Ad

Ad

12 March 2015

ຍ້ອນພັກມີນະໂຍບາຍສົ່ງເສີມດີທຸລະກິດຈຶ່ງເຕີບໃຫຍ່ຂະຫຍາຍຕົວ



     ພາຍຫລັງພັກ ແລະ ລັດຖະບານ, ໄດ້ເປີດກວ້າງ​ການພົວພັນຮ່ວມມື ກັບຕ່າງປະເທດເປັນຕົ້ນມາ, ສິ່ງສຳຄັນທີ່ພາໃຫ້ເສດຖະກິດຂອງປະເທດມີການ ພັດທະນາຂະຫຍາຍຕົວຕໍ່ເນື່ອງກໍຍ້ອນ ພັກໄດ້ກຳນົດນະໂຍບາຍຖືກຕ້ອງສອດຄ່ອງ ກັບສະພາບ​ການ ແລະ ເງື່ອນ​ໄຂ​ໃນ​ແຕ່ລະ​ໄລຍະ, ອັນໄດ້ເຮັດໃຫ້ຫລາຍຫົວ ໜ່ວຍທຸລະກິດມີບາດກ້າວ ເຕີບໃຫຍ່ເຂັ້ມແຂງ, ເຊັ່ນດຽວກັບບໍລິສັດມຸ່ຍຈະ ເລີນການຄ້າຂາອອກ-ຂາເຂົ້າ ຈຳກັດ ກໍເຕີບໃຫຍ່ຍ້ອນການປະຕິບັດຕາມແນວນະ ໂຍບາຍດັ່ງກ່າວດ້ວຍ​ດີ​ຕະຫລອດ​ມາ.
     ທ່ານ ຄຳຫລ້າ ບຸດຈະເລີນ ປະທານບໍລິສັດ ມຸ່ຍຈະເລີນການຄ້າຂາອອກ -ຂາອອກ ໃຫ້ສຳພາດນັກຂ່າວ ພວກ ເຮົາໃນໂອກາດຄຳນັບຮັບຕ້ອນສອງວັນປະຫວັດສາດສຳຄັນຂອງຊາດຄື: ວັນສ້າງຕັ້ງພັກ ປະຊາຊົນປະຕິວັດລາວ ຄົບຮອບ 60 ປີ(22 ມີນາ 1955 - 22 ມີນາ 2015) ແລະ ວັນສະຖາປະນາ ສ ປປ ລາວ ຄົບຮອບ 40 ປີ(2 ທັນວາ 1975 - 2 ທັນວາ 2015) ວ່າ: ນັບແຕ່ເລີ່ມດຳເນີນທຸລະກິດແຕ່ປີ 1995 ເປັນຕົ້ນມາ, ບໍລິສັດໄດ້ຖືເອົາ ແນວທາງນະໂຍບາຍສົ່ງເສີມທຸລະກິດທີ່ພັກ ແລະ ລັດວາງອອກແຕ່ລະໄລຍະເປັນຊ່ອງທາງໃນການພັດທະ ນາ ຕົນເອງໃຫ້ເ
ຕີບໃຫຍ່ຂະຫຍາຍຕົວເປັນລຳດັບ, ເບື້ອງຕົ້ນແມ່ນເຮັດທຸລະກິດຄ້າຂາຍເຄື່ອງອຸປະໂພກ-ບໍລິໂພກຢູ່ ແຂວງຊຽງຂວາງ ແລະ ຕົກມາຮອດປີ 2008 ຈຶ່ງເຮັດທຸລະກິດຂາຍລົດໃຫຍ່ຢູ່ບ້ານດົງນາໂຊກ, ເມືອງສີໂຄດຕະ ບອງ, ນະຄອນຫລວງວຽງຈັນ, ການຕັດສີນໃຈເຮັດທຸລະກິດຂາຍລົດໃນເວລານັ້ນ, ແມ່ນຂ້າພະເຈົ້າລິງເຫັນວ່າ ການແຂ່ງຂັນຂອງທຸລະກິດປະເພດ ນີ້ຍັງບໍ່ທັນສູງ,ຂະນະທີ່ກຳລັງຊື້ຂອງສັງຄົມກໍມີຫລາຍ, ຍ້ອນເສດຖະກິດຂອງ ປະເທດມີການຂະຫຍາຍຕົວໄວ, ປະຊາຊົນລາວໂດຍສະເພາະຢູ່ຕົວເມືອງແມ່ນມີລາຍຮັບດີຈຶ່ງມີຄວາມຕ້ອງການ ຊົມໃຊ້ພາຫະນະເພື່ອຕອບສະໜອງ ການຂົນສົ່ງ, ການຜະລິດ ແລະ ການສັນຈອນໄປມາທີ່ສະດວກສະບາຍ ແລະ ກໍເຫັນວ່າໄດ້ຮັບການຕອບຮັບຈາກລູກຄ້າດີສົມ ຄວນ ແລະເຮັດໃຫ້ຂ້າພະເຈົ້າຕັດສີນໃຈລົງທຶນສ້າງຕັ້ງສູນບໍລິການ ຈຳໜ່າຍລົດໃຫຍ່ຂື້ນເປັນແຫ່ງທີ 2 ເມື່ອຕົ້ນປີ 2015 ນີ້, ເຊິ່ງຕັ້ງເປົ້າຈຳໜ່າຍໄວ້ປະມານ 500 ຄັນ, ໂດຍຈະສືບຕໍ່​ສະໜອງການບໍລິການທີ່ດີຕໍ່​ລູກ​ຄ້າ, ຮັບປະກັນການສ້ອມແປງບໍ່ເສຍຄ່າ 3 ປີ, ລາຄາລົດເໝາະສົມທັງລະບົບເງິນ ສົດ ແລະ ຜ່ອນນຳດ້ວຍ ແລະ ຄຽງຄູ່ກັບການດຳເນີນທຸລະກິດທີ່ເຕີບໃຫຍ່ບໍລິສັດພວກເຮົາກໍໄດ້ປະຕິບັດ ພັນທະ ອາກອນຕາມລະບຽບທີ່ພັກ ແລະ ລັດວາງອອກຢ່າງເຄັງຄັດ, ເພື່ອເປັນການປະກອບສ່ວນສຳຄັນເຂົ້າໃນ ການພັດ ທະນາເສດຖະກິດ-ສັງຄົມຂອງຊາດ ແລະ ຂ້າພະເຈົ້າ ຂໍຢືນຢັນວ່າການເຕີບໃຫຍ່ຂະຫຍາຍຕົວຂອງພາກທຸລະກິດ​ໃນແຕ່ລະໄລຍະ ແລະ ທຸລະກິດຂ້າພະເຈົ້າເອງກໍແມ່ນຍ້ອນປະຕິບັດຕາມນະໂຍບາຍສົ່ງເສີມທຸລະກິດທີ່ສອດຄ່ອງ ເໝາະສົມຂອງພັກ- ລັດວາງ​ອອກ ແລະ ເຊື່ອໝັ້ນວ່າພາຍໃຕ້ການຊີ້ນຳ-ນຳພາຂອງພັກປະເທດຊາດຂອງພວກເຮົາ ຈະໄດ້ຮັບການພັດທະນາໃຫ້ຈະເລີນກ້າວໜ້າຢ່າງບໍ່ຢຸດຢັ້ງ.

No comments:

Post a Comment