Ad

Ad

27 March 2015

ຂໍ້ສອບນັກຮຽນເກັ່ງທົ່ວປະເທດ ຈະເພີ່ມເນື້ອໃນຄວາມຮູ້ກ່ຽວກັບອາຊຽນເຂົ້າຕື່ມ



     ການສອບເສັງນັກຮຽນເກັ່ງຊັ້ນປະຖົມ (5) ທົ່ວປະເທດ ປະຈຳສົກຮຽນ 2014-2015, ຈະມີຂຶ້ນລະຫວ່າງວັນທີ 21-23 ເມສາ 2015, ທີ່ນະຄອນ ຫລວງ ວຽງຈັນ, ເຊິ່ງຄາດວ່າຈະມີຕົວແທນນັກຮຽນເກັ່ງທົ່ວປະເທດ ເຂົ້າຮ່ວມສອບ ເສັງຈຳນວນ 54 ຄົນ, ເພີ່ມຂຶ້ນ 3 ຄົນມາຈາກແຂວງໄຊສົມບູນ, ຊຶ່ງເປັນແຂວງ ສ້າງຕັ້ງໃໝ່, ຈະໄດ້ຈັດສົ່ງນັກຮຽນເກັ່ງ ຂອງຕົນເຂົ້າຮ່ວມ, ເຊິ່ງການສອບເສັງ ນັກຮຽນເກັ່ງປີນີ້ທາງຄະນະກຳມະການຈະເພີ່ມເນື້ອ ໃນຄວາມຮູ້ກ່ຽວກັບອາ ຊຽນເຂົ້າມາປະສົມປະສານ ເພື່ອກະຕຸກຊຸກຍູ້ຂະບວນການ ຮຽນ-ການສອນ ໃຫ້ດີຂຶ້ນ ສາມາດຫຍັບເຂົ້າສູ່ພາກພື້ນ ແລະ ສາກົນເທື່ອລະກ້າວ.
     ກົມປະຖົມ ແລະ ອະນຸບານສຶກສາ ກະຊວງສຶກສາທິການ ແລະ ກິລາ ໃຫ້ຮູ້ວ່າ: ປັດຈຸບັນກົມກ່ຽວຂ້ອງ ພວມຢູ່ໃນ ໄລຍະອອກແບບສອບຖາມ ແລະ ຫົວບົດສອບເສັງສຳລັບນັກຮຽນເກັ່ງຊັ້ນປະຖົມໂດຍອີງໃສ່ຫົວບົດສອບເສັງຂອງແຕ່ລະ ແຂວງມາວິເຄາະ ແລະ ປະເມີນຄ່າ ເພື່ອລວບລວມ ແລະ ສ້າງຫົວຂໍ້ສອບເສັງໃໝ່. ສະເພາະປີນີ້ ຫົວບົດສອບເສັງແມ່ນ ຈະເນັ້ນ ໜັກທາງດ້ານຄວາມຮູ້, ຄວາມເຂົ້າໃຈ ແລະ ທັກສະທີ່ສາມາດນຳໄປໃຊ້ໃນຕົວຈິງໄດ້ ເປັນຫລັກ, ຮອງລົງມາແມ່ນ
ການວິເຄາະ, ປະເມີນຄ່າ ແລະ ການຈື່ຈຳ ຕາມລຳດັບ, ໃນນີ້ ປາລະໄນ ຈະກວມເອົາ 30% ແລະ ອັດຕະໄນ ກວມ 70%. ເຖິງຢ່າງໃດກໍດີ ເພື່ອສ້າງຄວາມໂປ່ງໃສ ແລະ ຄວາມເປັນລະບຽບທາງກະຊວງສຶກສາທິການ ແລະ ກິລາ ໄດ້ແຕ່ງຕັ້ງຄະນະ ກຳມະການເຝົ້າຫ້ອງສອບເສັງ, ກຳມະ ການກວດບົດສອບເສັງ, ຄະນະກຳມະການກາງ ແລະ ຄະນະກຳມະການຕໍ່ຫົວບົດ ຮັບປະກັນໃຫ້ໄດ້ຄວາມໂປ່ງໃສ ແລະ ຄວາມເປັນລະບຽບຮຽບຮ້ອຍ, ເຊິ່ງເວລາສອບເສັງແຕ່ລະວິຊາໄດ້ກຳນົດເອົາ 90 ນາທີຄື: ພາສາລາວ, ຄະນິດສາດ ແລະ ໂລກອ້ອມຕົວ, ເພື່ອຄັດເລືອກເອົານັກຮຽນເກັ່ງວິຊາລະ 3 ຄົນ, ແຕ່ອັນດັບ 1 ຫາອັນດັບ 3.

No comments:

Post a Comment