Ad

Ad

6 April 2015

ຫ້ອງວ່າການລັດຖະບານອອກແຈ້ງການວ່າດ້ວຍການຈັດຕັ້ງສະເຫລີມສະຫລອງບຸນປີໃຫມ່ລາວ ພສ 2558



      ໃນວັນທີ 2 ເມສານີ້, ຫ້ອງວ່າ ການລັດຖະບານໄດ້ອອກແຈ້ງການສະບັບເລກທີ 566/ຫລບ. ກລຂ ເຖິງບັນດາ ທ່ານລັດຖະມົນຕີວ່າການກະຊວງ-ຫົວໜ້າອົງ ການ ທຽບເທົ່າ, ເຈົ້າຄອງນະຄອນຫລວງວຽງຈັນ, ເຈົ້າ ແຂວງ ແລະ ບັນ ດາທ່ານຫົວໜ້າ ອົງການຈັດຕັ້ງມະຫາຊົນອ້ອມຂ້າງສູນກາງວ່າດ້ວຍການຈັດຕັ້ງສະເຫລີມສະ ຫລອງ ບຸນປີໃໝ່ ລາວ ພສ 2558 ໂດຍມີເນື້ອໃນລະອຽດວ່າ: ອີງຕາມມາດຕາ 55 ຂອງ ກົດໝາຍວ່າດ້ວຍແຮງງານກ່ຽວກັບວັນພັກທາງລັດຖະການ, ອີງຕາມຮີດຄອງປະ ເພນີ ແລະ ມູນເຊື້ອອັນດີງາມຂອງຊາດລາວມາແຕ່ດົນນານ ໃນການສະເຫລີມສະຫລອງວັນ ບຸນປີໃໝ່ລາວກຸດສົງການ, ອີງຕາມ ການຕົກລົງ ແລະ ຊີ້ນຳຂອງ ທ່ານນາຍົກລັດຖະມົນຕີໃນວັນ ທີ 30 ມີນາ 2015, ຫ້ອງວ່າການລັດຖະບານ ຂໍຖື ເປັນກຽດແຈ້ງມາຍັງບັນດາທ່ານລັດຖະມົນຕີວ່າການ-ຫົວໜ້າອົງການທຽບເທົ່າ, ທ່ານເຈົ້າ ຄອງນະຄອນຫລວງວຽງຈັນ, ບັນດາທ່ານ ເຈົ້າແຂວງ, ບັນດາຫົວໜ້າອົງການຈັດຕັ້ງມະຫາຊົນ, ພະນັກງານ-ລັດຖະ ກອນ, ທະຫານ, ຕຳ ຫລວດ ແລະ ປະຊາຊົນບັນດາ ເຜົ່າໃນທົ່ວປະເທດຊາບ ແລະ ປະຕິບັດດັ່ງນີ້:
   1. ການສະເຫລີມສະຫລອງວັນບຸນປີໃໝ່ລາວ ປະຈຳປີ ພສ 2558 ເປັນປີທີ່ມີຄວາມໝາຍສຳຄັນ ເຊິ່ງເປັນປີທີ່ທົ່ວ ພັກ, ທົ່ວປວງຊົນພວມຂຸ້ນຂ້ຽວຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ IX ຂອງພັກ ແລະ ແຜນພັດທະນາເສດ ຖະກິດ-ສັງຄົມ 5 ປີ ຄັ້ງທີ VII ໃນສົກປີສຸດທ້າຍ ແລະ ການກະກຽມສະເຫລີມສະຫລອງ 2 ວັນປະຫວັດສາດທີ່ສ ຄັນຂອງຊາດ.

     2. ໃຫ້ຖືເອົາການສະເຫລີມສະຫລອງວັນບຸນປີໃໝ່ລາວປະຈຳປີ ພສ 2558 ທີ່ຈະໝູນວຽນ ມາເຖິງນີ້ເປັນໂອກາດ ໜຶ່ງທີ່ສຳຄັນໃນການສືບຕໍ່ເສີມຂະຫຍາຍມູນເຊື້ອຮີດຄອງປະເພນີອັນດີງາມ ແລະ ຄວາມສາມັກຄີເປັນປຶກແຜ່ນຂອງ ຊາດທີ່ມີມາແຕ່ດົນນານແລ້ວ, ເປັນບຸນໃຫຍ່ປະຈຳຊາດທີ່ທົ່ວປວງຊົນລາວທັງຊາດຖືເອົາໂອກາດນີ້ອວຍໄຊໃຫ້ພອນ ເຊິ່ງກັນ ແລະ ກັນ, ຈັດຕັ້ງສະເຫລີມສະຫລອງດ້ວຍບັນຍາກາດເບີກບານມ່ວນຊື່ນ, ຖືກ ຕ້ອງຕາມຮີດຄອງປະເພນີ ແລະ ວັດທະນະທຳອັນດີງາມຂອງຊາດ ຕິດພັນກັບການສົ່ງເສີມການທ່ອງທ່ຽວ ແລະ ບົນຈິດໃຈປະຢັດມັດທະຍັດ, ບໍ່ຈັດງານ ລ້ຽງຟຸມເຟືອຍ, ບໍ່ໃຫ້ນຳໃຊ້ງົບ ປະມານ ແລະ ພາຫະນະຂອງລັດ ໄປທ່ຽວຫລິ້ນບຸນ.
     3. ເນື່ອງຈາກປີໃໝ່ລາວປີນີ້ ແມ່ນວັນທີ 14, 15 ແລະ 16 ເມ ສາ 2015 (ກົງກັບວັນອັງຄານ, ພຸດ ແລະ ພະຫັດ). ສະນັ້ນ ຈຶ່ງຕົກ ລົງເຫັນດີໃຫ້ພັກຕໍ່ຮອດວັນທີ 17 ເມສາ 2015 ແລະ ກຳນົດເອົາວັນ ທີ 11 ເມສາ 2015 (ກົງກັບວັນ ເສົາ) ເປັນວັນເຮັດວຽກງານ ທາງລັດຖະການ ແທນວັນທີ 17 ເມສາ 2015.
      4. ການສະເຫລີມສະຫລອງ ປີໃໝ່ລາວໃນຄັ້ງນີ້ ເປັນໄລຍະເວລາຍາວ ຈຶ່ງໃຫ້ກະຊວງອຸດສາຫະກຳ ແລະ ການຄ້າ, ນະຄອນຫລວງວຽງຈັນ ແລະ ບັນດາແຂວງເອົາໃຈໃສ່ໃນການຕິດຕາມຄຸ້ມຄອງລາຄາສິນຄ້າໃນທ້ອງຕະຫລາດບໍ່ໃຫ້ພໍ່ ຄ້າຊາວຂາຍ, ຜູ້ປະກອບການສວຍໂອກາດຂຶ້ນລາຄາສິນຄ້າໂດຍບໍ່ມີເຫດຜົນ. ພ້ອມກັນນັ້ນ ກໍໃຫ້ສົມທົບກັບກະຊວງ ກ່ຽວຂ້ອງເອົາໃຈໃສ່ຊຸກຍູ້ສົ່ງເສີມການຜະລິດຕິດພັນກັບການຮັບປະກັນການສະໜອງສິນຄ້າໃຫ້ພຽງພໍກັບຄວາມຕ້ອງ ການຂອງສັງຄົມ.
     5. ໃຫ້ບັນດາກະຊວງ, ອົງການທຽບເທົ່າ ແລະ ທ້ອງຖິ່ນເອົາໃຈໃສ່ເປັນພິເສດຕໍ່ການຮັກ ສາຄວາມສະຫງົບປອດໄພ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ, ໃຫ້ມີການແບ່ງ ຄວາມຮັບຜິດຊອບໃນການເວນຍາມ ແລະ ປະຈຳ ການ ເພື່ອປ້ອງກັນສຳນັກງານອົງການ ແລະ ຢູ່ຕາມບ້ານ ຕະຫລອດໄລຍະປີໃໝ່ລາວ ແລະ ໃຫ້ສາມາດປະສານງານໄດ້ ຢ່າງເປັນປົກກະຕິທຸກເວລາ.
      ໃຫ້ກະຊວງປ້ອງກັນຄວາມສະຫງົບເປັນເຈົ້າການສົມທົບກັບກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ທ້ອງຖິ່ນ ເພື່ອຮັບປະກັນຄວາມປອດໄພຕາມທ້ອງຖະໜົນ, ຈັດສັນ ແລະ ອຳນວຍຄວາມສະດວກໃນການສັນຈອນໄປ-ມາ ແລະ ໃຫ້ເພີ່ມການໂຄສະນາສ້າງຈິດສຳນຶກເມົາແລ້ວບໍ່ຂັບລົດແລະ ເຂັ້ມງວດກວດກາເພື່ອປ້ອງກັນການເກີດອຸປະຕິ ເຫດ; ການສະເຫລີມສະຫລອງຫົດນ້ຳຕ້ອງຮັບປະກັນບໍ່ສ້າງຄວາມເສຍຫາຍ ແລະ ບໍ່ເປັນອັນ ຕະລາຍຕໍ່ຊີວິດ ແລະ ຊັບສິນ ຂອງບຸກຄົນ ແລະ ສະຖານທີ່ສາທາລະນະຕ່າງໆ.
     6. ມອບໃຫ້ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ນະຄອນຫລວງວຽງຈັນ ແລະ ບັນດາແຂວງ ເພີ່ມທະວີການປະຊາສຳພັນໃຫ້ປະຊາຊົນໃນທົ່ວສັງຄົມຮັບຮູ້ ແລະ ເຂົ້າໃຈຕໍ່ຈິດໃຈສະເຫລີມສະຫລອງບຸນປີໃໝ່ປະ ຈຳຊາດໃຫ້ສອດຄ່ອງກັບວັດທະນະທຳປະເພນີອັນດີງາມຂອງຊາດ ແລະ ສະ ພາບຕົວຈິງ, ຮັບປະກັນຄວາມປອດໄພ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ.
     ດັ່ງນັ້ນ, ຈຶ່ງແຈ້ງມາຍັງທ່ານເພື່ອຊາບ ແລະ ຈັດຕັ້ງປະຕິບັດຕາມຈິດໃຈຊີ້ນຳຂ້າງເທິງນີ້ດ້ວຍ.

No comments:

Post a Comment