Ad

Ad

20 April 2015

ຜູ້ນຳພັກ-ລັດ ແລະ ຊາວ​ນະຄອນຫລວງ​ວຽງ​ຈັນຮ່ວມ​ໃສ່​ບາດວັນ​ສັງຂານ​ຂຶ້ນ​ປີ​ໃໝ່​ລາວ ພສ.2558



ໃນວັນທີ16 ເມສານີ້, ຊຶ່ງກົງກັບມື້ແຮມ13 ຄ່ຳເດືອນ 5 ເປັນມື້ສຸດ ທ້າຍຂອງການສະຫລອງບຸນປີໃໝ່ລາ​ວ ພສ 2558,ຊາວນະຄອນຫລວງ ວຽງຈັນ ກໍຄືຊາວລາວທົ່ວປະເທດໄດ້ສະເຫລີມ ສະຫລອງປີໃໝ່ຢ່າງມ່ວນຊື່ນຕາມ ຮີດ ຄອງປະເພນີອັນດີງາມທີ່ເຄີຍ ປະຕິບັດກັນມາແຕ່ບູຮານນະການ, ໂດຍໃນ​ຕອນ​ເຊົ້າຢູ່ວັດ​ອົງ​ຕື້​ເມືອງ​ຈັນທະ​ບູລີ ນະຄອນ ຫລວງ​ວຽງ​ຈັນ ໄດ້ມີພິທີ​ຕັກບາດຖວາຍ ສັງຄະທານຕາມ​ປະ​ເພນີໂດຍມີທ່ານ ດຣ. ພັນ​ຄໍາ ວິພາ​ວັນ ຮອງ​ນາຍົກລັດ ຖະມົນ ຕີ, ລັດຖະມົນຕີ​ວ່າການ​ກະຊວງ​ສຶກສາ​ທິການ ​ແລະ ກິລາ, ຜູ້​ຊີ້​ນໍາ​ວຽກ​ງານ​ວັດທະນະ​ທໍາ-ສັງຄົມ, ທ່ານ ດຣ ສິນ​ລະ​ວົງຄຸດ​ໄພທູນ ເຈົ້າຄອງນະຄອນຫລວງວຽງຈັນ, ທ່ານ ສຈດຣ ພັນດວງ ຈິດວົງສາ ປະທານສູນກາງແນວລາວສ້າງຊາດ, ບັນດາທ່ານ ຮອງເຈົ້າຄອງນະຄອນຫລວງວຽງຈັນ ແລະ ມວນຊົນຊາວນະຄອນຫລວງວຽງຈັນເຂົ້າຮ່ວມຢ່າງຫລວງຫລາຍ ແລະ​ ໃນຕອນ​ບ່າຍກໍໄດ້ສຶບຕໍ່​​ການ​ແຂ່ງຂັນ​ກິລາ​ຫາດ​ຊາຍ​ຫລາຍ​ປະ​ເພດ​​ແລະ ຂະບວນ​ແຂ່ງຂັນຕົບພະ ທາດຊາຍຢູ່​ຫາດ​ດອນ​ຈັນພ້ອມ​ທັງ​ມີ​
ພິທີ​ສູດ​ພະທາດ​​​ໃຫຍ່ຈຳນວນ 60 ພະທາດ ​ແລະ​ພະທາດ​ຊາຍ​ນ້ອຍ​40 ທາດອ້ອມ​ພະທາດ​ໃຫຍ່, ອັນໄດ້ສະແດງເຖິງສັນຍລັກແຫ່ງການສະເຫລີມສະຫລອງວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບ ຮອບ 60 ປີແລະວັນສາຖາປະນາ ສປປ ລາວ ຄົບຮອບ 40 ປີ. ນອກນີ້ກໍໄດ້ມີການແຂ່ງຂັນກິລາປະເພດຕ່າງໆເຊັ່ນ: ບານເຕະ, ບານສົ່ງຫາດຊາຍ ແລະ ອື່ນໆເຊິ່ງມີນັກທ່ອງທ່ຽວຈາກພາຍໃນ ແລະຕ່າງປະເທດເຂົ້າຮ່ວມດ້ວຍບັນຍາກ່ດມ່ວນຊື່ນ.

No comments:

Post a Comment