Ad

Ad

31 March 2015

ບົດດີ ລາສີຂອງນາມປາກກາ ( ຄໍລຳ ບັນຫາຈານແຍ່ )



ໂດຍ : ວິເສດ ສະແຫວງສຶກສາ
      ຫວ່າງແລ້ວນີ້, ມີໂອກາດໄດ້ໂສກັບເພື່ອນໆຮ່ວມປາກກາຫລາຍໆທ່ານກ່ຽວ ກັບການໃຊ້ນາມປາກກາ ສຳລັບບົດຂ່າວ- ບົດຂຽນປະເພດຕ່າງໆວ່າ ເອົາສ່ຳໃດ ມັນຈຶ່ງຊິພໍດ້າມພໍດີ, ບໍ່ໂລດໂຜນ, ບໍ່ພິລຶກກຶກກືເກີນໄປ, ບໍ່ຟັງບາດຫູແຕ່ສຳຄັນທີ່ສຸດ ແມ່ນໃຫ້ມັນສົມນ້ຳສົມຕອນກັບ ປະເພດບົດ. ທີ່ຈິງແລ້ວເລື່ອງນີ້ຈານແຍ່ເຄີຍເວົ້າ ແລະ ເຄີຍຂຽນ ມາຫລາຍບົດແລ້ວ ແຕ່ກໍຍັງບໍ່ມີສູດສຳເລັດຮູບວ່າໃສ່ນາມປາກ ກາແນວໃດຈຶ່ງຈະຖືໄດ້ວ່າສົມບູນແບບທີ່ສຸດ.
     ຢູ່ບ້ານເຮົານັກຂ່າວ-ນັກຂຽນໃຊ້ນາມປາກກາສຳລັບບົດຕ່າງໆດ້ວຍເຫດຜົນ ຕ່າງກັນ ແລະ ຄ້າຍຄືກັນ. ນາມປາກກາ ເຊິ່ງມີທັງປະເພດຊື່ ແລະ ນາມສະກຸນຈິງ (ຂໍອະນຸຍາດອ້າງ ນາມປາກກາ “ດຣ. ທອງຄຳ ອ່ອນມະນີສອນ”) ແລະ ມີທັງຊື່ ສົມມຸດ (ເຊັ່ນ ລູກດອນກະເດັນ, ສາວແດນຊ້າງ, ບ່າວກະບື...) ແຕ່ ຈະເປັນຊື່ຈິງ ຫລື ນາມສົມມຸດ ມັນກໍລ້ວນແຕ່ເປັນ ຕົວແທນຂອງ ເຈົ້າຂອງບົດໂດຍແທ້. ມີບາງຄົນ ວ່າການໃສ່ຊື່ສົມມຸດເປັນນາມ ປາກການັ້ນກໍເພື່ອເວລາ “ເປັນຫຍັງມາ” ຈະບໍ່ໄດ້ຮ້ອນໄດ້ ເຄືອງ. ຄິດແບບນີ້ ຈານແຍ່ຜິດ ຖະໜັດ, ຢາກລອງຖາມແດ່ວ່າ: ຖ້າມີຄົນຍ້ອງ ຫລື ຕ້ອງຕິບົດທີ່ ທ່ານ ໃສ່ຊື່ສົມມຸດເປັນນາມປາກກາແລ້ວ, ທ່ານຈະບໍ່ມີຄວາມຮູ້ສຶກຫຍັງຈັກດີ້ບໍ ?.

     ການໃຊ້ຊື່ສົມມຸດເປັນນາມປາກການັ້ນ ຕ່າງຄົນກໍຕ່າງມີເຫດຜົນຄົນລະຢ່າງ ເຊັ່ນບາງຄົນຂຽນຫລາຍບົດທີ່ມີລັກສະນະ ແຕກຕ່າງກັນກໍເລີຍຕັ້ງນາມປາກກາຕາມປະເພດບົດເພື່ອບໍ່ໃຫ້ຜູ້ອ່ານຄິດວ່າມີຕາຍແຕ່ຜູ້ເກົ່າຂຽນຕະຫລອດ. ແຕ່ສຳລັບຜູ້ທີ່ ຖະໜັດອ່ານ, ຖະໜັດສັງເກດແລ້ວ ຍ່ອມຈະຮູ້ໂລດວ່າແມ່ນໃຜຂຽນເຖິງວ່າຈະໃສ່ນາມປາກກາເປັນສິບເປັນຊາວກະຢ່າ. ເຫດ ຜົນອື່ນໆທີ່ຕ້ອງໃສ່ຊື່ສົມມຸດເປັນນາມປາກການັ້ນກໍອາດພຽງເພື່ອບໍ່ທັນຕ້ອງການໃຫ້ຜູ້ອ່ານຮູ້ ຊື່ຈິງ ຫລື ເພື່ອສະຫງວນ ຖານະ ຕຳແໜ່ງໄວ້ກ່ອນ ເພາະຢ້ານຜູ້ ອ່ານຄິດວ່າຄົນໃນຖານະນັ້ນຕຳແໜ່ງນີ້ ເຫດໃດມາຂຽນເລື່ອງຫລິ້ນໆຫົວໆ, ເລື່ອງຮັກໆໄຄ່ໆ ປານເດັກນ້ອຍ. ມີບາງທ່ານໃສ່ຊື່ສົມມຸດເປັນນາມປາກກາແມ່ນເພື່ອໃຫ້ເຂົ້າກັບປະເພດບົດເຊັ່ນຖ້າຂຽນກ່ຽວກັບເຕັກໂນໂລ ຊີຂໍ້ມູນຂ່າວສານກໍອາດຈະໃສ່ນາມປາກກາວ່າ: “ອອນລາຍ” ຫລື “ໄອທີ” ຖ້າເປັນເລື່ອງກ່ຽວກັບຄວາມພິລະອາດຫານກໍອາດ ໃສ່ “ເຫລັກກ້າ”, ຖ້າຂຽນເລື່ອງກິລາກໍອາດເລືອກນາມປາກກາ “ຄົນຂ້າງສະໜາມ”, ສ່ວນນາມປາກກາ “ສໍຂ່າວ” ກໍອາດໃສ່ກັບ ບົດຊີວິດຄູ-ອາຈານ, ຖ້າເປັນເລື່ອງອະນຸລັກວັດທະນະທຳກໍອາດໃສ່ນາມປາກກາ “ແຄນລາວ”, ຖ້າຂຽນກະວີປະເພດສຽດສີ-ຕັກ ເຕືອນສະຕິສັງຄົມກໍອາດມີຜູ້ໃຊ້ນາມປາກກາວ່າ: “ຄົມດາບອັກສອນສິນ” ເຊິ່ງອ່າວຍາວແດ່ ເພາະນາມປາກກາ (ທີ່ບໍ່ ແມ່ນຊື່ຈິງ) ນັ້ນຄວນມີຄວາມຍາວລະຫວ່າງ 2 ຫາ 3 ພະຍາງ. ການໃຊ້ນາມປາກກາແມ່ນສິດທິສ່ວນບຸກຄົນແຕ່ກໍຕ້ອງຊັ່ງ ຊາຄວາມເໝາະສົມໃຫ້ເຂົ້າແກ໋ບກິນເກຍກັບຄຳນິຍົມຂອງສັງຄົມ, ເໝາະສົມກັບປະເພດບົດທີ່ຂຽນ. ໃນບົດຕໍ່ໄປຈານແຍ່ ຈະເວົ້າກ່ຽວກັບທ່າອ່ຽງລວມໃນການຕັ້ງນາມປາກກາ (ປະເພດສົມມຸດ) ຢູ່ບ້ານເຮົາ ແລະ ຄວາມເໝາະສົມຂອງມັນຄວນຢູ່ ໃນຂອບເຂດໃດ ?.

No comments:

Post a Comment