Ad

Ad

18 February 2015

ປີຜ່ານມາຢູ່ລາວບໍ່ມີກໍລະນີຜູ້ເສຍຊີວິດຈາກພະຍາດໄຂ້ຍຸງລາຍ



    ທ່ານລັດຖະມົນຕີ​ວ່າການ​ກະຊວງ​ສາທາລະນະ​ສຸກ ໄດ້ລາຍງານໃນກອງປະຊຸມ ສະຫລຸບ​ຖອດ​ຖອນ​ບົດຮຽນ​ກ່ຽວ​ກັບ​ການ​ຕ້ານ ແລະ ຄວບ​ຄຸມພະ​ຍາດ​ໄຂ້ຍຸງ​ລາຍປະ​ຈຳປີ 2014 ໃນ​ທົ່ວ​ປະ​ເທດເມື່ອວັນ​ທີ 17 ກຸມພານີ້, ຢູ່ນະຄອນ​ຫລວງ​ວຽງ​ຈັນ, ພາຍໃຕ້ການເປັນ​ປະທານ​ຂອງທ່ານ ດຣ ພັນ​ຄຳ ວິພາ​ວັນ ຮອງ​ນາຍົກລັດຖະ ມົນຕີ, ລັດຖະມົນຕີ​ວ່າການ​ກະຊວງ​ສຶກສາທິການ ແລະ ກິລາ, ປະທານ​ຄະນະ​ກຳມະການ​ແຫ່ງ​ຊາດ​ຕ້ານ ແລະ ຄວບ​ຄຸມພະ​ຍາດຕິ​ດຕໍ່ ກ່າວວ່າ:ໃນ​ປີຜ່ານມາ, ການ​ປ້ອງ​ກັນ ແລະ ຄວບ​ຄຸມພະ​ຍາດ​ໄຂ້ຍຸງ​ລາຍ​ແມ່ນ​ໄດ້​ຮັບ​ຜົນ​ສຳ​ເລັດ​ດີ​,ຖ້າ​ທຽບ​ໃສ່​ບັນດາ​ປະ​ເທດ​ໄກ້​ຄຽງໄຂ້ຍຸງ​ລາຍ​ຍັງ​ສືບຕໍ່​ລະບາດ​ຢູ່​ບັນດາປະ​ເທດ​ໃນອາຊຽນ​ເຊັ່ນ: ປະ​ເທດ​ມາ​ເລ​ເຊຍ​ມີ​ຈຳນວນຄົນ​ເປັນ​ໄຂ້ຍຸງ​ລາຍ​ເຖິງ 98 ພັນກວ່າກໍລະນີ,​ ເສຍ​ຊີວິດ 189 ກໍລະນີ,​ ຟິລິບ​ປິນມີ 90 ພັນກວ່າກໍລະນີ,​ ເສຍ​ຊີວິດ 342 ກໍລະນີ, ຫວຽດນາມ ມີ 17 ພັນກວ່າກໍລະນີ,​ ເສຍ​ຊີວິດ 17 ກໍລະນີ,​ສິງກະ​ໂປ​ມີ 17 ພັນກວ່າກໍລະນີ,​ ເສຍ​ຊີວິດ 4 ກໍລະນີ,​ ໄທມີ 41 ພັນກວ່າກໍລະນີ, ເສຍ​ຊີວິດ 45
ກໍລະນີ,​ ກຳປູ​ເຈຍ 3 ພັນກໍລະນີເສຍ​ຊີວິດ 21 ກໍລະນີ, ສຳລັບລາວ​ຈຳນວນ​ຄົນ​ເປັນ​ໄຂ້ຍຸງ 1.700 ກວ່າກໍລະນີບໍ່​ມີ​ຜູ້ເສຍ​ຊີວິດ, ສະນັ້ນຈຶ່ງ​ສາມາດ​ເວົ້າ​ໄດ້​ວ່າການ​ປ້ອງ​ກັນ ແລະ ສະກັດ​ກັ້ນບໍ່​ໃຫ້​ໄຂ້ຍຸງ​ລະບາດ​ໃນ​ປີຜ່ານມາ​ແມ່ນ​ເຮັດ​ໄດ້​ດີ​ສົມຄວນ.
      ໃນ​ໂອກາດ​ນີ້, ທ່ານ ດຣ. ພັນ​ຄຳ ວິພາ​ວັນ ກໍ​ໄດ້​ໃຫ້​ທິດ​ຊີ້ນຳ ​ແລະ ​ເນັ້ນ​ໃຫ້​ຄະນະ​ກຳມະການ​ຕ້ານ ແລະ ຄວບ​ຄຸມພະ​ຍາດຕິ​ດຕໍ່​ຢູ່​ແຕ່ລະ​ຂັ້ນນັບ​ແຕ່​ຂັ້ນສູນ​ກາງ ​ແລະ ທ້ອງ​ຖິ່ນ​ ຕ້ອງ​ໄດ້​ເອົາ​ໃຈ​ໃສ່​ໂຄສະນາ​ໃຫ້​ປະຊາຊົນ​ມີ​ຄວາມ​ເ​ຂົ້າ​ໃຈ​ກ່ຽວ​ກັບ​ຜົນ​ຮ້າຍ ​ແລະ ຜົນ​ເສຍ​ຫາຍ​ຈາກ​ການ​ເປັນ​ໄຂ້ຍຸງ​ລາຍ, ອຳນາດ​ການ​ປົກຄອງ​ແຕ່ລະ​ຂັ້ນຕ້ອງ​ມີ​ຄວາມ​ຮັບ ຜິດຊອບ, ເອົາ​ໃຈ​ໃສ່​ຊີ້ນຳໆ​ພາ​ປະຊາຊົນ​ໄປ​ຈັດຕັ້ງປະຕິບັດ​ວຽກ​ງານ​ປ້ອງ​ກັນ ແລະ ຄວບ​ຄຸມພະ​ຍາດ​ໄຂ້ຍຸງ​ລາຍ​ຢ່າງ​​ໃກ້​ຊິດ​ຕິດ​ແທດ, ໃຫ້​ແຕ່​ລະ​ຄອບຄົວ​ມີ​ສ່ວນ​ຮ່ວມ​ໃນ​ການກຳຈັດ​ແຫ​ລ່ງ​ເພາະ​ພັນ​ຍຸງ​ລາຍຕາ​ມບໍລິເວນ​ເຮືອນ​ຊານ​ຢ່າງ​ສະ ໝ່ຳສະ​ເໝີ, ຄູ​ອາຈານ​ກໍ​ຕ້ອງ​ໄດ້​ເອົາ​ໃຈ​ໃສ່ສຶກສາ​ອົບຮົມ​ນັກຮຽນ​ໃຫ້​ມີ​ຄວາມ​ເຂົ້າ​ໃຈ​ກ່ຽວ​ກັບ​ການ​ກຳຈັດ​ຍຸງ​ລາຍຕາ​ມສະຖານ​ທີ່​ເພາະ​ພັນ​ຂອງ​ຍຸງ​ລາຍຢູ່​ໂຮງຮຽນ ແລະ ​ເຮືອນ​ຂອງ​ຕົນ, ໃຫ້​ທຸກຂະ​ແໜງ​ການ​ມີ​ສ່ວນ​ຮ່ວມ​ໃນ​ການ​ປະ ຕິບັດ​ກິດຈະ​ກຳ​ຕ່າງໆ​ໃນ​ການກຳຈັດ​ແຫລ່ງ​ເພາະ​ພັນ​​ຍຸງ​ລາຍ, ຂະ​ແໜງ​ສາທາລະນະ​ສຸກ​ຕ້ອງ​ປະສານ​ສົມທົບ​ກັບ​ບັນດາ​ປະ​ເທດ​​ໃກ້​ຄຽງ​ໃນ​ການ​ວິ​ເຄາະ, ວິ​ໄຈ ​ແລະ ບົ່ງມະຕິ​ພະຍາດ​ໃຫ້​ມີ​ຄວາມ​ຖືກຕ້ອງ ​ແລະ ທັນ​ການ​ໃນ​ເວລາ​ທີ່​ເກີດ​ພະຍາດ​ລະບາດ, ໃຫ້​ຄະນະ​ກຳມະການ​ທຸກຂັ້ນ​ໂດຍ​ສະ​ເພາະ​ແມ່ນ​ຮອງ​ເຈົ້າ​ຄອງ​ນະຄອນຫລວງ ແລະ ຮອງ​ເຈົ້າ​ແຂວງ​ໃຫ້​ຊີ້ນຳໆ​ພາ​ບັນດາອຳນາດ​ການ​ປົກຄອງ​ເມືອງ ​ແລະ ບ້ານ​ຢ່າງ​​ໃກ້​ຊິດ​ໃນ​ການ​ຕິດຕາມ​ການ​ເຄື່ອນ​ໄຫວຂອງ​ໂຮງໝໍ​, ສຸກສາລາໃຫ້​ມີ​ອຸປະ​ກອນ​ຕອບ​ໂຕ້​ຢ່າງ​ທັນ​ການ ເພື່ອ​ເຮັດ​ໃຫ້​ພະຍາດ​ໄຂ້ຍຸງລາຍ​ຫລຸດ​ລົງ ​ແລະ ໝົດ​ໄປ.

No comments:

Post a Comment