Ad

Ad

24 March 2015

ຮ້ອນນີ້ມີທ່າອ່ຽງຈະຂາດນ້ຳໃຊ້ດັ່ງປີຜ່ານມາ



ພໍຮອດເດືອນມີນາຫາເດືອນພຶດສະພາ, ອາກາດຈະຮ້ອນອົບເອົາຫຼາຍ, ເຮັດໃຫ້ ຄວາມຕ້ອງການໃຊ້ນ້ຳ ຂອງປະ ຊາຊົນເພີ່ມຫຼາຍຂຶ້ນ, ຂະນະທີ່ການສະໜອງນ້ຳ ມີປະລິມານຈຳກັດ, ຊຶ່ງເຫັນໄດ້ໃນປັດຈຸບັນມີຫຼາຍເຂດຢູ່ນະຄອນຫຼວງ ວຽງຈັນນ້ຳ ປະປາເລີ່ມມາບໍ່ເປັນປົກກະຕິ ແລະ ມາໃນປະລິມານໜ້ອຍ, ດັ່ງນັ້ນ ລັດວິສາຫະກິດ ນ້ຳປະປານະຄອນຫຼວງ ວຽງຈັນ, ຈຶ່ງແຈ້ງເຕືອນແຕ່ເບື້ອງຕົ້ນໃຫ້ປະຊາຊົນກະກຽມ ພະຊະນະບັນຈຸນ້ຳສຳລັບຊົມ ໃຊ້ໃນຍາມຈຳເປັນ, ເນື່ອງຈາກ ນ້ຳຈະບໍ່ສາມາດ ໄຫຼໄປໄດ້ຢ່າງທົ່ວເຖິງ ໃນແຕ່ລະເຂດເປັນໄລຍະເວລາ ແລະ ຖ້າທຽບໃສ່ໄລຍະ ດຽວກັນຂອງປີຜ່ານມາຈະ ມີສະພາບດຽວກັນຍ້ອນ, ຄວາມຕ້ອງການນ້ຳໃຊ້ນັບ ມື້ຫຼາຍຂຶ້ນ, ແຕ່ໂຮງງານຜະລິດນ້ຳປະປາຫຼາຍແຫ່ງ ທີ່ພວມກໍສ້າງຍັງບໍ່ທັນ ສຳເລັດ.
ທ່ານ ຄຳເຜີຍ ວົງສາຄຳຜຸຍ ອຳນວຍການລັດວິສາຫະກຳນ້ຳປະປານະຄອນຫຼວງວຽງຈັນໃຫ້ຮູ້ວ່າ: ໃນປີ ຜ່ານມາ ເລີ່ມແຕ່ກາງເດືອນກຸມພາເປັນຕົ້ນມາຄວາມຕ້ອງການຊົມໃຊ້ນ້ຳຂອງນະຄອນຫຼວງວຽງຈັນສູງກວ່າ 320 ພັນກວ່າແມັດ
ກ້ອນຕໍ່ມື້, ຂະນະທີ່ກຳລັງການຜະລິດທັງໝົດຂອງໂຮງງານນ້ຳປະປາ 4 ແຫ່ງ ໃນນະຄອນຫຼວງວຽງ ຈັນຜະລິດໄດ້ພຽງ 180 ພັນ ແມັດກ້ອນຕໍ່ມື້ ແລະ ປີນີ້ກໍເຊັ່ນດຽວກັນ, ດັ່ງນັ້ນລະດູຮ້ອນນີ້ຢູ່ບາງເຂດກໍຍັງຂາດນ້ຳ ໃຊ້, ໂດຍສະເພາະເຂດທີ່ສູງ ອາດຈະຂາດນ້ຳໃຊ້ຮ້າຍແຮງກວ່າເຂດອື່ນ, ເຖິງຢ່າງໃດກໍດີປັດຈຸບັນລັດວິສາຫະກຳນ້ຳປະປານະຄອນຫຼວງກຳລັງ ເລັ່ງກໍ່ສ້າງ ໂຮງງານນ້ຳປະປາດົງໝາກຄາຍ ເມືອງໄຊທານີໃຫ້ມີກຳລັງການຜະລິດມື້ລະ 1 ແສນ ແມັດກ້ອນ ແລະ ຄາດວ່າເມື່ອຮອດເວ ລານັ້ນການສະໜອງນ້ຳຈະພຽງພໍກັບຄວາມຕ້ອງການ, ສະນັ້ນ ລະ ດູຮ້ອນປີີ້ນີ້ຈຶ່ງຮຽກຮ້ອງໃຫ້ປະຊາຊົນ ທຸກຄົວເຮືອນ ແລະ ອົງການຈັດຕັ້ງຕ່າງໆຈົ່ງຊ່ວຍກັນປະຢັດນ້ຳ, ໃຊ້ນ້ຳ ໃຫ້ເປັນປະໂຫຍດບໍ່ຟຸມເຟືອຍ, ໃຫ້ ໝັ່ນກວດກາທໍ່ນ້ຳ,ຖ້າພົບ ເຫັນທໍ່ນ້ຳ ແຕກກໍຂໍໃຫ້ຮີບແຈ້ງເຈົ້າໜ້າທີ່ກ່ຽວ ຂ້ອງເພື່ອສ້ອມແປງໂດຍໄວ ແລະ ພ້ອມທັງກຽມພາຊະນະບັນຈຸນ້ຳ, ເກັບນ້ຳໄວ້ໃຊ້ໃນ ຍາມຈຳເປັນ.

No comments:

Post a Comment