Ad

Ad

30 March 2015

ປູກ​ຈິດ​ສຳນຶກ​ຂັບ​ຂີ່​ປອດ​ໄພຕ້ອນຮັບ​ປີ​ໃໝ່​ລາວ 2015



     ໃນວັນທີ 28 ມີນານີ້, ຢູ່ສວນເຈົ້າອານຸວົງ ບໍລິເວນຜາມໄຊ-ທ່າວັດຈັນ ນະ ຄອນຫລວງວຽງຈັນ, ​ໄດ້ຈັດງານສັບປະດາຄວາມປອດໄພທາງຖະໜົນລາວ-ສາກົນ 2015 ຂຶ້ນ, ​ໂດຍມີທ່ານລັດຖະມົນຕີຊ່ວຍວ່າການກະຊວງໂຍ ທາທິການແລະ ຂົນສົ່ງ, ​ຜູ້ຕາງໜ້າຈາກອົງການອະນາໄມໂລກແລະ ​​ເຈົ້າໜ້າທີ່ຈະລາຈອນ, ນັກຮຽນ, ນັກສຶກສາເຂົ້າຮ່ວມເປັນຈຳນວນຫລາຍ​.
     ທ່ານລັດຖະມົນຕີຊ່ວຍວ່າການກະຊວງໂຍທາທິການແລະ ຂົນສົ່ງໄດ້ກ່າວໃນພິທີວ່າ: ການເປີດສັບປະດາຄວາມປອດໄພທາງຖະໜົນ ສາກົນນີ້ ກໍເປັນຄັ້ງທີ 3 ແລ້ວຂອງອົງການສະຫະປະຊາຊາດ, ກໍດັ່ງພວກເຮົາຮັບຮູ້ນໍາກັນແລ້ວວ່າ: ໃນແຕ່ລະປີ ທົ່ວໂລກຈະມີຜູ້ເສຍຊີວິດປະມານ 1,3 ລ້ານຄົນ, ​ໃນນັັ້ນ 25% ຈະເປັນຜູ້ເຖົ້າແລະເດັກນ້ອຍ, ຊຶ່ງມັກເກີດຢູ່ປະເທດທີ່ມີລາຍຮັບຕ່ຳແລະ ປານກາງ. ​ໃນນັ້ນ ສປປ ລາວ ກໍແມ່ນໜຶ່ງໃນບັນດາປະເທດດັ່ງກ່າວ.  ບັນຫາອຸປະຕິເຫດທາງຖະໜົນແມ່ນບັນຫາຂອງທຸກພາກສ່ວນໃນສັງຄົມຕ້ອງພ້ອມກັນແກ້ໄຂ, ​ແຕ່ຫາກທຸກຄົນ
ປະໝາດ, ​ເລິນເລີ້, ບໍ່ເຄົາລົບ, ຢຳເກງຕໍ່ລະບຽບກົດໝາຍ ກໍຈະເຮັດໃຫ້ມີການສູນເສຍຊີວິດແລະ ຊັບສິນເພີ່ມຂຶ້ນເລື້ອຍໆ. ສະນັ້ນ ທຸກຄົນໃນສັງຄົມ​​ຄວນມີສະຕິໃນການເດີນທາງພ້ອມກັບປະຕິບັດກົດລະບຽບຈະລາ ຈອນຢ່າງເຂັ້ມງວດເພື່ອເຮັດໃຫ້ອຸປະຕິເຫດຫລຸດລົງຕາມລຳດັບ. ນອກຈາກນີ້ ທ່ານຍັງເນັ້ນ​​ໃຫ້ເອົາໃຈໃສ່ 4 ປະ ການຕົ້ນຕໍຄື: ດື່ມບໍ່ຂັບ, ​ຂັບຂີ່ທຸກຄັ້ງຕ້ອງໃສ່ໝວກກັນກະທົບ, ​ຂັບຊ້າໆແລະ ຕ້ອງໃສ່ສາຍຮັດນິລະໄພທຸກຄັ້ງກ່ອນ​​ເດີນທາງ.
     ງານດັ່ງກ່າວຍັງໄດ້ປ່ອຍຂະບວນລົດຖີບ, ​ເຊິ່ງນຳໜ້າໂດຍທ່ານລັດຖະມົນຕີຊ່ວຍວ່າການກະຊວງໂຍທາທິການແລະ ຂົນສົ່ງແລະ ຜູ້ຕາງໜ້າອົງການອະນາໄມໂລກ ປະຈຳລາວ, ​ເຊິ່ງມີໄລຍະທາງຍາວປະມານ 9,9 ກິໂລແມັດ,ນັບແຕ່ຜາມໄຊ-​ທ່າວັດຈັນໄປຈົນສຸດເສັ້ນທາງແຄມຂອງແລ້ວລ້ຽວກັບມາຈຸດຜາມໄຊ, ທັງນີ້ ກໍເປັນການປູກຈິດສຳນຶກຂັບຂີ່ປອດໄພໃຫ້ທົ່ວສັງຄົມ, ​ແນ​​ໃສ່ຫລຸດຜ່ອນອຸປະຕິເຫດບົນທ້ອງຖະໜົນລົງເປັນລໍາດັບ.

No comments:

Post a Comment