Ad

Ad

30 March 2015

ເປີດ​ແລ້ວ ສູນການຄ້າຄົບວົງຈອນ “ວຽງຈັນເຊັນເຕີ”



     ສູນການຄ້າວຽງຈັນເຊັນເຕີ ຕັ້ງຢູ່ເຂດຖະໜົນຄູວຽງ, ຊຶ່ງເປັນຈຸດໃຈກາງຂອງນະ ຄອນຫລວງວຽງຈັນ ໄດ້ເປີດບໍລິ ການຢ່າງເປັນທາງການແລ້ວໃນວັນທີ 28 ມີນານີ້, ໂດຍການເຂົ້າຮ່ວມຂອງທ່ານ ສົມສະຫວາດ ເລັ່ງສະຫວັດ ຮອງນາຍົກ ລັດຖະມົນຕີ, ຜູ້ຊີ້ນຳ​​ເສດຖະກິດການຜະລິດແລະ ຈໍລະຈອນແລະ ທ່ານ ກວນ ຮົວປິນ ເອກອັກຄະລັກຖະທູດ ສປ ຈີນ ປະຈຳລາວ, ພ້ອມດ້ວຍຕົວແທນພາກ ສ່ວນກ່ຽວຂ້ອງຕ່າງໆເຂົ້າຮ່ວມເປັນຈຳນວນຫລາຍ.
     ຜູ້ຮັບຜິດຊອບສູນການຄ້າແຫ່ງນີ້ໃຫ້ຮູ້ວ່າ: ສູນການຄ້າດັ່ງກ່າວເປັນສູນການຄ້າ ທີ່ໃຫຍ່ໂຕແລ ທັນສະໄໝ, ເຊິ່ງສາມາດຕອບສະໜອງຄວາມຕ້ອງການສິນຄ້າແບບຄົບວົງຈອນ ແລະ ນັບທັງສິນຄ້າຍີ່ຫໍ້ດັງ, ມີຄຸນນະພາບດີລະດັບໂລກເຂົ້າມາຈຳ ໜ່າຍອີກດ້ວຍ, ຊຶ່ງຈະນຳເອົາຄວາມສະດວກສະບາຍໃນການຈັບຈ່າຍໃຊ້ສອຍຂອງຄົນລາວ ແລະ ຊາວຕ່າງຊາດທີ່ເຂົ້າມາ ທ່ອງທ່ຽວ. ພ້ອມນີ້ຍັງມີທະນາຄານແຫ່ງ ສປ ຈີນ ສາຂານະຄອນຫລວງວຽງຈັນ, ໂຮງຮູບເງົາ, ຫ້ອງອາຫານ, ສະຖານທີ່ຫ ລີ້ນສຳລັບເດັກນ້ອຍ ແລະ ອື່ນໆໄວ້ຄອຍບໍລິການທຸກທ່ານທີ່ເຂົ້າມາບໍລິການໃນສູນການຄ້າແຫ່ງນີ້.

     ໃນໂອກາດອັນສະຫງ່າລາສີນີ້ ທ່ານຮອງນາຍົກໄດ້ມີຄຳເຫັນໃນພິທີ​​ວ່າ: ການເປີດສູນການຄ້າ ວຽງຈັນເຊັນເຕີ້ນີ້ເປັນການປະດັບເອ້ຄວາມທັນສະໄໝແລະ ຄວາມສວຍງາມໃຫ້ແກ່ນະຄອນຫລວງວຽງຈັນ, ທັງເປັນຂອງຂວັນອັນໜຶ່ງ​​ເພື່ອຄຳນັບຮັບຕ້ອນ 2 ວັນປະຫວັດສາດຂອງລາວເຮົາຄື: ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 60 ປີແລະ ວັນສະຖາປະນາ ສປປ ລາວ ຄົບຮອບ 40 ປີແລະເຊື່ອວ່າສູນການຄ້າແຫ່ງນີ້ ຈະນຳເອົາຄວາມສະດວກສະພາບມາສູ່ຄົນລາວ​​ໄດ້ຊົມໃຊ້ສິນຄ້າທີ່ມີຄຸນນະພາ, ພ້ອມຍັງເປັນການດຶງດູດນັກທ່ອງທ່ຽວຈາກຕ່າງປະເທດມາທ່ອງທ່ຽວລາວເພີ້ມຂຶ້ນແລະ ທັງເປັນການ​​ເສີມຂະຫຍາຍສາຍພົວພັນລາວ-ຈີນໃຫ້ຍືນນານນຳອີກ.
     ທ່ານນາງ ອໍລະໄທ ສັນຕິຄົງຄາ ຜູ້ອຳນວຍການໃຫຍ່ບໍລິສັດ ກຣິດຕິພົງ ກລຸບຈຳກັດ, ຮອງປະທານສະພາບໍລິ ຫານບໍລິ ສັດພັດທະນາເສດຖະກິດສູນການຄ້າຄົບວົງຈອນໜອງຈັນຕອນເໜືອ ກ່າວວ່າ: ນັບແຕ່ເລີ່ມມີການກໍ່ສ້າງ ວຽງຈັນເຊັນເຕີ ໃນປີ 2012 ເປັນຕົ້ນມາ ທັງສອງປະເທດລາວ-ຈີນ ກໍໄດ້ເລິງເຫັນຄວາມສຳຄັນ ໃຫ້ການສະໜັບສະໜູນຢ່າງໃຫຍ່ຫລວງ ສົ່ງຜົນໃຫ້ໂຄງການດັ່ງກ່າວໄດ້ຮັບການປະຕິບັດຢ່າງມີປະສິດທິຜົນ ແລະ ປະສົບຜົນສຳເລັດຢ່າງຈົບງາມ. ພ້ອມກັນນັ້ນ ຫວັງວ່າ ວຽງຈັນເຊັນເຕີ ຈະກາຍເປັນສູນການຄ້າທີ່ນຳໜ້າຂອງລາວໃນອີກບໍ່ດົນ.
     ສູນການຄ້າດັ່ງກ່າວ ຕັ້ງຢູ່ບ້ານໜອງຈັນ, ​ເມືອງສີສັດຕະນາກ, ຊຶ່ງເປັນເຂດສູນການຄ້າສຳຄັນຂອງນະຄອນ ຫລວງວຽງຈັນ, ໃກ້ກັບສະຖານນີລົດເມ, ຕະຫລາດຂົວດິນ. ​ໂຄງການດັ່ງກ່າວແມ່ນເລີ່ມກໍ່ສ້າງໃນຕົ້ນປີ 2012 ​ໃຊ້ເວລາ 3 ປີ ຈຶ່ງສຳເລັດ, ​ເຊິ່ງກວມເອົາເນື້ອທີ່ທັງໝົດ 5,3 ​ເຮັກຕາ, ມີ 4 ຊັ້ນແລະ ມີຫ້ອງຂາຍ​​ເປັນຈຳນວນຫລາຍໄວ້ໃຫ້ຜູ້ທີ່ສົນໃຈເຂົ້າໄປຈັບຈອງໄດ້.

No comments:

Post a Comment