Ad

Ad

6 April 2015

ທະນາຄານຮ່ວມພັດທະນາມອບເງິນ 310 ລ້ານກີບ ຊ່ວຍເຫລືອຜູ້ປະສົບໄພທຳມະຊາດຢູ່ເມືອງຫາດຊາຍຟອງ



    ໃນໂອກາດງານສະເຫລີມສະຫລອງວັນສ້າງຕັ້ງທະນາຄານຮ່ວມພັດທະນາ (JDB) ຄົບຮອບ 25 ປີຢູ່ໂຮງແຮມດອນ ຈັນພາເລດ ນະຄອນຫລວງວຽງຈັນ ໃນຄ່ຳຄືນວັນທີ 30 ມີນາຜ່ານມານັ້ນ ທ່ານ ດຣ ສີນລະວົງ ຄຸດໄພທູນເຈົ້າຄອງນະ ຄອນຫລວງວຽງຈັນ ໄດ້ໃຫ້ກຽດຂຶ້ນຮັບເງິນຈຳນວນ 310 ລ້ານກີບຈາກທ່ານ ເອກະພັນ ພະພິທັກປະທານສະພາບໍລິ ຫານທະນາຄານຮ່ວມພັດທະນາ, ເພື່ອ ຊ່ວຍເຫລືອຜູ້ປະສົບໄພພິບັດທາງທຳມະຊາດຢູ່ເມືອງຫາດຊາຍຟອງ ນະຄອນ ຫລວງວຽງຈັນ ເຊິ່ງຖືກພະຍຸຝົນພັດຖະ ຫລົ່ມຢ່າງແຮງໃນເຊົ້າວັນທີ19 ກຸມພາ 2015ອັນໄດ້ສ້າງຄວາມເສຍຫາຍໜັກ ໜ່ວງໃຫ້ແກ່ໂຄງລ່າງພື້ນຖານ ແລະ ເຮືອນຊານຂອງປະຊາຊົນເປັນຈຳນວນບໍ່ໜ້ອຍ.

No comments:

Post a Comment