Ad

Ad

20 April 2015

ສະຖານີ​ວິທະຍຸ​ກະຈາຍສຽງ​ແຫ່ງ​ຊາດ​ລາວ​ສະຫຼຸບວຽກງານ 1 ປີຜ່ານມາ



          ໃນວັນທີ 10 ເມສານີ້, ​ສະຖານີວິທະຍຸກະຈາຍສຽງແຫ່ງຊາດລາວ (ສວລ)ໄດ້ຈັດພິທີສະ ຫຼຸບຜົນງານໃນໄລຍະ ໜຶ່ງ​ປີຜ່ານມາໂດຍການເປັນປະ ທານຂອງທ່ານ ສີພາ ນົງລາດ ອຳນວຍການສະຖານີວິທະຍຸກະຈາຍສຽງແຫ່ງຊາດ, ມີ​ບັນ ດາພະນັກງານສະຖານີເຂົ້າຮ່ວມຢ່າງພ້ອມພຽງ.
          ທ່ານ ໂພສີ  ແກ້ວມະນີ ຮອງອຳນວຍການສະຖານີວິທະຍຸກະຈາຍສຽງ​ແຫ່ງ​ຊາດ ໄດ້ຂຶ້ນຜ່ານບົດສະຫຼຸບໃນ ໄລ ຍະ 1 ປີ ຜ່ານມາວ່າ:​ ເພື່ອຮັບປະກັນ ໃນການເຮັດຫລ້ອນໜ້າທີ່ການເມືອງທີ່​ພັກ​-ລັດ ມອບ​ໝາຍ​ໃຫ້​ມີ​ປະສິດທິ​ຜົນ ແລະ ປະຕິບັດ​ວຽກ​ງານວິຊາສະເພາະດ້ວຍ ຄຸນນະພາບດີ, ​ແມ່ນ​ໄດ້ມີການປັບປຸງພື້ນຖານເຕັກນິກ, ປັບປຸງລາຍການ ພາກຂ່າວ, ລາຍການເປົ້າໝາຍຕ່າງໆໃຫ້ສອດຄ່ອງ ແລະ ສາມາດຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງ ຜູ້ຟັງໄດ້ດີ. ທີ່ສຳຄັນແມ່ນສາມາດຂຸດຄົ້ນຊອກຫາແຫຼ່ງລາຍຮັບເພື່ອກຸ້ມຕົນເອງດ້ານລາຍຈ່າຍແນ່ໃສ່ຫຼຸດຜ່ອນງົບປະ ມານຂອງລັດ. ໃນນີ້ ພະແນກຂ່າວ ແລະ ບົດໄດ້ປະຕິບັດໜ້າທີ່ວິຊາສະເພາະຕາມພາລະບົດບາດຂອງຕົນຄື: ຂ່າວພາຍ ໃນຜະລິດໄດ້ທັງໝົດ
20.250 ຂ່າວ, ຂ່າວສຽງ ມີ 2.778 ຂ່າວ, ຂ່າວຕ່າງປະເທດມີ 3.440 ຂ່າວ ແລະ ບົດຕ່າງໆ ມີ 890 ບົດ, ວຽກງານຖ່າຍ ທອດສຽງ ແລະ ເຄື່ອງຂະຫຍາຍສຽງ ແມ່ນຖ່າຍທອດກອງປະຊຸມຕ່າງໆ 16 ຄັ້ງ, ອອກ ຫວຍ ພັດທະນາ 104 ຄັ້ງ, ຕິດຕັ້ງເຄື່ອງຂະຫຍາຍສຽງ 9 ຄັ້ງ ແລະ ກວດກາບຳລຸງຮັກສາເຄື່ອງຂະ ຫຍາຍສຽງ 16 ຄັ້ງ. ອັດ ລາຍການພາກຂ່າວພາສ າຕ່າງປະເທດໄດ້ 3.610 ຊົ່ວໂມງ, ພາກຂ່າວ ທົ່ວໄປໄດ້3.090 ຊົ່ວໂມງ, ວັດທະນະທຳສັງຄົມ 4.050 ຊົ່ວໂມງ, ມ່ວນຊື່ນ ຕ່າງໆໄດ້ 2.430 ຊົ່ວໂມງ, ເປົ້າໝາຍຕ່າງໆໄດ້ 840 ຊົ່ວໂມງ, ພາສາກຶມມຸໄດ້ 135 ຊົ່ວ ໂມງ, ວຽກງານເຄື່ອງສົ່ງລະບົບເອັຟ ເອັມ ມີທັງໝົດ 4 ຄື້ນ ຄວາມຖີ່ຄື FM 103,7 Mhz ກະຈາຍມື້ລະ 17 ຊົ່ວໂມງ, FM 97,3 Mhz ກະຈາຍມື້ລະ 18 ຊົ່ວໂມງ, MF 96,00 Mhz  ກະຈາຍມື້ລະ 24 ຊົ່ວໂມງ, FM 100,5 Mhz ກະຈາຍມື້ລະ 24 ຊົ່ວໂມງ.
          ຄຽງຄູ່ກັບຜົນສຳເລັດດັ່ງກ່າວກໍເຫັນວ່າມີຈຸດອ່ອນ ແລະ ຂໍ້ຄົງຄ້າງທີຈະໄດ້ສຶບຕໍ່ປັບປຸງແກ້ໄຂ ໃນຕໍ່ໜ້ານີ້ແມ່ນ ຕ້ອງສຶກສາອົບຮົມການ​ເມືອງແນວຄິດ, ເຮັດໃຫ້ພະນັກງານມີທັດສະນະຫຼັກໝັນທີ່ໜັກແໜ້ນ, ມີຄຸນສົມບັດປະຕິວັດ, ຄວາມເປັນເອກະພາບກັບແນວທາງນະໂຍບາຍຂອງພັກ, ສຶບຕໍ່ປັບປຸງເນື້ອໃນ ແລະ ຮູບແບບຂ່າວ ແລະ ລາຍການໃຫ້ ມີຄຸນນະພາບດີ, ສ່ອງແສງຂໍ້ມູນຂ່າວສານ ແລະ ເຫດການໃຫ້ວ່ອງໄວ, ຈະ​ແຈ້ງ, ກວ້າງຂວາງ, ປຸກລະດົມທົ່ວສັງຄົມ ມີສ່ວນຮ່ວມໃນການໃຫ້ຂໍ້ມູນຂ່າວສານໃຫ້ມີປະສິດທິຜົນກວ່າເກົ່າ, ຍູ້ແຮງການສ້າງບາດກ້າວບຸກທະລຸຕໍ່ການພັດທະ ນາພື້ນຖານເຕັກນິກ ແລະ ບຸກຂະລາກອນໃຫ້ມີຄຸນນະພາບສູງຂຶ້ນ, ເສີມຂະຫຍາຍການຮ່ວມມືຊ່ວຍເຫຼືອຕ່າງໆ, ຂຸດຄົ້ນຊອກຫາແຫຼ່ງລາຍຮັບເພື່ອກຸ້ມຕົນເອງຕາມທິດຊີ້ນຳຂອງຂັ້ນເທິງແຕ່ລະບາດກ້າວ, ສຶບຕໍ່ປັບປຸງພາລະບົດບາດ, ການຈັດຕັ້ງ ແລະ ການເຄື່ອນໄຫວຂອງແຕ່ລະພະແນກຕິດຕາມການເຄື່ອນໄຫວກັບໜ້າທີ່ການເມືອງທີ່ຖືກມອບໝາຍ ແລະ ອື່ນໆດ້ວຍ​ຄວາມ​ຮັບຜິດຊອບ​ສູງ​ກວ່າ​ເກົ່າ.

No comments:

Post a Comment