Ad

Ad

12 March 2015

10 ປີ ໂຮງຮຽນວິຊາ​ຊີບ​ມິດຕະພາບວຽງຈັນ-ຮ່າ​ໂນ້ຍສ້າງ​ບຸກຄະລາ​ກອນ​ອອກຮັບ​ໃຊ້​ສັງຄົມ​ກວ່າ 3000 ຄົນ



          ໂຮງຮຽນວິຊາ​ຊີບ​ມິດຕະພາບວຽງຈັນ-ຮ່າ​ໂນ້ຍ ສ້າງ​ຂຶ້ນ​ໂດຍການຮ່ວມ​ມື​ລະຫວ່າງສອງ​ປະ​ເທດລາວ ​-ຫວຽດນາມ ເວົ້າລວມເວົ້າສະເພາະກໍແມ່ນນະຄອນ ຫຼວງວຽງຈັນ ແລະ ຮ່າໂນ້ຍ ​ເພື່ອ​ຮັດ​ແໜ້ນສາຍ​ພົວພັນ​ການ​ຮ່ວມ​ມື​ຂອງ​ສອງ​ປະ​ເທດ​ໃຫ້​ແໜ້ນ​ແຟ້ນຂຶ້ນ​ເລື້ອຍໆ, ​ໃນ​ນີ້​ໄດ້​ຮ່ວມ​ມື​ກັບ​ມະຫາວິທະຍາ​ໄລ​ຂອງ ສສ ຫວຽດນາມ ​ເຊັ່ນ: ​ໂຮງຮຽນ​ເຕັກນິກ​ຄອມ​ພິວ​ເຕີ​ຊັ້ນກາງ​ຮ່າ​ໂນ້ຍ, ວິທະຍາ​ໄລ​ສ້າງ​ຄູ​ເທື່ອ​ທຽນ​ເຫວ້, ມະຫາວິທະຍາ​ໄລ​ອຸດສາ ຫະກຳ​ໂຮ່ຈິ​ມິນ, ມະຫາວິ​ທະຍາ​ໄລ​ອຸດສາຫະກຳ​ຮ່າ​ໂນ້ຍ, ມະຫາວິ​ທະຍາ​ໄລ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ ແລະ ການ​ສື່ສານ​ທ່າ​ຍງວຽນ ແລະ ມະຫາວິທະຍາ​ໄລ​ສ້າງ​ຄູ​ເຕັກນິກ​ວິ​ງ ການ​ຮ່ວມ​ມື​ດັ່ງກ່າວ​ໄດ້​ຮັບ​ການ​ຊ່ວຍ​ເຫຼືອດ້ານ​ການ​ພັດທະນາ​ຄູ​ອາຈານ ແລະ ອຸປະກອນ​ທົດ​ລອງ​ເອ​ເລັກ​ໂຕຣນິກອີກ​ຫຼາຍຢ່າງ.
ທ່ານ ອຳນວຍ​ການວິທະຍາ​ໄລ​ດັ່ງກ່າວ ໃຫ້​ຮູ້​ວ່າ: ​ໂຮງຮຽນ​ແຫ່ງ​ນີ້ໄດ້​ສ້າງຕັ້ງຂຶ້ນ​ປີ 2004  ແລະ ​ຍົກ​ລະ ດັບ​ມາ​ເປັນ​ວິທະຍາ​ໄລ​ເຕັກນິກ-ວິຊາ​ຊິ​ບມິດຕະພາບ​ວຽງຈັນ-ຮ່າ​ໂນ້ຍ ​ໃນ​ປີ 2014 ຕາມ​ຂໍ້​ຕົກລົງ​ຂອງ​ທ່ານ ລັດຖະ ມົນ​ຕີ​ວ່າການ​ກະຊວງ​ສຶກສາ​ທິການ ແລະ ກິລາ. ປັດຈຸບັນ​ມີ​ຄູ​ອາຈານ​ທັງໝົດ 83 ຄົນ, ຍິງ 44 ຄົນ ໃນນັ້ນມີລະ ດັບປະລິນຍາ​ເອກ 1 ຄົນ,​ ປະລິນຍາ​ໂທ 15 ຄົນ, ປະລິນຍາ​ຕີ 56 ຄົນ, ກຳລັງ​ໄປ​ຮຽນປະລິນຍາ​ໂທ​ອີກ 12 ຄົນ ແລະ ຊັ້ນສູງ​ກໍ​ໄດ້​ມີ​ແຜນ​ຍົກ​
ລະດັບ​ການ​ສຶກສາຕໍ່.  ການ​ພັດທະນາຫຼັກສູດ​ໃນ​ເບື້ອງ​ຕົ້ນ​ໄດ້​ເປີດ​ສອນຫຼັກສູດ​ຊັ້ນກາງ 3 ສາຂາ​ເຊັ່ນ: ​ເຕັກນິກ​ຄອມ, ອິນ​ຟໍ​ເມ​ຕິກ​ຄຸ້ມ​ຄອງ​ຫ​້ອງການ ແລະ ​ອິນ​ຟໍ​ເມ​ຕິກ​ບັນຊີ ຈາກ​ນັ້ນກໍ​ໄດ້​ພັດທະນາ ຫຼັກສູດ​ໃນ​ລະດັບ​ຊັ້ນສູງ​, ຊັ້ນ​ສູງ​ຕໍ່​ເນື່ງ, ​ໃນ​ນີ້ ສົກປີ 2011-2012 ໄດ້​ຮັບ​ອານຸຍາດ​ຈາກ​ກະຊວງ​ສຶກສາ​ທິການ ແລະ ກິລາ​ໃຫ້​ເປີດ​ສອນຫຼັກ​ສູດ​ປະລິນຍາ​ຕີຕໍ່​ເນື່ອງ​ສາຂາ​ວິຊາ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ ແລະ ​​ໄອ​ທີ​ຄຸ້ມ​ຄອງ​ການ​ເງິນ ການ​ທະນາຄານ.​ໃນ​ສົກ​ປີ 2014-2015 ມີ​ນັກ​ສຶກສາ ທັງໝົດ 1796 ຄົນ ຍິງ 731ຄົນ, ການ​ຮຽນປະກອບ​ມີຫຼາຍ ສາຂາ​ວິຊາ​ຮຽນນັບທັງຊັ້ນກາງ, ຊັ້ນສູງ, ຊັ້ນສູງ​ຕໍ່​ເນື່ອງ ​ແລະ ​ປະລິນຍາ​ຕີຕໍ່​ເນື່ອງ, ນັບ​ແຕ່​ມື້​ເປີດ​ສອນ​ຮອດ​ປັດຈຸ ບັນ. ມີ​ນັກ​ສຶກສາ​ຮຽນຈົບ ​ແລະ ​ໄດ້​ຮັບປະກາສະນີຍະບັດ​ທັງໝົດ 2980 ຄົນ ຍິງ 1416 ຄົນ ໃນ​ນີ້ ຊັ້ນກາງ ລະ ບົບ 9+3 ມີ 31 ຄົນ, ຍິງ 14 ຄົນ, ຊັ້ນກາງ​ລະບົບ 11+2,12+2 ມີ 1009 ຄົນ , ຍິງ502 ຄົນ , ຊັ້ນສູງ 11+3, 12+3 ມີ 1328 ຄົນ, ຍິງ 585 ຄົນ, ຊັ້ນສູງ​ຕໍ່​ເນື່ອງ ມີ 287 ຄົນ, ຍິງ 154 ຄົນ ແລະ ປະລິນຍາ​ຕີຕໍ່​ເນື່ອງ ມີ 325 ຄົນ, ຍິງ 161 ຄົນ. ນອກຈາກ​ນີ້ ຍັງ​ໄດ້​ສົ່ງ​ຄູ-ອາຈານ ແລະ ນັກ​ສຶກສາ​ເຂົ້າ​​ແຂ່ງຂັນ​ທັງ​ພາຍ​ໃນ ແລະ ຕ່າງປະ​ເທດ ​ເຊັ່ນ: ປີ 2010 ຮ່ວມ​ແຂ່ງຂັນ​ສີມື​ແຮງ​ງານ ອາຊຽນ ຄັ້ງທີ 8 ທີ່​ບາງກອກ​ປະ​ເທດ​ໄທ, ໄດ້​ຮັບ​ລາງວັນ​ຊົມ​ເຊີຍ, ປີ 2012 ຮ່ວມ​​ແຂ່ງຂັນ​ສີມື​ແຮງ​ງານ​ທົ່ວ​ປະ​ເທດ ຄັ້ງທີ 1 ໄດ້​ຮັບ​ອັນ​ດັບ 1,2,3 ວິຊາ​ອອກ​ແບບ​ເວ​ບ​ໄຊ,  ປີ 2014 ຮ່ວມ​ແຂ່ງຂັນ​ສີມື​ນັກ​ສຶກສາ​ອາຊຽນທີ່​ປະ​ເທດ​ໄທ ໄດ້​ລາງວັນ​ຊົມ​ເຊີຍ ​ແລະ ປີ 2015 ໄດ້​ອັນ​ດັບ 2 ວິຊາ​ອອກ​ແບບ​ເວ​ບ​ໄຊ.  ທ່ານ ອຳນວຍ​ການ​ຍັງ​ໃຫ້​ຮູ້​ອີກ​ວ່າ: ຕະຫຼອດ​ໄລຍະ 10 ປີ​ຜ່ານ​ມາ​ໂດຍໄດ້ຮັບການອຸ້ມຊູຊ່ວຍເຫຼືອ ຈາກກະຊວງ​ສຶກສາ​ທິການ ແລະ ກິລາ, ໂດຍສະເພາະກົມ​ອາຊີວະ​ສຶກສາ, ພະ​ແນ​ກ ສຶກສາ​ທິການ ແລະ ກິລາ ພ້ອ​ມດ້ວຍ​ການ​ນຳ​ທຸກ​ຂັ້ນຂອງ​ນະຄອນຫຼວງວຽງຈັນ ໄດ້​ຊີ້​ນຳ ​ແລະ ຊຸກຍູ້ ອຳນວຍ​ຄວາມ​ສະດວກ​ໃຫ້​ວິ​ທະຍາ​ໄລ​ໄດ້​ເຄື່ອນ​ໄຫວ​ປະຕິບັດ​ພາລະ​ບົດບາດໜ້າທີ່​ຂອງ​ຕົນ, ​ໄດ້​ປະກອບສ່ວນ​ຢ່າງ​ຫ້າວຫັນ ດ້ວຍ​ຄວາມ​ຮັບຜິດຊອບ​ສູງ​ໃນ​ການ​ປະຕິບັດ​ແຜນ​ພັດທະນາ, ມີ​ສ່ວນ​ຮ່ວມ​ຢ່າງ​ກ້ວາງ​ຂວາງ​ກັບ​ບັນດາ​ສະ​ຖາ​ບັນ​ການ​ສຶກສາ​ຂອງ ສສຫວຽດນາມ ແລະ ຊ່ວຍເຮັດໃຫ້ໂຮງຮຽນໄດ້ຮັບການພັດທະນາດີຂຶ້ນຢ່າງບໍ່ຢຸດຢັ້ງ ແຕ່ຄຽງຄູ່ກັນນັ້ນກໍມີຄວາມຫຍຸ້ງຍາກ ແລະ ​ຂາດ​ການ​ຊຸກຍູ້​ສົ່ງ​ເສີມ​ໃນ​ການ​ລົງທຶນ​ຂອງ​ລັດ​ໃສ່​ດ້ານ​ໂຄງ​ລ່າງ​ພື້ນຖານ ກໍ​ຄື​ສ້າງ​ຊັບ​ພະຍາກອນ​ມະນຸ​ດ, ການ​ຊີ້​ນຳ​ຂອງຂັ້ນ​ເທິງ​ຍັງ​ບໍ່ທັນ​ໃກ້ຊິດ ​ແລະ ບໍ່ທັນ​ໃຫ້​ຄວາມ​ສຳຄັນ​ເທົ່າ​ທີ່​ຄວນ ແລະ ສະຖານ​ທີ່​ຄັບ​ແຄບ​ຫຍຸ້ງຍາກ​​ໃນ​ການ​ພັດທະນາ.
ຄຳເຫັນດັ່ງກ່າວໄດ້ມີຂຶ້ນໃນໂອກາດ ສະ​ເຫຼີມສະຫຼອງວັນ​ສ້າງຕັ້ງ​​ໂຮງຮຽນແຫ່ງນີ້ ຄົບຮອບ 10 ປີ ແລະ ຄົບຮອບ 1 ປີ​ຂອງ​ການ​ຍົກ​ລະດັບ​ເປັນ​ວິທະຍາ​ໄລ​ເຕັກນິກ​ວິຊາ​ຊິ​ບຂຶ້ນ​ໃນ​ວັນ​ທີ 11 ມີນາ  ນີ​້ ຢູ່​ວິທະຍາ​ໄລ​ດັ່ງ ກ່າວ,​ ໂດຍ​ການ​ເຂົ້າ​ຮ່ວມ​ຂອງ​ທ່ານ ດຣ ອຸ​ໄທ ບັນນະ​ວົງ ອຳ​ນວຍ​ການ​ວິທະຍາ​ໄລ​ເຕັກນິກ​ວິຊາ​ຊິ​ບມິດຕະພາບ​ວຽງຈັນຽຮ່າ​ໂນ​້ຍ, ທ່ານ ຟ້າ​ມ ວັນ​ແຄ໋ງ ຫົວໜ້າທູດ​ສຶກສາ ສະຖານທູດ​ຫວຽດນາມ ​ປະ​ຈຳສ ປປ ລາວ, ທ່ານ ບຸນ​ເພັງ​ ສົມ​ຈັນມະ​ວົງ ຮອງ​ຫົວໜ້າກົມ​ອາຊີວະ​ສຶກສາ ​ແລະ ມີ​​ຄູ​ອາຈານ ແລະ ນັກຮຽນ​ເຂົ້າ​ຮ່ວມ​ເປັນ​ຈໍ​ານວນ ຫຼາຍ.

No comments:

Post a Comment