Ad

Ad

24 March 2015

ພຽງ 3 ວັນ ມີຄົນເສຍຊີວິດ 5 ຄົນ ຍ້ອນຂັບຂີ່ປະໝາດ



ພາບຈາກ : ກູ້ໄພກາແດງລາວ
     ເຈົ້າໜ້າທີ່ກອງຄະດີ ພະແນກຈະລາຈອນ ນະຄອນຫລວງວຽງຈັນ ໃຫ້ຮູ້ວ່າ: ໃນເວລາ ປະມານ 18:20 ໂມງຂອງວັນທີ 20 ມີນານີ້, ຢູ່ເຂດບ້ານທົ່ງມັ່ງ ເມືອງ ໄຊທານີ ໄດ້ເກີດ ອຸປະຕິເຫດລົດຈັກຕຳກັນຢ່າງແຮງ, ເຮັດໃຫ້ຜູ້ຂັບຂີ່ລົດ ຈັກຄັນ ໜຶ່ງຄື: ທ້າວ ຄຳໃບ ອາຍຸ 74 ປີ ຢູ່ບ້ານດັ່ງກ່າວ ເສຍຊີວິດຄາທີ່. ສ່ວນຄູ່ກໍລະ ນີແມ່ນຖືກເຈົ້າໜ້າທີ່ກັກຕົວໄວ້ ເພື່ອດຳເນີນຄະດີຕາມ ລະບຽບກົດໝາຍ ແລະ ໃນເລລາປະມານ 3:30 ໂມງ ຂອງວັນທີ 21 ມີນານີ້, ຢູ່ຖະໜົນເລກທີ 13 ໃຕ້, ເຂດບ້ານນາຜາສຸກ ເມືອງໄຊທານີ ໄດ້ມີອຸປະຕິເຫດລົດໃຫຍ່ຕຳລົດຈັກ ຢ່າງແຮງເຮັດໃຫ້ທ້າວບຸນທົງ ອາຍຸ 45 ປີ ຢູ່ບ້ານສົມສະຫວັນ ເມືອງໄຊ ທານີ ນະຄອນຫລວງວຽງຈັນ ເສຍຊີວິດຄາທີ່, ສ່ວນຄູ່ກໍລະນີໄດ້ເອົາຕົວຫລົບໜີ ເຈົ້າໜ້າທີ່ພວມເລັ່ງນຳຈັບຕົວ, ໃນເວລາປະ ມານ 11:40 ໂມງຂອງວັນດຽວກັນ ຢູ່ເຂດບ້ານທົ່ງຕູມ ເມືອງຈັນທະບູລີ ໄດ້ເກີດເຫດລົດໃຫຍ່ທີ່ຂັບຂີ່ມາດ້ວຍຄວາມ ໄວຕຳ ເອົາລົດຈັກ ໝາຍເລກທະບຽນ ຍຍ 0765 ກຳແພງນະຄອນ ສົ່ງຜົນເຮັດໃຫ້ນາງຈິດສະໝອນ ອາຍຸ 27 ປີ ຢູ່ບ້ານນາລຽນ ເມືອງນາຊາຍທອງ ຂັບຂີ່ລົດຈັກຄັນ ດັ່ງກ່າວເສຍຊີວິດ, ສ່ວນຄູ່ກໍລະນີຄື ທ້າວສິງແພງ, ອາຍຸ 60 ປີ ຢູ່ບ້ານສະພານທອງ ເມືອງສີສັດຕະນາກ ນະຄອນ ຫລວງວຽງຈັນ ຖືກເຈົ້າໜ້າທີ່ກັກຕົວໄວ້ດຳເນີນຄະດີ, ໃນມື້ຕໍ່ມາເວລາປະມານ 24:00 ໂມງ ຢູ່ຖະໜົນ T4 ເຂດ ບ້ານດອນກອຍ ເມືອງສີສັດຕະນາກ ໄດ້ເກີດເຫດລົດໃຫຍ່ບໍ່ຮູ້ໝາຍເລກທະບຽນ ທີ່ຂັບຂີ່ມາດ້ວຍ
ຄວາມໄວສູງ ໄປຕຳເອົາທ້າຍລົດຈັກໝາຍເລກທະບຽນ ຈຄ 5449 ກຳແພງນະຄອນ ຂັບຂີ່ໂດຍທ້າວ ອຳພອນ ອາຍຸ 47 ປີ ຢູ່ບ້ານສົມຫວັງ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ ສົ່ງຜົນໃຫ້ຜູ້ຊ້ອນທ້າຍຄື ທ້າວ ໂຂນຄຳ ອາຍຸ 36 ປີ ຢູ່ບ້ານ ດອນກອຍ ເມືອງສີສັດຕະນາກ ເສຍຊີວິດຄາທີ່ ຫລັງຈາກເກີດເຫດການດັ່ງກ່າວຄູ່ກໍລະນີໄດ້ຫລົບໜີ ແລະ ໃນມື້ດຽວກັນ ເວລາປະມານ 19:30 ໂມງ ຢູ່ເຂດບ້ານໜອງປິງ ເມືອງຈັນທະບູລີ ໄດ້ເກີດ ເຫດລົດໃຫຍ່ໝາຍເລກທະບຽນ ກຮ 5442 ກຳແພງນະຄອນ ຂັບຂີ່ໂດຍທ້າວ ພັນ ອາຍຸ 69 ປີ ຢູ່ບ້ານດັ່ງກ່າວ ໄປຕຳເອົາລົດຈັກທີ່ຂັບຂີ່ສວນທາງມາ ເຮັດໃຫ້ທ້າວວິສິດ ອາຍຸ 16 ປີ ຢູ່ບ້ານດຽວກັນ ຂັບຂີ່ລົດຈັກໝາຍເລກທະບຽນ ຍມ 5205 ກຳແພງນະຄອນ ເສຍຊີວິດຄາທີ່.
      ເຈົ້າໜ້າທີ່ຈະລາຈອນ ໃຫ້ຮູ້ວ່າ: ໃນອາທິດຜ່ານມາທົ່ວນະຄອນຫລວງວຽງຈັນ, ມີອຸປະຕິເຫດບົນທ້ອງຖະໜົນເກີດຂຶ້ນ 22 ກໍລະ ນີ ມີຜູ້ເສຍຊີວິດ 7 ຄົນ ລວມມູນຄ່າເສຍຫາຍຫລາຍກວ່າ 300 ລ້ານກີບ, ພ້ອມກັນນີ້ ເຈົ້າໜ້າທີ່ຍັງ ໄດ້ຮຽກຮ້ອງ ມາຍັງຜູ້ໃຊ້ລົດໃຊ້ຖະໜົນຈົ່ງມີສະຕິໃນການຂັບຂີ່ ແລະ ປະຕິບັດລະບຽບຈະລາຈອນໃຫ້ດີເພື່ອຫລີກລ້ຽງອຸປະຕິເຫດທີ່ຈະ ເກີດຂຶ້ນຕາມມາ.

No comments:

Post a Comment