Ad

Ad

27 March 2015

ການພັດທະນາເສດຖະກິດສັງຄົມສົກປີຜ່ານຍັງມີສິ່ງທ້າທາຍຫຼາຍຢ່າງ



ກະຊວງແຜນການ ແລະ ການລົງທືນໃຫ້ຮູ້ວ່າ: ການຈັດ ຕັ້ງປະຕິ ບັດແຜນພັດທະນາເສດ ຖະກິດ-ສັງຄົມ ໃນສົກປີ 2013-2014 ຜ່ານມາມີທັງເງື່ອນໄຂສະດວກ ແລະ ສິ່ງທ້າທາຍຫຼາຍປະການ ເຊັ່ນ: ດ້ານສະ ດວກແມ່ນປະເທດຊາດ ສືບຕໍ່ມີສະຖຽນລະພາບທາງດ້ານການ ເມືອງມີຄວາມສະ ຫງົບ-ເປັນລະບຽບ ຮຽບຮ້ອຍທາງສັງຄົມ,ຊຶ່ງເປັນປັດ ໄຈທີ່ສຳຄັນທີ່ສ້າງຄວາມເຊື້ອ ໝັ້ນ ແລະ ເງື່ອນໄຂ ອຳນວຍແກ່ການ ພັດທະນາເສດຖະກິດສັງຄົມ,ກາ­ນສົ່ງເສີມກາ­​ນລົງທື­,ວຽກງານ­ຮ່ວມມືສາກົ­ນແລະ ອື່­ໆທີ່ປະ ກອບສ່ວນ ເຮັດໃຫ້ເສດຖະກິດມີການຂະຫຍາຍຕົວຢ່າງວ່ອງ ໄວ,ເພື່ອເຮັດ ໃຫ້ລວມມີຄວາມພ້ອມເຂົ້າຮ່ວມປະ ຊາ ຄົມເສດຖະກິດອາຊຽນ(AEC).ແຕ່ພວກເຮົາກໍ ມີສິ່ງທ້າທາຍຫຼາຍຢ່າງທີ່ ຈະຕ້ອງໄດ້ສູ້ຊົນຜ່ານຜາເຊັ່ນ : ເສດຖະກິດໂລກເຖິງວ່າຟື້ນຟູແຕ່ກໍຍັງ ບໍ່ທັນ ໜັກແໜ້ນ,ບັນຫາໜີ້ສິນ ຂອງບາງປະເທດ ໃນກຸ່ມສະຫະພາບເອີຣົບຍັງບໍ່ທັນໄດ້ຮັບການແກ້ໄຂ ໃຫ້ດີຂື້ນ ເທົ່າທີ່ຄວນ,ສະພາບ ຄວາມວຸ້ນວາຍດ້ານການເມືອງຢູ່ຂົງເຂດຕາເວັນອອກກາງ. ອັບຟຣິກາ ເໜືອ ແລະ ປະເທດໃກ້ຄຽງໄດ້ສົ່ງຜົນກະທົບຕໍ່ການເຕີບໂຕຂອງ ເສດຖະກິດປະ ເທດເຮົາໃນລະດັບ ອັນແນ່ ນອນ,ສະພາບຄວາມຫຍຸ້ງ ຍາກທາງດ້ານການເງິນ-ງົບປະມານຂອງປະເທດເຮົາຍັງບໍ່ສາມາດ ແກ້ ໄຂໄດ້ ຢ່າງຂາດຕົວ, ຊຶ່ງສິ່ງດັ່ງ ກ່າວໄດ້ສ້າງຜົນກະທົບຕໍ່ການພັດທະນາເສດຖະກິດ-ສັງຄົມ ໃນໄລຍະຜ່ານມາ.

No comments:

Post a Comment