Ad

Ad

18 February 2015

ສານນະຄອນຫລວງຕັດສິນລົງໂທດແກ໋ງລັກຊັບອັນຕະລາຍ



    ເມື່ອບໍ່ດົນມານີ້, ສານປະຊາຊົນນະຄອນຫລວງວຽງຈັນໄດ້ຕັດສີນລົງໂທດທ້າວ ກິດຕິສັກ(ອ້າຍ) ອາຍຸ 27 ປີ ຢູ່ບ້ານ ໂພນທັນ ເມືອງສີສັດຕະນາກ, ທ້າວ ຊາປູຊາ (ຂຽວ) ອາຍຸ 23 ປີຢູ່ບ້ານສີບຸນເຮືອງ ເມືອງຈັນທະບູລີ ທ້າວ ວັນນະສອນ ອາຍຸ 30 ປີ, ຢູ່ບ້ານຈອມມະນີ ເມືອງໄຊເສດຖາ ທ້າວ ຄອນສະຫວັນ ອາຍຸ 26 ປີຢູ່ ບ້ານຫັດສະດີ ເມືອງຈັນທະບູລີ ແລະ ທ້າວ ເສດຖາ ອາຍຸ 32 ປີຢູ່ບ້ານໂນນບໍ່ແກ້ວ ເມືອງໄຊທານີ ນະຄອນຫລວງວຽງຈັນ ໃຫ້ຈຳຄຸກແຕ່ 1-4 ປີ ແລະ ປັບໃໝແຕ່ 3 - 8,5 ລ້ານກີບ, ໃນຂໍ້ຫາລັກຊັບພົນລະເມືອງ.
    ເຈົ້າໜ້າທີ່ໃຫ້ຮູ້ວ່າ: ໃນໄລຍະຜ່ານມາ, ພວກກ່ຽວໄດ້ຮ່ວມກັນລັກຊັບພົນລະເມືອງໂດຍສະເພາະແມ່ນລັກລົດຈັກຈຳ ນວນ 22 ຄັ້ງຢູ່ຕາມໂຮງໝໍ, ຕະຫລາດ, ເຮືອນຫ້ອງແຖວຕ່າງໆ ແລະ ຕົກມາຮອດກາງປີ 2013 ຈຶ່ງຖືກເຈົ້າໜ້າທີ່ຈັບ ຕົວມາດຳ ເນີນຄະດີຕາມກົດໝາຍ.

     ຂ່າວໃຫ້ຮູ້ອີກວ່າ: ໃນທ້າຍອາທິດຜ່ານມາ, ປກສ ເມືອງແກ້ວອຸດົມ, ແຂວງວຽງຈັນ, ໄດ້ສຶກສາອົບຮົມໄວລຸ້ນທີ່ເປັນ ເປົ້າ ໝາຍລັກຊັບພົນລະເມືອງ ແລະ ພົວພັນຢາເສບຕິດຈຳນວນ 17 ຄົນ, ເພື່ອໃຫ້ຮູ້ເຖິງຜົນຮ້າຍຂອງຢາເສບຕິດທີ່ສົ່ງ ຜົນກະທົບ ຕໍ່ບຸກຄົນ, ຄອບຄົວ ແລະ ສ້າງຄວາມບໍ່ສະຫງົບໃຫ້ແກ່ສັງຄົມ, ສະນັ້ນຈຶ່ງໃຫ້ຢຸດເຊົາການປະພຶດຕົວໃນທາງ ທີ່ບໍ່ຖືກຕ້ອງ ແລ້ວຫັນປ່ຽນແນວຄິດການປະພຶດໄປໃນທາງທີ່ຖືກຕ້ອງ, ເປັນລູກທີ່ດີຂອງພໍ່ແມ່, ເປັນພົນລະເມືອງດີຂອງ ຊາດ, ຊອກ ວຽກເຮັດງານທຳ ແລະ ທຳມາຫາກີນຢ່າງສຸຈະລິດ ເພື່ອພັດທະນາຕົນເອງ, ຄອບຄົວ ແລະ ປະກອບສ່ວນພັດທະນາປະເທດ ຊາດໃຫ້ຈະເລີນຮຸ່ງເຮືອງ, ກ່ອນຈະປ່ອຍຕົວຄືນໃຫ້ຄອບຄົວ ແລະ ຜູ້ປົກຄອງເອົາໄປສຶກສາອົບຮົມ ຕໍ່ໄປ.

No comments:

Post a Comment