Ad

Ad

1 April 2015

ສະຫລອງບຸນປີໃໝ່ປີນີ້ ນະຄອນຫລວງ ຮຽກຮ້ອງ​ໃຫ້​ຮັກສາຮີດຄອງປະເພນີ ​ແລະ ຄວາມ​ເປັນ​ລະບຽບ​ປອດ​ໄພ



     ໃນວັນທີ 31 ມີນານີ້, ທ່ານ ສາຍທອງ ແກ້ວດວງດີ ຮອງເຈົ້າຄອງນະ ຄອນ ຫລວງວຽງຈັນ, ຫົວໜ້າຄະນະຮັບຜິດ ຊອບຈັດງານບຸນປີໃໝ່ລາວປີ 2015, ໄດ້ຖະ ແຫລງຂ່າວກ່ຽວກັບການຮັກສາຄວາມເປັນລະບຽບຮຽບຮ້ອຍໃນການຈັດງານບຸນ ປີໃໝ່ປະຈຳປີ 2015 ຂຶ້ນຢູ່ຫ້ອງວ່າການນະຄອນຫລວງວຽງຈັນ, ໂດຍມີບັນດາສື່ມວນ ຊົນເຂົ້າຮ່ວມຢ່າງຫລວງຫລາຍ.
     ທ່ານຮອງເຈົ້າຄອງໄດ້ຖະແຫລງວ່າ: ເພື່ອເປັນການປົກປັກຮັກສາ ແລະ ເສີມຂະ ຫຍາຍມູນເຊື້ອວັດທະນະທຳ, ຮີດ ຄອງປະເພນີອັນດີງາມຂອງຊາດລາວເຮົາທີ່ສືບທອດ ກັນມາແຕ່ບູຮານນະການ, ໂດຍສະເພາະງານບຸນປີໃໝ່ລາວໃຫ້ຢູ່ຄຽງຄູ່ກັບຄົນລາວ ຕະຫລອດໄປ; ຮັບປະກັນການສົ່ງເສີມ ແລະ ປົກປັກຮັກສາຮີດຄອງປະເພນີອັນດີງາມ, ຕິດພັນກັບການຜະລິດເປັນສິນຄ້າ, ການທ່ອງທ່ຽວວັດທະນະທຳ, ທຳມະຊາດ ແລະ ປະຫວັດສາດ; ຮັບປະກັນສະຖຽນລະພາບທາງດ້ານການເມືອງ, ຄວາມ ປັນລະບຽບຮຽບຮ້ອຍ ແລະ ຄວາມສະຫງົບປອດໄພຮອບດ້ານ, ທັງຮັບປະກັນໃຫ້ມີບັນຍາກາດເບີກ ບານມ່ວນຊື່ນ, ສະອາດ, ຈົບງາມເພື່ອຕ້ອນຮັບນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດທີ່ຈະເຂົ້າມາທ່ອງທ່ຽວນະຄອນຫລວງວຽງຈັນ.
ຄຽງຄູ່ກັນນີ້ ກໍຮຽກຮ້ອງໃຫ້ແມ່ຍິງ, ໂດຍສະເພາະໄວໜຸ່ມທີ່ມັກນຸ່ງສົ້ງຂາສັ້ນ, ເສື້ອຜ້າບາງໆ, ຄວນນຸ່ງຖືໃຫ້ເໜມາະສົມ, ​ໂດຍສະເພາະການນຸ່ງຖືເຂົ້າໄປໃນວັດວາອາຣາມ ແລະ ສະຖານທີ່ສັກສິດຕ່າງໆ ຄວນນຸ່ງສິ້ນຕາມຮີດຄອງປະເພນີ ທີ່ເຄີຍປະ ຕິບັດມາແຕ່ບູຮານ.
     ນອກຈາກນີ້ ທ່ານເຈົ້າຄອງຍັງໄດ້ອອກຂໍ້ຫ້າມຂອງການຫລີ້ນບຸນ ປີໃໝ່ປີ 2015 ດັ່ງນີ້: ຫ້າມດື່ມສິ່ງມືນເມົາແລ້ວຂັບ ຂີ່ລົດ, ຫ້າມຂາຍສິນຄ້າ ແລະ ອຸປະກອນທີ່ກໍໃຫ້ເກີດສຽງແຕກທຸກປະເພດ, ບໍ່ໃຫ້ຈຸດໝາກກະໂພກ, ບັ້ງໄຟດອກທຸກຊະ ນິດ, ບໍ່ໃຫ້ ເອົານ້ຳກ້ອນແກວ່ງໃສ່ລົດ, ໃສ່ຄົນສັນຈອນໄປມາ, ບໍ່ໃຫ້ໃຊ້ນ້ຳສີ, ນ້ຳຄັນຄາຍ ແລະ ນ້ຳເປີະເປື້ອນຫົດສົງເຊິ່ງກັນ ແລະ ກັນ ແລະ ບໍ່ໃຫ້ນຸ່ງເຄື່ອງໂປ້ເປືອຍ, ຍົ້ວຍວນ ແລະ ການກະທຳລາມົກອະນາຈານໃນເຂດວັດ ແລະ ສະຖານທີ່ຊຸມຊົນອື່ນໆ ຫາກມີການລະເມີດຈະໄດ້ໃຫ້ເຈົ້າໜ້າທີ່ດຳເນີນຕາມລະບຽບຢ່າງເຂັ້ມງວດ ແລະ ພິເສດໃນປີນີ້ ຈະມີການປະກວດນາງສາວນະຄອນຫລວງ, ກິດຈະກຳປະຕິມະກຳຊາຍທີ່ຫາດດອນຈັນ, ເມືອງຈັນທະບູລີ, ໂດຍມີຫລາຍປະເທດເຂົ້າຮ່ວມ, ການແຂ່ງຂັນກິລາຫາດຊາຍ, ການຕົບພະທາດຊາຍ ແລະ ການຄົບງັນມ່ວນຊື່ນ ຕ່າງໆຕາມຮີດຄອງປະເພນີ.

No comments:

Post a Comment