Ad

Ad

3 March 2015

ມາຊ່ວຍຕໍ່ອາຍຸປຶມ ແລະ ຫນັງສືພິມກັນເທາະ ( ຄໍລຳ ບັນຫາຈານແຍ່ )



ໂດຍ ​: ວິເສດ ສະແຫວງສຶກສາ.
      ບົດຄວາມໃນໜ້າໜັງສືພິມ ໄລຍະຫລັງໆມານີ້ ເຮັດໃຫ້ຈານ ແຍ່ຮູ້ສຶກຮ້ອນໆໜາວໆເພາະ ເປັນເລື່ອງອະນາຄົດຂອງການ ອ່ານ, ການຮຽນຮູ້ຈາກປຶ້ມ, ຈາກໜັງສືພິມປະເພດຈັບໄດ້ ບາຍເປັນ ບໍ່ແມ່ນປະເພດອ່ານ ຜ່ານໜ້າຈໍຄອມ, ຈໍໄອແພດ ກໍຄື ຈໍມືຖື ເຊິ່ງເອີ້ນວ່າ: ອີ-ຣິດດິງ, ອີ-ບຸກ (E-Reading, E-Book). ໃນປັດຈຸບັນ ການອ່ານຜ່ານໜ້າ ຈໍພວມກືນກິນປຶ້ມ ແລະ ໜັງສື ພິມໃນທົ່ວໂລກ ເພາະມະນຸດໃນ ຍຸກດີຈິຕອນນີ້ພວມນິຍົມຊົມ ຊອບມັນ ເພາະມັນໄວທັນໃຈ ແລະ ມີສາລະພັດສາລະ ເພເລື່ອງລາວຂ່າວສານໃຫ້ເລືອກອ່ານ ເລືອກຮຽນຮູ້, ບໍ່ຈຳເປັນຕ້ອງມີ ຫ້ອງເກັບມ້ຽນປຶ້ມໃຫ້ເສຍເນື້ອທີ່, ບໍ່ຈຳເປັນຕ້ອງຊີດຢາ ປ້ອງກັນປວກທີ່ຈະຫລອຍເຂົ້າມາກັດ ແລະ ບໍ່ຈຳເປັນໃຊ້ລົດບັນທຸກ ເມື່ອຕ້ອງການຂົນຍ້າຍ.
     ໃນຕອນຂ້ອນໆທ້າຍຂອງສະ ຕະວັດທີ 20 ຜ່ານມາ, ໃຜໄດ້ຕິດ ຕາມກ່ຽວກັບຄຳພະຍາກອນ ຂອງນັກວິທະຍາສາດ ບາງ ຄົນກ່ຽວກັບຍຸກໄຮເທັກ (Hi-Tech) ຄົງຮູ້ດີວ່າມີນັກວິທະຍາສາດ ດ້ານເຕັກໂນໂລຊີຂໍ້ມູນຂ່າວສານ ບາງທ່ານບອກວ່າ: ປຶ້ມ ແລະ ໜັງສືພິມແບບຈັບໄດ້ບາຍເປັນ (Hard Copy) ນີ້ຈະລາໂລກໄປ ໃນປີ 2000 (ບໍ່ກ່ຽວກັບໄພຄຸກ ຄາມທີ່ວ່າຈະເກີດ ຈາກວາຍທູ ເຄ-Y2K) ເພາະຄົນຈະຫັນມາໃຊ້ E-reading. ແຕ່ມາຮອດດຽວນີ້ ເວລາກໍຍ່າງເຂົ້າ 15 ປີແລ້ວ, ແຕ່ ປຶ້ມ ແລະ ໜັງສືພິມກໍຍັງບໍ່ສູນ ຫາຍໄປເທື່ອ ເຖິງວ່າຈຳນວນ ອາດຈະຫລຸດລົງ ແລະ ຫລາຍ ສຳນັກພິມກໍເຈັ້ງກະລ່າງໄປ ແລ້ວ. ສຳລັບຢູ່ ສປ ຈີນ, ຈານ ແຍ່ອ່ານພົບຢູ່ໜັງສືພິມ China Daily ເວລາໄປບຳລຸງການ ເມືອງ 10 ວັນ ຢູ່ຈີນ ໃນເດືອນ ພຶດສະພາປີ
2014 ວ່າ: ໜັງສືພິມ ທີ່ເປັນໜ້າເຈ້ຍໃຫ້ພືອ່ານໄດ້ນີ້ຈະ ໝົດໄປຈາກແຜ່ນດິນຈີນພາຍໃນ ປີ 2043. ນີ້ເປັນຄຳພະຍາກອນທີ່ ອີງໃສ່ອິດທິພົນຂອງຍຸກດີຈິຕອນ ໃນຈີນ. ບໍ່ມີແຕ່ຈີນ, ຫລາຍປະ ເທດກໍມີສາຍຕາຄາດຄະເນໄວ້ ເຊັ່ນດຽວກັນ. ຄາດຄະ ເນແລ້ວ ພວກເຂົາກໍບໍ່ຢູ່ລ້າ ເພາະເຫັນວ່າ ປຶ້ມ ແລະ ໜັງສືພິມເກີດມາ ຫລາຍຮ້ອຍປີແລ້ວ, ມັນບໍ່ພຽງແຕ່ໄດ້ກາຍເປັນຄັງສາງ ຄວາມຮູ້ ແຕ່ຍັງເປັນສິລະປະ ກໍຄືຄຸນຄ່າ ຂອງຊີວິດ. ພວກເຮົາໄດ້ອອກ ແຮງອະນຸລັກປຶ້ມ ແລະ ໜັງສືພິມໄວ້ ໂດຍການປັບປຸງ ຄຸນນະພາບ, ຮູບໂສມ, ໄດ້ຈັດຕັ້ງເປັນສະໂມ ສອນ, ຫ້ອງອ່ານທີ່ໃຫ້ທຸກຄົນ ເຂົ້າເຖິງງ່າຍຂຶ້ນ, ໃຜມີປຶ້ມດີໆ ເອົາອອກມາວາງ ສະແດງ, ສ້າງຄ່ານິຍົມໃຫ້ປຶ້ມກາຍເປັນມໍລະ ດົກທາງປັນຍາ, ຊີ້ໃຫ້ສັງຄົມເຫັນ ປົມດ້ອຍ ແລະ ຈຸດເດັ່ນຂອງປຶ້ມ ແລະ ໜັງສື ພິມເມື່ອແລກັບ E-reading ຫລື ການອ່ານຜ່ານ ໜ້າຈໍ. ເວົ້າໄດ້ວ່າຂະບວນການ ສົ່ງເສີມການອ່ານປຶ້ມ-ໜັງສືພິມ ທີ່ຈັບໄດ້ ບາຍເປັນໃນທົ່ວໂລກພວມເປັນໄປຢ່າງຕັ້ງໜ້າ.
     ຢູ່ເມືອງລາວພວກເຮົາຄິດວ່າ ຍັງໄກທີ່ຍຸກການອ່ານຜ່ານໜ້າຈໍ ຈະເຂົ້າມາແທນການອ່ານປຶ້ມ ອ່ານໜັງສືພິມ. ຈານແຍ່ເຄີຍ ເວົ້າຢອກຫລິ້ນກັບໝູ່ຄູ່ວ່າ: ນອກ ຈາກອ່ານໄດ້ແລ້ວ, ໜັງສືພິມຍັງ ສາມາດເປົາປົກຫົວບັງແດດ ຫລື ເອົາປູນັ່ງເວລາໄປຊົມກິ ລາໄດ້. ດັ່ງນັ້ນ ຂໍຢ່າຄິດວ່າໜັງສື ພິມຈະ ໝົດໄປຈາກດິນລາວງ່າຍໆ. ເຖິງ ຈະຄິດແນວນີ້ ແຕ່ກໍບໍ່ຄວນປະໝາດ. ຈານແຍ່ ເຫັນດີກັບຄຳສະ ເໜີດີໆຂອງເຈົ້າຂອງບົດຕ່າງໆ ແນໃສ່ຕໍ່ອາຍຸປຶ້ມ ແລະ ໜັງສືພິມ ໃຫ້ຢູ່ຕໍ່ໄປຊົ່ວກາລະນານດ້ວຍການປັບ ປຸງຄຸນນະພາບເນື້ອໃນ, ຮູບໂສມ, ປັບລາຄາໃຫ້ຖືກລົງ. ຍ້ອນແນວນີ້ລະ, ຈານແຍ່ຈຶ່ງຂໍ ສະເໜີໃຫ້ມີບ່ອນຈຳໜ່າຍປຶ້ມເກົ່າທີ່ ເຈົ້າຂອງຂອງມັນອ່ານອີ່ມ ແລ້ວ ເຊັ່ນຢູ່ຮ້ານຂາຍປຶ້ມແຫ່ງ ລັດອາດຈັດແຈໜຶ່ງສະເພາະໄວ້ ຂາຍປຶ້ມເກົ່າລາຄາຖືກເພາະປຶ້ມນັ້ນ ອາດເກົ່າແຕ່ທາງນອກ, ແຕ່ ເນື້ອໃນຍັງໃໝ່ ແລະ ຍັງມີປະ ໂຫຍດສຳລັບອີກຫລາຍໆຄົນ. ປຶ້ມເກົ່າມືສອງແນ່ນອນລາຄາຄົງ ຖືກກວ່າ ນີ້ເປັນອີກວິທີໜຶ່ງທີ່ ຈະຊ່ວຍສົ່ງເສີມອະນຸລັກຄັງສາງ ຄວາມຮູ້ທີ່ໄດ້ຈາກປຶ້ມ ແລະ ໜັງສືພິມປະເພດ Hard copy.

No comments:

Post a Comment