Ad

Ad

12 November 2014

ຕົ້ນເດືອນພະຈິກນີ້ມີສະພາບຫຍໍ້ທໍ້ເກີດຂຶ້ນຮ້ອຍກວ່າເລື່ອງ



    ກອງບັນຊາການ ປກສ ນະ ຄອນຫລວງວຽງຈັນ ໃຫ້ຮູ້ວ່າ: ອາທິດທຳອິດຂອງເດືອນພະຈິກນີ້, ໄດ້ມີສະພາບຫຍໍ້ທໍ້ສັງຄົມ ເກີດຂຶ້ນ 106 ເລື່ອງ, ໃນນັ້ນພົ້ນ ເດັ່ນແມ່ນຊິງຊັບ 7 ຄັ້ງ, ລັກຊັບ 11 ຄັ້ງ, ຈົກກະເປົາ 35 ຄັ້ງ, ແຫກກະເປົາ 7 ຄັ້ງ, ອຸປະຕິ ເຫດ 41 ເລື່ອງ ແລະ ອື່ນໆ, ສົ່ງຜົນເສຍຫາຍຄື ເງິນ 116 ລ້ານກວ່າກີບ, 5 ພັນກວ່າໂດລາ ສະຫະລັດ, 155 ພັນກວ່າບາດ (ສະກຸນເງິນໄທ), ຄຳຮູບປະພັນ 39 ບາດ, ລົດຈັກ 8 ຄັນ ແລະ ອື່ນໆ.
     ເຈົ້າໜ້າທີ່ ໃຫ້ຮູ້ວ່າ: ນັບວ່າ ເປັນອາທິດທີ່ເກີດສະພາບຫຍໍ້ທໍ້ທາງສັງຄົມຫລາຍສົມຄວນ, ເນື່ອງຈາກເປັນໄລຍະການຈັດ ບຸນນະມັດສະການພະທາດ ຫລວງ, ເຮັດໃຫ້ກຸ່ມຄົນບໍ່ດີຈຳ ນວນໜຶ່ງສວຍໂອກາດກໍ່ຄວາມ ບໍ່ສະງົບໃຫ້ສັງຄົມນັບທັງຢູ່ຕົວ ເມືອງ ແລະ ງານບຸນປະເພນີ ຕ່າງໆ, ເຊິ່ງເຈົ້າໜ້າທີ່ກໍມີ ຄວາມສາມາດຈັບຜູ້ກໍເຫດ ມາດຳເນີນຄະດີໄດ້ຈຳນວນໜຶ່ງ, ພ້ອມ ເຕືອນປະຊາຊົນໃຫ້ມີສະຕິລະວັງຕົວຂຶ້ນຕື່ມໃນການດຳ ລົງຊີວິດ, ໂດຍສະເພາະຊັບສິນ ມີຄ່າຄວນເກັບຮັກສາໃຫ້ດີ, ໄວ ລຸ້ນຊາວໜຸ່ມບໍ່ຄວນໄປທ່ຽວເດິກມາດື່ນເພື່ອຮັບປະກັນຄວາມ ປອດໄພທາງດ້ານຊີວິດ ແລະ ຊັບສີນຂອງຕົນ.

No comments:

Post a Comment