Ad

Ad

12 November 2014

ບໍລິສັດ ​ລາວເອ​ເຊຍ ປາຊິ​ຟິກ ບີ​ເວີຣີ ນຳ​ສະ​ເໜີຜະລິດ​ຕະພັນ​ໃໝ່



          ໃນ​ຕອນ​ເຊົ້າ​ຂອງ​ວັນ​ທີ 10 ພະຈິກ​ນີ້, ຢູ່​ຮ້ານ​ອາຫານ​ຂອບ​ໃຈ​ເດີ ​ນະຄອນ ຫຼວງວຽງ ຈັນ ໄດ້​ມີ​ການ​ນຳ​ສະ​ເໜີຜະລິດ​ຕະພັນ​ໃໝ່  Namkhong beer Spe cial ​ເຊິ່ງ​ເປັນ​ຜະລິດ​ຕະພັນ​ເບຍ​ນ້ຳຂອງ, ​ທີ່ໄດ້ຜະລິດ​ຈາກ​ເຂົ້າ​ກ່ຳ​ເຂົ້າຂອງ​ລາວ​ເຮົາ​ເອງ. ໂດຍມີ​ທ່ານ  Mr Gerard Borggreve: Supply chain Manager ເຊິ່ງ​ເປັນ​ຜູ້​ຄົ້ນ​ຄິດ ແລະ ປຸງ​ແຕ່ງ​ເບຍ​ດັ່ງ ກ່າວ. ນອກຈາກ​ນີ້ ບໍລິສັດ​ ລາວເອ​ເຊຍ ປາຊິ​ຟິກ ບີ​ເວີຣີ ນ້ຳຂອງ​ເບຍ​ໄດ້​ສ້າງ​ປະກົດ​ການ​ໃໝ່​ໃຫ້​ເກີດ​ຂຶ້ນ​ໃນ​ແວດ​ວົງ​ການ​ສື່ສານ​ການ​ຕະຫຼາດ ຫຼື ວົງ​ການ​ໂຄສະນາ​ໃນ​ປະ​ເທດ​ລາວ​ກໍ​ຄືໜັງ​ໂຄສະນາ​​ ເບ​ຍ​ນ້ຳຂອງ​ທີ່​ມີ​ຊື່​ເລື່ອງ​ວ່າ First Impression ເລື່ອງ​ນີ້​ ​ເປັນ​ໂຄສະນາ​​ເລື່ອງ​ທຳ​ອິດ​ຂອງ​ລາວ​ທີ່​ສາມາດ​ຄ້ວາ​ລາງວັນ​ດ້ານ​ໂຄ ສະນາ​ໃນ​ລະດັບ​ສາກົນ​ໄດ້​ນັ້ນ ກໍຄື​ລາງວັນ  Communicator Awards ເຊິ່ງຖື​ວ່າ​ເປັນຄວາມ​ພາກພູມ​ໃຈ​ຂອງ​ນັກ​ສື່ສານ​ການ​ຕະຫຼາດ, ນັກ​ໂຄສະນາ​ປະຊາ​ສຳ ພັນ​ໃນ​ປະ​ເທດ​ລາວ ​ແລະ ​ເປັນ​ບາດກ້າວ​ສຳຄັນ​ໃນ​ການ​ເຄື່ອນ​ໄຫວ​ຂອງ​ວົງ​ການ​ໂຄສະນາ​ປະ ຊາ​ສຳພັນ​ຂອງ​ລາວ​ໃຫ້​ມີ​ມາດ ຕະຖານ​ໃນ​ລະດັບ​ສາກົນ.

No comments:

Post a Comment