Ad

Ad

26 March 2015

ເຄື່ອງ​ບໍລິ​ໂພ​ກບາງ​ປະ​ເພດ​ມີ​ລາຄາສູງອາດ​ເປັນ​ຍ້ອນ​ລະດູ​ການ



ປັດຈຸບັນ​ສິນຄ້າ​ເຄື່ອງ​ບໍລິ​ໂພ​ກຕາມ​ລະດູ​ການ​ທີ່ມີຈຳໜ່າຍຢູ່​ຕະຫຼາດ​ແຫ່ງ​ຕ່າງໆ​ໃນ​ນະ​ຄອນຫຼວງວຽງຈັນ​ສ່ວນ​ໃຫຍ ເຫັນ​ວ່າ​ມີ​ທ່າ​ອ່ຽງສູງ​ຂຶ້ນ​ອາດ​ເປັນ​ຍ້ອນ​ລະດູ​ການ​ເຊັ່ນ:ໄຂ່ໝົດ​ແດງ ຈະ​ຕົກ​ເປັນ​ກິ​ໂລ​ລະ 90 ພັນ - 1 ແສນ​ກີບ, ດອກ​ກະຈຽວ, ຜັກຫວານຈະ​ມີ​ລາຄາ​​ແຕ່ 60 ພັນ​ - 70 ພັນ​ກີບ​ຕໍ່ກິ​ໂລ, ເຊັ່ນດຽວ ກັບໝາກ​ເຜັດ, ​ໝາກເຂືອ​, ໝາກ ນາວ, ຜັກ​ຂະ,​ ດອກຜັກຕິ້ວ ​ເຊິ່ງ​ເປັນ​ສິນຄ້າທີ່​ຊາວ​ສວນ​ນຳ​ມາ​ຂາຍ​ຈະຕົກ​ເປັນ​ລາຄາ​ປະມານ 60 ພັນ - 70 ພັນ​ກີບ​ຕໍ່ກິ​ໂລ.​ ເຖິງຢ່າງໃດກໍຕາມສິ່ງທີ່ໜ້າພູມໃຈກ່ວາໝູ່ແມ່ນຜົນລະປູກປະເພດໝາກໂມຫວານ ທີ່ຊາວ ສວນ ແລະ ຜູ້ປະ ກອບການ ນຳມາຂາຍຕາມທ້ອງຕະຫຼາດ ເຫັນວ່າມີຈຳນວນຫຼາຍ ແລະ ລາຄາຖືກເປັນພິເສດຄື: ໜ່ວຍລະ 10-20 ພັນກີບ, ສ່ວນ​ປະ​ເພດໝາກ​ໄມ້​ເຊັ່ນ: ໝາກຂາມຫວານ, ໝາກກ້ຽງຫວານກໍ​ຢູ່ໃນ​ລາຄາ​ປົກກະຕິ.

ແຕ່ສິ່ງທີ່ໜ້າເປັນຫ່ວງສຳລັບຜູ້ມັກບໍລິໂພກໝາກໂມຫວານໃນໄລຍະລະດູຮ້ອນນີ້ ອາດມີຄວາມສ່ຽງຕໍ່ສຸຂະພາບ ເປັນຕົ້ນ ແມ່ນການຖອກທ້ອງ,  ເນື່ອງຈາກໝາກໂມບາງປະເພດທີ່ນຳມາຈຳໜ່າຍຜູ້ປະກອບການ​ໄດ້​ນຳ​ໃຊ້ປຸຍເລັ່ງ​ເພື່ອ ກະຕຸ້ນໃຫ້ໜ່ວຍໝາກໂມງາມ ແລະ ມີໃຈແດງດີ,  ໂດຍບໍ່ຄຳນຶງເຖິງສຸຂະພາບຂອງຜູ້ບໍລິໂພກ. ຕໍ່ບັນຫາ​ດັ່ງກ່າວນີ້ພາກ ສ່ວນກ່ຽວຂ້ອງຄວນຈະເຂົ້າມາມີສ່ວນຮ່ວມໃນການຕິດຕາມກວດກາຕໍ່ບັນຫາການປູກພືດລວມໄປເຖິງ ຊິ້ນ​ສັດ​ກໍ​ມີ​ຄວາມ​ສ່ຽງ​ໃນ​ການ​ນຳ​ໃຊ້​ສານ​ເຄມີເພື່ອ​ມີ​ມາດ​ຕະການ​ສະກັດ​ກັ້ນສິ່ງ​ເປັນ​ຜິດ​ຕໍ່ສຸຂະພາບ​ຂອງ​ຜູ້​ບໍລິ​ໂພ​ກ.

No comments:

Post a Comment