Ad

Ad

26 March 2015

NOKIA ນຳສະເໜີໂທລະສັບຮຸ່ນໃໝ່



ວັນທີ 25 ມີນານີ້, ບໍລິສັດບໍລິສັດໂນເກຍ,(NOKIA ລາວ, ໄດ້ຈັດ ກິດຈະກຳນຳສະເໜີໂທສະສັບຮຸ່ນໃໝ່ຂອງ ຕົນຄື: NOKIA Microsoft LUMIA 535  ແລະ NOKIA Microsof LUMIA  523 ຂຶ້ນ, ຢູ່ໂຮງ ຮຽນວິຊາ ຊີບຊັບພະວິຊາ ນະຄອນຫຼວງວຽງຈັນ ມີພະນັກງານ ແລະ ນັກ ສຶກສາເຂົ້າຮ່ວມເປັນຈຳນວນຫຼາຍ. ຜູ້ຕາງໜ້າບໍລິສັດ NOKIA ລາວໃຫ້ຮູ້ວ່າ: ກິດຈະກຳທີ່ຈັດຂຶ້ນໃນຄັ້ງນີ້, ເພື່ອເປັນການນຳ ສະເໜີໂທສະສັບ ສອງຮຸ່ນໃໝ່ ດັ່ງກ່າວຂອງໂນເກຍ, ຊຶ່ງເປັນໂທລະສັບຮຸ່ນໃໝ່ໃນລະບົບປະຕິບັດການ Windows Phone 8  ແລະ 8.1 ຂອງໂນ ເກຍທີ່ຕອບສະໜອງຄວາມຕ້ອງການແບບເປັນຕົວເອງໄດ້ຢ່າງເປັນອິດສະຫຼະກັບຄຸນ ສົມບັດເໜືອລາຄາ, ໂດຍຜູ້ເຂົ້າ ຮ່ວມໃນກິດຈະກຳໄດ້ຮ່ວມຫຼິ້ນເກມຮັບຂອງລາງວັນຕ່າງໆຢ່າງຫຼວງຫຼາຍ , ເພື່ອເປັນການ ຄືນກຳໄລໃຫ້ລູກຄ້າ, ພິເສດ ສຳລັບທ່ານໃດທີ່ຊື້ໂທລະສັບ 2 ລຸ່ນດັ່ງກ່າວ ຢູ່ໃນງານຄັ້ງນີ້, ມີຂອງແຖມຢ່າງຫຼວງຫຼາຍເຊັ່ນ:
ແຖມເສື້ອຍືດ, ຖົງຜ້າ, ແຜ່ນກັນແຕກ, Power bank ແລະ ຄູປອງລຸ້ນຮັບລາງວັນອື່ນໆອີກ, ກິດຈະກຳດັ່ງກ່າວນີ້ນອກ ຈາກຈັດຢ່າງນະຄອນ ຫຼວງວຽງຈັນແລ້ວ, ຍັງຈະໄປສືບຢູ່ແຂວງສະຫວັນນະເຂດ, ຈຳປາສັກ, ຊຽງຂວາງ ແລະ ຫຼວງພະບາງ ນຳອີກ.
ໂທລະ​ສັບ 2 ຮຸ່ນດັ່ງກ່າວ​ເປັນ​ນະ​ວັດຕະ​ກຳໃໝ່​ຂອງ NOKIA ທີ່​ໄດ້​ຮັບ​ການ​ປັບປຸງ​ສົມບູນ​ທີ່​ສຸດຄື LUMIA 532 ໜ້າ​ຈໍ 4 ນິ້ວ ​ແລະ LUMIA 535 ໜ້າ​ຈໍ​ກວ້າງ 5 ນິ້ວ, ກ້ອງ​ມີ​ຄວາມ​ແຈ້ງ​ເຖິງ 5 MPF ໃຊ້ໄດ້ 2 ຊິມ , ຄວາມຈ ຳໃນ ຕົວເຄື່ອງ 8 GB  ແລະ ສາມາດເພີ່ມຄວາມຈຳໄດ້ເຖິງ 128 GB ລະບົບ​ປະຕິບັດ​ການ Windows Phone 8.1 ​ໃໝ່​ຫລ້າ​ສຸດ​ມາ​ພ້ອມ​ແປ້​ມພິມ​ພາສາ​ລາວ, ປະກອບ​ມີ Microsoft office.Word , Excel , powerpoint ​ແລະ onenote ​ໃນ​ຕົວ​ເຄື່ອງ.

No comments:

Post a Comment