Ad

Ad

11 November 2014

ລາວ-ຈີນຕີລາຄາສູງຕໍ່ສາຍພົວພັນມິດຕະພາບແລະຄູ່ຮ່ວມມືຍຸດທະສາດຮອບດ້ານ



          ພາຍຫລັງເຂົ້າຮ່ວມກອງປະຊຸມສົນທະນາຜູ້ນຳເສດຖະ ກິດວ່າດ້ວຍກາລະ ໂອກາດໃໝ່ ເພື່ອການຮ່ວມມືໃນພາກພື້ນໃນຫົວຂໍ້  “ພາກພື້ນທີ່ຢູ່ນອກເໜືອ APEC ໃນຕອນຄໍ່າຂອງວັນທີ 9 ພະຈິກ 2014 ທ່ານ ຈູມມາລີ ໄຊຍະສອນ ປະທານ ປະເທດແຫ່ງ ສປປ ລາວ ຍັງໄດ້ຮັບການເຂົ້າຢ້ຽມຢາມ ແລະ ພົບປະຂອງ ທ່ານ ຫລີ ຢວນຊາວ ຮອງປະທານປະເທດແຫ່ງ ສປ ຈີນ  ໃນການພົບປະຄັ້ງນີ້ສອງ ຝ່າຍຕີລາຄາສູງຕໍ່ສາຍພົວພັນມິດຕະພາບທີ່ມີ ມູນເຊື້ອອັນດີງາມ ແລະ ການພົວພັນ ຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງ ສປປ ລາວ ແລະ ສປ ຈີນ ຕາມທິດ 4 ດີຄື ເພື່ອນບ້ານໃກ້ຄຽງທີ່ດີ, ໝູ່ເພື່ອນທີ່ດີ, ສະຫາຍທີ່ດີ ແລະ ຄູ່ຮ່ວມມືທີ່ດີ, ເຊິ່ງໄດ້ເຕີບໃຫຍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ. 
            ທ່ານ ຮອງປະທານປະເທດຈີນໄດ້ແຈ້ງສະພາບການ ເດັ່ນພາຍໃນສປຈີນໃຫ້ຝ່າຍລາວຊາບເຊັ່ນດຽວກັນ. ພ້ອມ ດຽວກັນນັ້ນ, ສອງຝ່າຍຍັງໄດ້ປຶກສາຫາລື ແລະ ແລກປ່ຽນຄວາມຄິດຄວາມເຫັນນຳກັນກ່ຽວກັບການພົວພັນຮ່ວມມືສອງ ຝ່າຍລາວ-ຈີນ.   
        ພາຍຫລັງສິ້ນສຸດການພົບ ປະແລ້ວ, ທ່ານຮອງປະທານປະເທດແຫ່ງສປຈີນໄດ້ເປັນກຽດຈັດງານລ້ຽງໃຫ້ແກ່ທ່ານປະ ທານປະເທດພ້ອມດ້ວຍຄະນະ.

No comments:

Post a Comment