Ad

Ad

23 March 2015

ລາວ​ໂຮມ​ຊຸມນຸມ​ໃຫຍ່ ສະ​ເຫລີ​ມສະ​ຫລອງ​ວັນ​ສ້າງຕັ້ງພັກ​ປະຊາຊົນ​ ປະຕິວັດ​ລາວ ຄົບຮອບ 60 ປີ​ຢ່າງ​ຄຶກຄື້ນ



 ຄະນະບໍລິຫານງານສູນກາງພັກ, ລັດຖະບານ, ສະພາແຫ່ງຊາດ, ສູນກາງແນວ ລາວສ້າງຊາດ ແລະ ຊາວນະຄອນຫລວງວຽງຈັນໄດ້ຈັດພິ ທີໂຮມຊຸມນຸມໃຫຍ່ສະ ເຫລີມ ສະຫລອງວັນສ້າງຕັ້ງພັກ ປະຊາຊົນປະຕິວັດລາວຄົບຮອບ 60 ປີ (22/3/ 1955-22/3/2015) ຂຶ້ນຢ່າງຄຶກຄື້ນໃນຕອນເຊົ້າວັນທີ 21 ມີນາ 2015 ທີ່ນະຄອນຫລວງ ວຽງຈັນ ໂດຍເປັນກຽດເຂົ້າຮ່ວມຂອງສະຫາຍ ຈູມມາລີ ໄຊຍະສອນ ເລຂາທິການໃຫຍ່ ຄະນະບໍລິ ຫານງານສູນກາງພັກປະຊາຊົນປະຕິວັດລາວ, ສະຫາຍຄຳໄຕສີພັນດອນອະດີດປະ ທານ ຄະນະບໍລິຫານງານສູນກາງພັກ, ອະດີດປະທານປະເທດແຫ່ງ ສປປ ລາວ, ມີບັນດາສະ ຫາຍກຳມະການກົມການເມືອງ, ອະດີດກຳມະການກົມການເມືອງ, ອະດີດການ ນຳຂັ້ນສູງ ຂອງພັກ ແລະ ລັດ, ພະນັກ ງານປະຕິວັດອາວຸໂສບຳນານ, ພະນັກງານສະມາຊິກພັກ, ນັກຮົບປະຕິວັດ, ບັນດາກະຊວງ, ອົງການຈັດຕັ້ງຂັ້ນສູນກາງ ແລະ ຊາວນະຄອນຫລວງວຽງຈັນ ເຂົ້າຮ່ວມເປັນ ຈຳນວນຫລວງຫລາຍ.
ໃນພິທີສະຫາຍ ຈູມມາລີ ໄຊຍະສອນ ໄດ້ກ່າວສູນທອນພົດໂດຍສະຫາຍໄດ້ຍົກໃຫ້ເຫັນປະຫວັດຄວາມເປັນມາ, ການເຕີບໃຫຍ່ຂະຫຍາຍຕົວ ແລະ ມູນເຊື້ອອັນສະຫງ່າລາສີຂອງພັກນັບແຕ່ມື້ສ້າງຕັ້ງຈົນເຖິງປັດຈຸບັນເຊິ່ງ ເປັນພັກທີ່ມີ ການນຳພາອັນສະຫລາດສ່ອງໃສ, ນຳພາປະຊາຊົນລາວບັນດາເຜົ່າໃນການຕໍ່ສູ້ກູ້ຊາດຕ້ານຈັກກະ ພັດລ່າເມືອງຂຶ້ນ ທັງແບບເກົ່າ ແລະ ໃໝ່ຈົນສາມາດປົດປ່ອຍປະເທດຊາດໄດ້ຢ່າງສົມບູນໃນວັນທີ 2 ທັນວາ 1975 ແລະ ສືບຕໍ່ຊີ້ນຳ
ນຳພາປະຊາຊົນລາວ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃຫ້ຈະເລີນຮຸ່ງເຮືອງຕາມແນວ ທາງທີ່ພັກໄດ້ກຳນົດໄວ້. ກ່ອນໜ້ານີ້ 60 ປີຄືວັນທີ 22 ມີນາ 1955, ພັກປະຊາຊົນລາວເຊິ່ງເປັນພັກປະຊາຊົນປະຕິວັດ ລາວໃນປັດຈຸບັນໄດ້ຮັບການສ້າງຕັ້ງຂຶ້ນໂດຍແມ່ນສະຫາຍໄກສອນພົວວິຫານເປັນຫົວໜ້າເພື່ອສືບທອດພາລະກິດອັນສະຫງ່າງາມຂອງພັກກອມມູນິດອິນດູຈີນໃນການນຳພາຂະບວນການປະຕິວັດຂອງປະເທດເຮົາໂດຍກົງເຊິ່ງການກຳເນີດເກີດຂຶ້ນຂອງພັກແມ່ນຂີດໝາຍ ແລະ ເປັນບາດລ້ຽວປະຫວັດສາດອັນສຳຄັນຍິ່ງໃນວິວັດທະນາການຂອງຊາດລາວເຮົາໄດ້ກ້າວ ຂຶ້ນສູ່ຄຸນນະພາບໃໝ່ ແຫ່ງການຕໍ່ສູ້ປົດປ່ອຍປະເທດຊາດ, ປົດປ່ອຍປະຊາຊົນທັງເປັນການເປີດເສັ້ນທາງອັນສະຫວ່າງສະໄຫວແຫ່ງການ ນຳພາຊາດລາວເຮົາກ້າວໄປສູ່ຄວາມເປັນເອກະລາດ ແລະ ສ້າງສາບ້ານເມືອງໄປສູ່ຄວາມວັດທະນາຖາວອນ.
ສະຫາຍ ຈູມມາລີ ໄຊຍະສອນ ຍັງໄດ້ກ່າວບາງຕອນສຳຄັນວ່າ: ເມືອທົບທວນຄືນເສັ້ນທາງແຫ່ງການຕໍ່ສູ້ອັນລະອິດລະອ້ຽວແລະ ມີໄຊສະຫງ່າງາມຂອງຊາດເຮົາ, ປະຊາຊົນບັນດາເຜົ່າມີຄວາມເອກອ້າງທະນົງໃຈເຊິ່ງຫາອັນໃດປຽບທຽບບໍ່ໄດ້, ທີ່ເຫັນວ່າຕະຫລອດໄລຍະ 60 ປີຜ່ານມາພັກປະຊາຊົນປະຕິວັດລາວໄດ້ນຳພາທົ່ວປວງຊົນລາວບັນດາເຜົ່າດຳເນີນການຕໍ່ສູ້ຕ້ານການຮຸກຮານ ແລະ ແຊກແຊງຂອງພວກຈັກກະພັດລ່າເມືອງຂຶ້ນ, ເຮັດສຳເລັດພາລະກິດປົດປ່ອຍຊາດ, ສະຖາປະນາສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນ ແລະ ຍາດເອົາຜົນສຳເລັດໃນການຮຳບາດແຜ່ສົງຄາມ, ສ້າງສາພັດທະ ນາປະເທດຊາດຕາມແນວທາງປ່ຽນແປງໃໝ່ເຮັດໃຫ້ປະເທດຊາດພວກເຮົາມີທີ່ຕັ້ງອັນສົມກຽດໃນວົງຄະນະຍາດສາກົນ.
ເມື່ອທົບທວນຄືນຂະບວນວິວັດແຫ່ງການຕໍ່ສູ້ມີໄຊຂອງການປະຕິວັດຢູ່ປະເທດເຮົາພາຍໃຕ້ການນຳພາຂອງພັກຕະຫລອດໄລຍະ 60 ປີນັ້ນພວກເຮົາຈະຖອດເອົາຂໍ້ສະຫລຸບທີ່ສຳຄັນຈຳນວນໜຶ່ງດັ່ງນີ້:
ໜຶ່ງ: ພັກເຮົາຍາມໃດກໍເອົາໃຈໃສ່ສ້າງ ແລະ ປັບປຸງຕົນເອງໃຫ້ໜັກແໜ້ນເຂັ້ມແຂງທາງດ້ານການເມືອງ, ແນວຄິດ ແລະການຈັດຕັ້ງ, ມີການປ່ຽນແປງໃໝ່ຢ່າງບໍ່ຢຸດຢັ້ງ ແລະ ມີການບຸກທະລຸທາງດ້ານຈິນຕະນາການຢ່າງຈິງຈັງ, ເດັດດ່ຽວໜຽວແໜ້ນໃນການປົດປ່ອຍແນວຄິດ, ກ້າເບິ່ງຄວາມຈິງ, ເຮັດໃຫ້ພັກເຮົາທຽມທັນກັບຄວາມຮຽກຮ້ອງຕ້ອງການຂອງພາລະກຳປະຫວັດສາດໃນແຕ່ລະໄລຍະ ແລະ ໄປທຽມທັນກັບຍຸກສະໄໝໂດຍຈົງຮັກພັກດີ ແລະ ຍຶດໝັ້ນແນວຄິດທິດສະດີມາກ-ເລນິນ, ແນວຄິດວິທະຍາສາດຂອງປະທານ ໄກສອນ ພົມວິຫານ ແລະຈຸດໝາຍສັງຄົມນິຍົມຢ່າງໜັກແໜ້ນ; ພ້ອມກັນນັ້ນພັກເຮົາກໍເປັນເຈົ້າການໃນການໝູນໃຊ້ທິດສະດີມາກ-ເລນິນຢ່າງປະດິດສ້າງ, ແທດເໝາະກັບເງື່ອນໄຂຕົວຈິງ ແລະ ສະພາບຈຸດພິເສດຂອງປະເທດເຮົາໃນແຕ່ລະໄລຍະ, ທັງມີການສະຫລຸບຖອດຖອນບົດຮຽນຈາກພຶດຕິກຳ ແລະ ປັບປຸງປູລະນະແນວທາງໃຫ້ສົມບູນຢ່າງບໍ່ຢຸດຢັ້ງ ແລະ ສອດຄ່ອງກັບສະ ພາບການປ່ຽນແປງໃໝ່, ສາມາດໃຫ້ຄຳຕອບແກ່ບັນຫາທີ່ພາລະກິດປະຕິວັດສ້າງຕັ້ງຂຶ້ນ ແລະ ມີການຊີ້ນຳແກ້ໄຂບັນຫາເຫລົ່ານັ້ນຢ່າງມີວິທະຍາສາດ ແລະ ທັນການດ້ວຍໝາກຜົນອັນສະຫງ່າງາມ.
ສອງ: ພັກເຮົາຍາມໃດກໍຍຶດໝັ້ນ ແລະ ປະຕິບັດຢ່າງຖືກຕ້ອງບັນດາຫລັກການພື້ນຖານດ້ານການຈັດຕັ້ງ ແລະການເຄື່ອນໄຫວຂອງພັກ, ໃນນີ້ອັນເປັນກົກແມ່ນຫລັກການລວມສູນປະຊາທິປະໄຕ, ເວລາໃດກໍຖືສຳຄັນການເສີມສ້າງຄວາມສາມັກຄີເປັນເອກະພາບພາຍໃນບົນພື້ນຖານແນວທາງ, ແຜນນະໂຍບາຍຂອງພັກ, ນຳພາເປັນໝູ່ຄະນະບົນພື້ນຖານການແບ່ງງານ ແລະ ມອບໝາຍຄວາມຮັບຜິດຊອບໃຫ້ທຸກຄົນໃນໝູ່ຄະນະຢ່າງຈະແຈ້ງ, ຖືສຳຄັນການເສີມຂະຫຍາຍປະຊາທິປະໄຕໄປຄຽງຄູ່ກັບການປະຕິບັດກົດລະບຽບຂອງພັກ ແລະ ລະບອບດຳເນີນຊີວິດການເມືອງ, ສົ່ງເສີມການຕິຊົມຕົນເອງ ແລະ ຕິຊົມກັນ, ຊ່ວຍເຫລືອກໍ່ສ້າງກັນຢ່າງເປັນປະຈຳດ້ວຍຄວາມຈິງໃຈ ແລະ ສ້າງສັນ, ຕ້ານລັດທິອາດຍາສິດ, ເຈົ້າໂຄດ ແລະ ອະນາທິປະໄຕພາຍໃນພັກ.
ສາມ: ພັກເຮົາຍາມໃດກໍຍຶດໝັ້ນທາດແທ້ຊົນຊັ້ນ ແລະ ມີຄວາມຈົງຮັກພັກດີຕໍ່ຜົນປະໂຫຍດລວມຂອງຊາດ ແລະ ຂອງປະຊາຊົນ. ພຶດຕິກຳໃນ 60 ປີແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງພັກໄດ້ຊີ້ແຈ້ງວ່າພັກເຮົາສາມາດນຳນຳພາລະກິດປະຕິວັດຍາດເອົາໄຊຊະນະຈາກໄຊຊະນະນີ້ໄປສູ່ໄຊຊະນະໃໝ່ ແລະ ໃຫຍ່ຫລວງຂຶ້ນເລື້ອຍໆໄດ້ນັ້ນແມ່ນຍ້ອນພັກເຮົາຍາມໃດກໍອີງໃສ່ປະຊາຊົນ, ຖືປະຊາຊົນເປັນກົກ, ເປັນບໍ່ເກີດແຫ່ງກຳລັງແຮງອັນບໍ່ບົກແຫ້ງຂອງພັກ. ມາໃນໄລຍະໃໝ່ນີ້ພັກເຮົາຍິ່ງຖືວ່າການຮັກສາຄວາມສະໜິດຕິດພັນກັບປະຊາຊົນແມ່ນບັນຫາເປັນຕາຍຂອງພັກ, ການຫ່າງເຫີນຈາກປະຊາຊົນແມ່ນໄພຂົ່ມຂູ່ໃຫຍ່ກວ່າໝູ່ສຳລັບພັກກຳອຳນາດ. ຍ້ອນແນວນັ້ນ, ພັກເຮົາຍາມໃດກໍໄດ້ຖືເອົາຜົນປະໂຫຍດຂອງປະຊາຊົນເປັນບັນຫາອັນດັບໜຶ່ງໃນການເຄື່ອນໄຫວນຳພາຂອງຕົນ, ຖືເອົາການປົກປ້ອງ, ການຕອບສະໜອງຜົນປະໂຫຍດຂອງປະຊາຊົນເປັນຈຸດເລີ່ມແລະເປັນເປົ້າໝາຍສຸດທ້າຍທີ່ຕ້ອງໄປເຖິງໃນການປະຕິບັດທຸກແຜນນະໂຍບາຍຂອງພັກ. ປັດຈຸບັນພັກເຮົາພວມຊີ້ນຳບັນດາການຈັດຕັ້ງ, ພະນັກງານການນຳຂັ້ນຕ່າງໆ ແລະ ສະມາຊິກພັກໃຫ້ຫັນລົງຮາກຖານຢ່າງແຂງແຮງເພື່ອປະຕິບັດ 4 ເນື້ອໃນ 4 ຄາດໝາຍໃຫ້ປະກົດເປັນຈິງຕິດພັນກັບການຈັດຕັ້ງປະຕິບັດວຽກງານສາມສ້າງໂດຍເອົາໃຈໃສ່ຕໍ່ການເຮັດວຽກປຸກລະດົມຂົນຂວາຍມະຫາຊົນ, ເຂົ້າເລິກຊອກຮູ້ຊີວິດຕົວຈິງຢູ່ຮາກຖານ, ກຳແນວຄິດຈິດໃຈຂອງປະຊາຊົນໃຫ້ແທດເຖິງ ແລະ ອີງໃສ່ລະບຽບກົດໝາຍເພື່ອປົກປ້ອງຜົນປະໂຫຍດທາງດ້ານເສດຖະກິດ, ການເມືອງ, ວັດທະນະທຳ-ສັງຄົມຂອງປະຊາຊົນ.
ສີ່: ພັກເຮົາໄດ້ຖືສຳຄັນ ແລະ ເອົາໃຈໃສ່ຈົດຈໍ່ຕໍ່ການສ້າງ ແລະ ບຳລຸງພະນັກງານ, ນຳໃຊ້ພະນັກງານໂດຍມີແຜນກຳນົດສະເພາະໜ້າ ແລະ ຍາວນານຕາມທິດເສີມຂະຫຍາຍຜູ້ດີ, ຄົນເກັ່ງ, ເອົາກຳລັງໃໝ່ທີ່ເຕີບໃຫຍ່ຂຶ້ນຈາກຂະບວນການວຽກງານຕົວຈິງເຂົ້າມາໃນພັກໃຫ້ນັບມື້ນັບຫລາຍ. ອັນນີ້ເປັນປັດໄຈຕັດສິນຜົນສຳເລັດຂອງພາລະກິດຂອງພັກ. ພຶດຕິກຳໄດ້ຢັ້ງຢືນໃຫ້ເຫັນແຈ້ງແລ້ວວ່າແນວທາງ, ນະໂຍບາຍຂອງພັກເຖິງວ່າຈະຖືກຕ້ອງປານໃດກໍຕາມ, ຖ້າພະນັກງານ, ສະມາຊິກພັກຫາກຂາດຄຸນທາດການເມືອງ, ຂາດຄວາມຮູ້, ຄວາມສາມາດໃນດ້ານຕ່າງໆແລ້ວແນວທາງນະໂຍບາຍດັ່ງດ່າວກໍຈະບໍ່ໄດ້ຮັບການຈັດຕັ້ງປະຕິບັດໃຫ້ເກີດດອກອອກຜົນ.
ຫ້າ: ໃນການເຄື່ອນໄຫວນຳພາຂອງຕົນນັ້ນ, ພັກເຮົາເວລາໃດກໍຢືດໝັ້ນ ແລະ ເສີມຂະຫຍາຍຈິດໃຈຊາດເອກະລາດເປັນເຈົ້າຕົນເອງ, ເພິ່ງຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ຕັ້ງໜ້າເສີມຂະຫຍາຍກຳລັງແຮງພາຍໃນຊາດສົມທົບກັບການພົວພັນຮ່ວມມືກັບພັກກຳອຳນາດ ແລະ ພັກການເມືອງທີ່ກ້າວໜ້າຕ່າງໆຂອງບັນດາປະເທດເພື່ອນມິດ ແລະ ຍາດແຍ່ງເອົາການສະໜັບສະໜູນຊ່ວຍເຫລືອຈາກພາຍນອກຢ່າງມີຫລັກການ, ສ້າງເປັນກຳລັງແຮງສັງລວມເຂົ້າໃນພາລະກິດຕໍ່ສູ້ປົດປ່ອງຊາດກໍຄືໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຢ່າງສະເໝີຕົ້ນສະເໝີປາຍ.
ລວມຄວາມວ່າ 5 ຂໍ້ສະຫລຸບທີ່ກ່າວມານັ້ນແມ່ນທາດແທ້ມູນເຊື້ອອັນດີງາມຂອງພັກທີ່ໄດ້ສະແດງອອກຢ່າງມີຊີວິດຊີວາທີ່ສຸດຕະຫລອດໄລຍະ 60 ປີແຫ່ງການນຳພາການປະຕິວັດຢູ່ປະເທດເຮົາ, ທັງເປັນບົດຮຽນອັນປະເສີດໃຫ້ແກ່ພວກເຮົາເພື່ອເສີມຂະຫຍາຍໃນໄລຍະຕໍ່ໄປແນໃສ່ນຳເອົາການປະຕິວັດສືບຕໍ່ກ້າວຂຶ້ນຢ່າງໜັກແໜ້ນ.

No comments:

Post a Comment