Ad

Ad

30 April 2015

ເຈົ້າໜ້າທີ່ປາບປາມຢາເສບຕິດກວາງນິງ ສສ ຫວຽດນາມ ຈັບຜູ້ ຕ້ອງຫາຄ້າຢາເສບຕິດລາຍໃຫຍ່ ຈາກລາວ ຍຶດເຮໂຣ ອິນໄດ້ 20,7 ກິໂລກຣາມ



       ໃນວັນທີ 24 ເມສານີ້, ໄອຍະການປະຊາຊົນສູງສຸດ ສສ ຫວຽດນາມ ໄດ້ ກ່າວຟ້ອງຜູ້ຕ້ອງຫາຄ້າຂາຍຢາເສບຕິດ ລາຍໃຫຍ່ ຈຳນວນ 3 ຄົນ ຄືທ້າວ ສິງອາ ເລົາ ອາຍຸ 26 ປີ ແລະ ທ້າວ ສິງ ອາມິງ ອາຍຸ 21 ປີ ຜູ້ເປັນຫລານຊາຍ, ທັງ ສອງສັງກັດຢູ່ຕາແສງ ນາອື ເມືອງ ແລະ ແຂວງດຽນ ບຽນ ສສ ຫວຽດນາມ, ສ່ວນອີກ ຜູ້ໜຶ່ງແມ່ນທ້າວ ບຸນເກີດ ອາຍຸ 29 ປີ ສັນຊາດລາວ ຢູ່ນະຄອນ ຫລວງວຽງຈັນ ສປປ ລາວ. ພາຍຫລັງເຈົ້າໜ້າທີ່ປາບປາມ ຢາເສບຕິດແຂວງ ກວາງນິງ ສສ ຫວຽດນາມ ສະກັດ ແລະ ກວດ ລົດເກງຍີ່ຫໍ້ເກຍ ໝາຍເລກທະ ບຽນລາວ ພ້ອມຢຶດເຮໂຣອິນທີ່ ຊຸກເຊື່ອງໄວ້ຢູ່ ພື້ນເບາະຫລັງ ຂອງລົດດັ່ງກ່າວ ຈຳນວນ 60 ແທ່ງ ລວມມີນ້ຳໜັກ 20,7 ກິໂລ ກຣາມ ເມື່ອວັນທີ 29 ມີນາ 2014 ຜ່ານມາ ເພື່ອນຳມາຈຳໜ່າຍຢູ່ ຫວຽດນາມ.
      ທ້າວ ສິງອາເລົາ ຜູ້ຂັບລົດ ດັ່ງກ່າວໃຫ້ປາກຄຳຕໍ່ເຈົ້າໜ້າທີ່ ວ່າ: ລົດ ແລະ ຈຳນວນເຮໂຣອິນ ດັ່ງກ່າວແມ່ນຂອງ ທ້າວ ຍິງມົວ ຄົນລາວ, ໄດ້ຈ້າງພວກຕົນເພື່ອ ນຳມາຈຳໜ່າຍໃນຫວຽດນາມ ແລະ ໄລຍະທ້າຍເດືອນກັນຍາ ຫາຕົ້ນ ເດືອນຕຸລາ 2009 ຜ່ານ ມາ, ສິງອາເລົາ ກໍໄດ້ຊື້ ແລະ ນຳ ເອົາເຮໂຣອິນ ຈຳນວນ 3 ແທ່ງ ລວມມີນ້ຳໜັກຫລາຍກວ່າ 1 ກິ ໂລກຣາມ ຈາກເມືອງ ແລະ ແຂວງດຽນບຽນເຂົ້າມາຈຳໜ່າຍຢູ່ຮ່າໂນ້ຍ ດ້ວຍລາຄາແທ່ງ ລະ 180 ລ້ານດົງ ສະກຸນ ເງິນຫວຽດນາມ, ແຕ່ຖືກເຈົ້າໜ້າທີ່ຈັບຕົວໄດ້ທັນ.

No comments:

Post a Comment