Ad

Ad

30 March 2015

ການສ້າງເຂດເສດຖະກິດພິເສດ ແລະ ສະເພາະແມ່ນການຈັດຕັ້ງຜັນຂະຫຍາຍແນວທາງພັດທະນາເສດຖະກິດຂອງພັກ



ເມື່ອເວົ້າເຖິງເຂດເສດຖະກິດພິເສດ ແລະ ສະເພາະສຳລັບປະເທດລາວເຮົາ ຍັງເປັນເລື່ອງໃໝ່ ແລະພວມມີການພັດທະນາຢ່າງກວ້າງຂວາງ ແລະ ໄດ້ມີນັກລົງ ທຶນເຂົ້າມາລົງທຶນຢ່າງເປັນຂະບວນຟົດຟື້ນຕາມແນວທາງນະໂຍ ບາຍຂອງພັກໄດ້ ວາງໄວ້ກ່ອນໜ້ານີ້ຫລາຍສີບປີເພື່ອເປັນພື້ນຖານຮອງ ຮັບການລົງທຶນ, ກໍຄືການພັດ ທະນາປະເທດຊາດໃຫ້ກ້າວໜ້າຂະຫຍາຍຕົວ.
ທ່ານ ແພງ ອິນທະລາດ ຮອງປະທານເຂດເສດຖະກິດສະເພາະບຶງທາດ ຫລວງໄດ້ໃຫ້ສຳພາດນັກຂ່າວພວກເຮົາເມື່ອທ້າຍອາທິດຜ່ານມາ, ເນື່ອງໃນໂອກາດສະເຫລີມສະຫລອງສອງວັນປະຫວັດ ສາດຄື: ວັນສ້າງຕັ້ງພັກປະຊາ ຊົນປະຕິວັດລາວຄົບຮອບ 60 ປີ(22 ມີນາ 1955 - 22 ມີນາ 2015) ແລະ ວັນສະຖາປະນາ ສາທາລະນະລັດ ປະ ຊາທິປະໄຕປະຊາຊົນລາວຄົບຮອບ 40 ປີ (2 ທັນວາ 1975-2 ທັນວາ 2015)ວ່າ: ເກືອບສອງສະຕະ ວັດທີ່ະ ເທດລາວໄດ້ປະສົບກັບຄວາມຫຍຸ້ງຍາກລຳບາກຈາກການຮຸກຮານ ແລະ ແຊກແຊງຈາກບັນດາອິດທິກຳລັງຈ າກພາຍນອກ, ການມ້າງເພທຳລາຍ ແລະ ເຜົາຜານຈາກສົງຄາມໄດ້ເຮັດໃຫ້ພື້ນຖານໂຄງລ່າງ ແລະ ອະທິປະໄຕຂອງຊາດ ສູນເສຍ, ເສດຖະກິດ-ສັງຄົມຂອງປະເທດປະສົບກັບຄວາມຫຍຸ້ງຍາກ ແລະ ຂັດສົນທີ່ສຸດ, ຈົນມາຮອດວັນທີ 2 ທັນ ວາ 1975 ປະເທດໄດ້ເປີດໜ້າປະຫວັດສາດໃໝ່, ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ຮັບການສະຖາປານາ ຢ່າງເອກອ້າງທະນົງໃຈ ແລະ ປິຕິຍິນດີຂອງປະຊາຊົນບັນດາເຜົ່າທົ່ວປະເທດ, ທັງໄດ້ຮັບການຍ້ອງຍໍສັນລະ ເສີນຈາກບັນດາ ປະເທດເພື່ອນມິດ ແລະ ສາກົນ.

ນັບແຕ່ນັ້ນມາ, ພາຍໃຕ້ການນຳພາຂອງພັກ, ລັດຖະບານໄດ້ເອົາໃຈໃສ່ວຽກງານພັດທະນາເສດຖະກິດ -ສັງຄົມໃນແຕ່ລະໄລຍະຢ່າງສອດຄ່ອງເປັນລະບົບ ແລະ ມີປະສິດທິຜົນ, ເພື່ອຮັບປະກັນການຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າໃຫ້ນັບມື້ດີຂຶ້ນ, ແຜນພັດທະນາເສດຖະກິດ-ສັງຄົມ 5 ປີຄັ້ງທຳອິດແຕ່ປີ 1981-1985 ໄດ້ກຳນົດຕົວເລກການຂະຫຍາຍຕົວຂອງເສດຖະກິດສະເລ່ຍ 7% ຕໍ່ປີ, ແຕ່ກໍເຫັນວ່າຍັງພົບຫລາຍບັນຫາຫຍຸ້ງຍາກທ້າທາຍໃນເວລານັ້ນ, ເຊິ່ງເກີດຈາກສະພາບການຜັນແປຂອງພາກພື້ນ ແລະ ສາກົນ, ຕົກມາຮອດໄລຍະແນວທາງປ່ຽນແປງໃໝ່ລັດຖະບານໄດ້ວາງແຜນການ 5 ປີຄັ້ງທີ 2 ແຕ່ປີ 1986 - 1990 ໂດຍແນໃສ່ພັດທະນາເສດຖະກິດໄປຕາມກົນໄກຕະຫລາດທີ່ມີການນຳພາຂອງພັກ ແລະ ຄຸ້ມຄອງຂອງລັດ ແລະ ໄປຄຽງຄູ່ກັບການປະຕິຮູບໃນຫລາຍຂະແໜງການຄື: ລຶບລ້າງກົນໄກການຄຸ້ມຄອງແບບລວມສູນອາດຍາສິດ ແລະ ບໍລິຫານເກື້ອກູນໄປສູ່ການໄລ່ລຽງທຸລະກິດ, ປະຕິຮູບດ້ານລາຄາ, ຍູ້ແຮງການຜະລິດສີນຄ້າ ແລະ ເປີດກວ້າງການຮ່ວມມືກັບຕ່າງປະເທດເພື່ອດຶງດູດການລົງທຶນ ແລະ ຮັບເອົາເຕັກໂນໂລຊີຈາກຕ່າງປະເທດ ແລະ ຕົກມາຮອດກອງປະຊຸມໃຫຍ່ຄັ້ງທີ 4 ຂອງພັກຈຶ່ງໄດ້ກຳນົດແນວທາງການພັດທະນາເສດຖະກິດ-ສັງຄົມ, ໜຶ່ງໃນນັ້ນແມ່ນກະກຽມພື້ນຖານຕ່າງໆເພື່ອສ້າງເຂດເສດຖະກິດພິເສດ ແລະ ສະເພາະ ເພື່ອດຶງດູດເອົາການລົງທຶນທັງພາຍໃນ ແລະ ຕ່າງປະເທດ.
ທ່ານ ແພງ ອິນທະລາດ ກ່າວວ່າ: ປະເທດຈີນແມ່ນຕົວແບບທີ່ປະສົບຜົນສຳເລັດສູງໃນການພັດທະນາ
ເຂດເສດຖະກິດພິເສດ ແລະ ສະເພາະຢູ່ໃນໂລກ, ປັດຈຸບັນແມ່ນມີຫລາຍກວ່າ 120 ເຂດເສດຖະກິດພິເສດ ແລະ ສະເພາະໃນທົ່ວປະເທດ ແລະ ກາຍເປັນແຫລ່ງສ້າງລາຍຮັບ ແລະ ຖອກພັນທະໃຫ້ລັດຖະບານຢ່າງມະຫາສານ, ເປັນເຂດທີ່ມີຄວາມສີວິໄລທີ່ສຸດ, ດັ່ງນັ້ນລາວເຮົາກໍພວມນຳໃຊ້ກົນໄກ ແລະ ບົດຮຽນທີ່ປະສົບຜົນສຳເລັດຄືດັ່ງກ່າວນັ້ນມາພັດທະນາປະເທດໃຫ້ມີຄວາມຈະເລີນຮຸ່ງເຮືອງ, ໂດຍສະເພາະເຂດເສດຖະກິດສະເພາະບຶງທາດຫລວງນີ້, ເຊິ່ງແມ່ນບໍລິສັດອະສັງຫາລິມະຊັບຫວານເຊິງຊຽງໄຮ ສປ ຈີນ, ໄດ້ເລີ່ມເຂົ້າມາພັດທະນາບຸກເບີກເນື້ອທີ່ 365 ເຮັກຕາແຕ່ປີ 2012 ເປັນຕົ້ນມາ ແລະ ຈະລົງທຶນປະມານ 1-5 ຕື້ໂດລາສະຫະລັດ, ເພື່ອສ້າງໃຫ້ເຂດດັ່ງກ່າວເປັນຕົວເມືອງໃໝ່ແຫ່ງການທ່ອງທ່ຽວຄົບວົງຈອນ ແລະ ເປັນມິດກັບສິ່ງແວດລ້ອມ, ເຊິ່ງຈະໃຊ້ເວລາປະມານ 15-20 ປີເພື່ອກໍ່ສ້າງ ແລະ ມາຮອດປັດຈຸບັນ, ມີຫລາຍກວ່າ 10 ບໍລິສັດຈາກຕ່າງປະເທດໄດ້ເຂົ້າມາລົງທຶນແລ້ວ ແລະ ຄາດວ່າຈະມີອີກຫລາຍບໍລິສັດທັງພາຍໃນ ແລະ ຕ່າງປະເທດສົນໃຈເຂົ້າມາລົງທຶນ, ເນື່ອງຈາກໄດ້ມີນະໂຍບາຍຫລຸດ ຜ່ອນອັດຕາພາສີຢ່າງເໝາະສົມ, ໂດຍສະເພາະແມ່ນວັດຖຸອຸປະກອນທີ່ນຳເຂົ້າມາຮັບໃຊ້ ແລະ ບໍລິການໃນເຂດກໍ່ສ້າງແມ່ນມີການຍົກເວັ້ນພາສີ 100%, ນອກຈາກນີ້, ການອອກໃບອະນຸຍາດລົງທຶນກໍແມ່ນມີລະບົບປະຕູດຽວ, ບ່ອນດຽວ, ເຊິ່ງເປັນນະໂຍບາຍ ແລະ ເງື່ອນໄຂສຳຄັນທີ່ອຳນວຍ ແລະ ດຶງດູດນັກລົງທຶນເຂົ້າມາພັດທະນານັບມື້ຫລາຍຂຶ້ນ.

No comments:

Post a Comment