Ad

Ad

16 December 2014

ຢູນີເທວ ຈັດງານຄອນເສີດສະຫລອງ 5 ປີ ແຫ່ງການພັດທະນາຢ່າງກ້າວກະໂດດ



     ເນື່ອງໃນໂອກາດສະເຫລີມ ສະຫລອງຢູນີເທວຄົບຮອບ 5 ປີ ແຫ່ງການພັດ ທະນາ (16 ຕຸລາ 2009 - 16 ຕຸລາ 2014). ຢູນີເທວ ໄດ້ມີຫລາກຫລາຍກິດ ຈະກຳທີ່ ຈັດຂຶ້ນເພື່ອສະແດງຄວາມຮູ້ບຸນຄຸນ ແລະ ຂອບໃຈມາຍັງລູກຄ້າ ເຊັ່ນ: ຈັດງານລ້ຽງ ພົບປະຂອບໃຈລູກຄ້າໃນຂອບເຂດ 17 ສາ ຂາແຂວງທົ່ວປະເທດ ແລະ ຄຽງ ຄູ່ກັນນັ້ນ, ໃນວັນທີ 9 ທັນວານີ້, ຢູນີເທວ ໄດ້ຈັດ ງານມະຫະກຳ ຄອນເສີດ 5 ປີ ແຫ່ງການພັດທະ ນາຢ່າງຍິ່ງໃຫຍ່ຢູ່ທີ່ສູນການຄ້າລາວ-ໄອເຕັກ ນະຄອນຫລວງວຽງຈັນໂດຍມີ ການສະແດງຈາກຫລາຍໆພາກສ່ວນເຂົ້າ ຮ່ວມບໍ່ວ່າຈະເປັນສິລະປິນລາວ ເຊັ່ນ: ວົງບອັກເຊີ, ນ້ຳຝົນ, ກະຕ່າຍ, ແບັກອາຍ. ນອກນັ້ນ ຍັງມີສິລະປິນຈາກປະເທດໄທເຊັ່ນ: ດາເອນໂດຟິນ, ກະແຕ, ກະຕ່າຍ ເຊິ່ງມີລູກ ຄ້າເຂົ້າຊົມຫລາຍກວ່າ 5.000 ຄົນ.

     ນີ້ສະແດງໃຫ້ເຫັນເຖິງການ ເຕີບໃຫຍ່ຂະຫຍາຍໂຕບໍ່ວ່າຈະ ເປັນດ້ານເຄືອຂ່າຍໂທລະຄົມມີ ຫລາຍກວ່າ 2.900 ສະຖານີ ໃນ 17 ແຂວງທົ່ວປະເທດ, ເຂດປົກ ຄຸມສັນຍານກວມ 92% ຂອງປະ ຊາກອນທັງໝົດ, 100% ຂອງຈຳ ນວນເມືອງ, ມີລະບົບຊ່ອງ ທາງຈຳໜ່າຍທີ່ກວ້າງຂວາງທີ່ສຸດ ດ້ວຍ 142 ປ່ອງບໍລິການ, ຮ້ານ ຕົວແທນຈຳໜ່າຍ ແລະ ຈຸດຂາຍ ກວ່າ 22.000 ຮ້ານ. ປັດຈຸ ບັນຢູນີເທວ ມີ 2,3 ລ້ານເລກໝາຍ ມືຖື ແລະ ໄດ້ກາຍເປັນບໍລິສັດ ໂທລະຄົມຢູ່ ແຖວໜ້າໃນລາວ ໂດຍມີສ່ວນແບ່ງຕະຫລາດ ກວມ 49,3%. ຜົນສຳເລັດດັ່ງກ່າວຂອງ ຢູນີເທວແມ່ນເກີດຂຶ້ນ ຈາກຄວາມ ສາມັກຄີ, ຄວາມດຸໝັ່ນ, ຄວາມເອກະພາບກັນ ແລະ ຄວາມພະຍາຍາມຂອງພະນັກງານລາວ ແລະ ຫວຽດນາມ ໃນຕະ ຫລອດ 5 ປີຜ່ານມາ ທີ່ຮ່ວມ ກັນເປັນຈິດໜຶ່ງໃຈດຽວສຸມໃສ່ການອອກແຮງງານແບບບໍ່ຮູ້ອິດເມື່ອຍເພື່ອການ ສ້າງການບໍລິການທີ່ດີທີ່ສຸດໃຫ້ແກ່ລູກຄ້າ.

No comments:

Post a Comment