Ad

Ad

26 August 2014

ສະພາລາວ-ຍີປຸ່ນເພີ່ມທະວີການຮ່ວມມືສອງຝ່າຍ



     ຄະນະຜູ້ແທນສະພາແຫ່ງຊາດລາວ, ນຳໂດຍທ່ານ ດຣ ໄຊ ສົມພອນ ພົມວິ ຫານ ຮອງປະ ທານສະພາແຫ່ງຊາດລາວ ແລະ ຄະນະຜູ້ແທນສະພາສູງແຫ່ງປະ ເທດຍີ່ປຸ່ນ, ນຳໂດຍທ່ານ ອະ ຊິມະ ໂຄະຊິອິຊິ ຮອງປະທານ ສະພາສູງແຫ່ງປະເທດ ຍີ່ປຸ່ນ, ໄດ້ຮ່ວມພົບປະຫາລືກັນໃນວັນທີ 25 ສິງຫານີ້, ເຊິ່ງຜົນຂອງການພົບປະນັ້ນ ທ່ານຮອງປະທານສະພາສູງແຫ່ງປະເທດຍີ່ປຸ່ນເຫັນດີສືບຕໍ່ຊ່ວຍເຫລືອສະພາແຫ່ງ ຊາດລາວໃນການພັດທະນາຊັບພະຍາ ກອນມະນຸດ. ນອກນັ້ນ, ໄດ້ເຫັນດີສືບຕໍ່ໃຫ້ ການຊ່ວຍເຫລືອເຊິ່ງກັນ ແລະ ກັນໃນອະນາຄົດຕື່ມບາງດ້ານ ເປັນຕົ້ນ: ການຊຸກຍູ້ນັກລົງທຶນຍີ່ປຸ່ນມາລົງທຶນຢູ່ລາວໃຫ້ຫລາຍ ຂຶ້ນ, ສືບຕໍ່ການແລກປ່ຽນຖອດຖອນບົດຮຽນ ແລະ  ໃຫ້ທຶນທັດສະນະສຶກສາເຊິ່ງກັນ ແລະ ກັນ ແລະ ຮ່ວມມືກັນໃນເວທີ ພາກພື້ນ ແລະ ສາກົນໂດຍສະເພາະໃນຂອບການຮ່ວມມືອາຊຽນ, AIPA, APPF,  IPU ແລະ ອື່ນໆ.

     ທັງສອງຝ່າຍ, ຍັງໄດ້ຕີລາ ຄາຄືນຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງສອງປະເທດລາວ-ຍີ່ປຸ່ນຕະ ຫລອດໄລຍະແຫ່ງການສ້າງຕັ້ງສາຍພົວພັນການທູດນັບແຕ່ປີ 1955 ເປັນຕົ້ນມາ, ເຊິ່ງເຫັນວ່າສາຍພົວພັນມິດຕະພາບທີ່ດີ ງາມລະຫວ່າງສອງປະເທດໄດ້ຮັບການເສີມຂະຫຍາຍຢ່າງບໍ່ຢຸດຢັ້ງ, ໄດ້ມີການແລກປ່ຽນການຢ້ຽມຢາມຂອງຄະນະຜູ້ແທນ ລະດັບສູງຂອງສອງປະເທດ, ເວົ້າສະເພາະລະຫວ່າງສອງສະພາ ລາວ-ຍີ່ປຸ່ນ, ມີການແລກປ່ຽນການຢ້ຽມຢາມເຊິ່ງກັນ ແລະ ກັນໃນຫລາຍລະດັບ. ພ້ອມນັ້ນ, ທ່ານ ດຣ. ໄຊສົມພອນ ພົມວິ ຫານ ກໍໄດ້ແຈ້ງສະພາບການຈັດຕັ້ງປະຕິບັດແຜນພັດທະນາ ເສດຖະກິດ-ສັງຄົມ ຂອງ ສປປ ລາວກໍຄືການປະຕິບັດແຜນສະ ຫະສະວັດດ້ານ​ການ​ພັດທະນາ     ( MDGs ) ໂດຍສັງ​ເຂບ ແລະ ການເຄື່ອນໄຫວວຽກງານຕ່າງໆຂອງສະພາແຫ່ງຊາດລາວໃຫ້ທ່ານຮອງປະທານສະພາ​ສູງ​ແຫ່ງປະເທດຍີ່ປຸ່ນພ້ອມຄະນະ ໄດ້ຮັບຊາບ, ໂດຍຄະນະຜູ້ແທນສະພາສູງແຫ່ງປະເທດຍີ່ປຸ່ນມີກຳນົດເຄື່ອນໄຫວຢ້ຽມຢາມລາວໃນລະຫວ່າງວັນທີ 24-28 ສິງຫານີ້.

No comments:

Post a Comment