Ad

Ad

12 November 2014

ລັດຖະບານຍີ່ປຸ່ນສືບຕໍ່ຊ່ວຍເຫລືອພັດທະນາພື້ນຖານໂຄງລ່າງການສຶກສາລາວ



     ລັດຖະບານຍີ່ປຸ່ນ, ໄດ້ສືບຕໍ່ ໃຫ້ການຊ່ວຍເຫລືອພັດທະນາ ພື້ນຖານໂຄງລ່າງການສຶກສາ ລາວໃຫ້ດີຂຶ້ນ, ໂດຍການກໍ່ສ້າງ ອາຄານຮຽນຫລັງໃໝ່ໃຫ້ແກ່ ໂຮງຮຽນມັດທະຍົມຕົ້ນບ້ານສະປວນ, ແຂວງອັດຕະປື, ໂຮງ ຮຽນມັດທະຍົມຕົ້ນລານຊຽງ, ເມືອງຫົວເມືອງ ແຂວງຫົວພັນ, ໂຮງຮຽນປະຖົມສົມບູນພູເກັງ ເມືອງແປກ ແຂວງຊຽງຂວາງ ແລະ ຂະຫຍາຍໂຮງຮຽນມັດ ທະຍົມຕົ້ນໜອງຫອຍ ແຂວງ ຈຳປາສັກ ເຊິ່ງມີມູນຄ່າທັງໝົດ 368 ພັນກວ່າໂດລາສະຫະລັດເພື່ອເລັ່ງໃສ່ແກ້ໄຂສະພາບແອ ອັດຂອງນັກຮຽນຊຶ່ງສ່ວນຫລາຍຕ້ອງໄດ້ຮຽນຫ້ອງຄວບຍ້ອນ ຫ້ອງຮຽນບໍ່ພຽງພໍ ແລະ ອີກສ່ວນໜຶ່ງແມ່ນຢູ່ໃນສະພາບພາບ ເກົ່າແກ່ຊຸດໂຊມ.
    ທ່ານທູດຍີປຸ່ນປະຈຳລາວ  ຮີໂຣຢູກິ ຄິຊິໂນ ກ່າວວ່າ: ການຊ່ວຍເຫລືອຄັ້ງນີ້ແມ່ນເພື່ອປະກອບສ່ວນພັດທະນາລະບົບ ການສຶກສາຂອງລາວໃຫ້ມີຄຸນນະພາບ ແລະ ສະພາບແວດລ້ອມ ດີຂຶ້ນເທື່ອລະກ້າວ ແລະ ຫລາຍປີຜ່ານມາ, ລັດຖະບານ ຍີ່ ປຸ່ນກໍມີຄວາມພະຍາຍາມຊ່ວຍເຫລືອວຽກງານການສຶກສາຂອງລາວໂດຍຜ່ານໂຄງການ GGP ເຊິ່ງມີ ຈຳນວນ 452 ໂຄງ
ການ, ໃນນັ້ນ, ກໍ່ສ້າງໂຮງຮຽນປະຖົມ 166 ແຫ່ງ, ມັດທະຍົມ 35 ແຫ່ງ, ຫໍພັກນັກສຶກສາ 13 ແຫ່ງ ແລະ ໂຄງການ ອື່ນໆ.
    ພິທີລົງນາມການຊ່ວຍເຫລືອ ຄັ້ງນີ້ມີຂຶ້ນຢູ່ກະຊວງສຶກສາທິການ ແລະ ກິລາ, ນະຄອນຫລວງວຽງຈັນ ເມື່ອອາທິດ ຜ່ານ ມາລະຫວ່າງທ່ານທູດຍີ່ປຸ່ນ ແລະ ຜູ້ຕາງໜ້າຈາກພະແນກສຶກສາທິການ ແລະ ກິລາ 4 ແຂວງດັ່ງກ່າວ, ໂດຍມີທ່ານ ນາງ ແສງເດືອນ ຫລ້າຈັນທະບູນ ລັດຖະມົນຕີຊ່ວຍວ່າການກະຊວງສຶກສາທິການ ແລະ ກິລາ ເຂົ້າຮ່ວມນຳອີກ.

No comments:

Post a Comment