Ad

Ad

30 March 2015

ນັກສຶກສາລາວ 17 ຄົນໄດ້ທຶນການສຶກສາຈາກລັດຖະບານຍີ່ປຸ່ນ



          ໃນວັນທີ 27  ມີນາ ນີ້, ທີ່ນະຄອນຫຼວງວຽງຈັນ ໄດ້ມີງານລ້ຽງສົ່ງໃຫ້ນັກ ສຶກສາລາວຈໍານວນ 17 ຄົນ ທີ່ຈະເດີນທາງໄປສຶກສາຕໍ່ຢູ່ປະເທດຍີ່ປຸ່ນ, ພາຍໃຕ້ທຶນ ການສຶກສາຂອງລັດຖະບານຍີ່ປຸ່ນ MEXT  (Ministry of Education of japan ) ໂດຍການເຂົ້າຮ່ວມຂອງທ່ານ ນາງ ແສງເດືອນ ຫຼ້າຈັນທະບູນ ລັດຖະມົນ ຕີຊ່ວຍວ່າ ການກະຊວງສຶກສາທິການ ແລະ ກິລາ, ທ່ານ ຣຽວທະໂຣະ ຊຸຊຸກິ ອຸປະ ທູດຍີ່ປຸ່ນປະຈໍາ ສປປ ລາວ ພ້ອມດ້ວຍນັກສຶກສາເຂົ້າຮ່ວມຢ່າງພ້ອມພຽງ.
          ພະນະທ່ານ ຣຽວທະໂຣະ ຊຸຊຸກິ ອຸປະທູດຍີ່ປຸ່ນ ປະຈໍາລາວໄດ້ເນັ້ນກ່ຽວໃຫ້ຮູ້ວ່າ:ໃນໄລຍະ 20 ປີຜ່ານມາ ລັດຖະ ບານຍີ່ປຸ່ນໄດ້ສົ່ງນັກສຶກສາລາວໄປຮຽນຕໍ່ທີ່ປະເທດຍີ່ປຸ່ນຫຼາຍກວ່າ 950 ຄົນ ໂດຍຜ່ານຫຼາຍໂຄງການ, ສໍາລັບປີນີ້ ນັກສຶກສາ ທີ່ໄດ້ຮັບທຶນຈໍານວນ 17 ຄົນ, ໃນນັ້ນ 2 ຄົນ ໄປຮຽນລະດັບປະລິນຍາເອກ, 5 ຄົນ ຮຽນລະດັບປະລິນຍາໂທ, 1 ຄົນ
ຮຽນລະດັບປະລິນຍາຕີ, 4 ຄົນ ຮຽນລະດັບວິຊາຊີບຊັ້ນສູງທາງດ້ານເຕັກໂນໂລຊີ ແລະ 5 ຄົນໃນລະດັບວິຊາຊິບຊັ້ນສູງ ທົ່ວໄປ. ທ່ານຍັງໄດ້ເນັ້ນກ່ຽວກັບຄວາມສໍາຄັນໃນໄລຍະແຫ່ງການຮໍ່າຮຽນ ແລະ ພົບປະໂອ້ລົມກັບຄົນຍີ່ປຸ່ນໂດຍກົງກໍ່ຄືການ ໄດ້ໄປສຶກສາຮໍ່າຮຽນໃນຂະແໜງການສະເພາະຂອງຕົນເອງ ແລະ ເຊື່ອໝັ້ນວ່ານັກສຶກສາເລົ່ານີ້ຈະເຮັດໜ້າທີ່ເປັນຂົວຕໍ່ລະ ຫວ່າງປະເທດລາວ-ຍີ່ປຸ່ນ ພ້ອມກັນນີ້ ທ່ານຍັງຍັງໄດ້ອວຍພອນໃຫ້ນັກສຶກສາທຸກຄົນຈົ່ງປະສົບຜົນສໍາເລັດໃນການ ສຶກສາຮໍ່າຮຽນທີ່ປະເທດຍີ່ປຸ່ນ.

No comments:

Post a Comment