົງການອະນາໄມໂລກແມ່ນໃຫ້ປະ
ເທດລາວຕ້ອງຈັດຫາຜູ້ບໍລິຈາກເລືອດແບບສະໝັກໃຈບໍ່ຮຽກຮ້ອງສິ່ງຕອບແທນໃຫ້ບັນລຸ 1-5% ຂອງຈຳນວນພົນລະເມືອງ ທັງໝົດພາຍໃນປີ 2020.​​ແນວ​ໃດ​ກໍຕາມ, ການ​ບໍລິຈາກ​ເລືອດ​ຖ້າ​ອີງ​ໃສ່​ຕົວ​ເລກການ​ຊົມ​ໃຊ້​ຕົວ​ຈິງ​ເຫັນ​ວ່າ​ຍັງ​ຕ່ຳ​ ​ແລະ ບ່ໍ​ທັນ​ພຽງພໍ​ກັບ​ຄວາມ​ຕ້ອງການ.
     ໄລຍະຜ່ານມາ, ສູນບໍລິຈາກເລືອດແຫ່ງຊາດ, ໄດ້ເຄື່ອນໄຫວປຸກລະດົມຂົນຂວາຍປະຊາຊົນ, ພະນັກງານລັດຖະກອນ, ທະຫານ, ຕຳຫລວດເຂົ້າຮ່ວມກິດຈະກຳບໍລິຈາກເລືອດຊ່ວຍ ສັງຄົມໃນທົ່ວປະເທດເວົ້າລວມ, ເວົ້າສະເພາະຢູ່ສູນກາງກໍໄດ້ມີ ການຈັດກິດຈະກຳຢ່າງຕໍ່ເນື່ອງ, ເຊິ່ງໃນ 6 ເດືອນຕົ້ນປີນີ້ໄດ້ ເລືອດປະມານ 10 ພັນຖົງ ແລະ ປັດຈຸບັນໂຮງໝໍແຫ່ງຕ່າງໆອ້ອມ ຂ້າງສູນກາງມີຄວາມຕ້ອງການເລືອດຢ່າງນ້ອຍ 100-150 ຖົງຕໍ່ມື້. ໂດຍທ່ານ ດຣ ຄຳຈັນ ຄຳມະນີວົງ,ໄດ້ເຊີນຊວນປະຊາ ຊົນ, ບັນດາ​ພະນັກງານ​ທັງ​ພາກ​ລັດ ແລະ ​ເອກະ​ຊົນຊ່ວຍ​ກັນ​ບໍລິຈາກ​ເລືອດ​ເພື່ອ​ຊ່ວຍ​ເຫລືອ​​ສັງຄົມ​ໂດຍບໍ​່ຫວັງ​ຜົນ​ຕອບ​ແທນ.

No comments:

Post a Comment