Ad

Ad

1 April 2015

ແລກປ່ຽນ​ບົດຮຽນ​​ວຽກສະຖິຕິຫັນເປັນ​ທັນ​ສະ​ໄໝເພື່ອເຊື່ອມ​ໂຍງສາກົນ



ສູນສະຖິຕິແຫ່ງຊາດ, ກະຊວງແຜນການ ແລະ ການລົງທຶນ, ໄດ້ຈັດກອງ ປະຊຸມ​ແລກປ່ຽນ​ບົດຮຽນ​ກ່ຽວ​ກັບ​ການ​ຫັນ​ເປັນ​ທັນ​ສະ​ໄໝການ​ຜະລິດ​ສະຖິຕິ​ທາງ​ການ​ໃນ​ຍຸກ​ການ​ເຊື່ອມ​ໂຍງ​ພາກ​ພື້ນ ​ແລະ ສາກົນ, ໃນວັນທີ 31 ມີນາ 2015 ນີ້ ທີ່ຫໍປະຊຸມແຫ່ງຊາດ ນະຄອນຫລວງວຽງຈັນ ໂດຍມີທ່ານ ດຣ. ​ບຸນ​ປອນ ບຸດ​ຕະ​ນະ​ວົງ ຮອງ​ນາຍົກ­ລັດ­ຖະມົນ­ຕີ, ຜູ້​ຊີ້​ນຳ​ວຽກ​ງານ​ເສດ­ຖະ­ກິດ​ມະ­ຫາ​ພາກ ແລະ ບໍ­ລິ­ການ, ມີບັນ­ດາ​​ລັດຖະມົນ­ຕີ​ ແລະ ​ຄູ່​ຮ່ວມ​ພັດທະນາປະຈຳ​ລາວເຂົ້າຮ່ວມເປັນ ຈໍານວນຫລາຍ, ເພື່ອຮັບຟັງການສະເໜີກ່ຽວກັບໝາກຜົນທີ່ໄດ້ຮັບ ​ແລະ ຂໍ້ຄົງຄ້າງໃນໄລຍະການປະຕິບັດຍຸດທະສາດການພັດທະນາລະບົບສະຖິຕິແຫ່ງຊາດແຕ່2010-2020, ແລກປ່ຽນປະສົບການ ກ່ຽວກັບການສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບສະຖິຕິ, ການສ້າງຄວາມອາດສາມາດດ້ານສະຖິຕິສຳລັບໄວໜຸ່ມ, ຄວາມຮຽກ ຮ້ອງຕ້ອງການຂອງພາກພື້ນ ແລະ ສາກົນ, ການຫັນສະຖິຕິທີ່ເປັນທາງການໃຫ້ທັນສະໄໝ. ນອກນັ້ນຍັງໄດ້ແລກປ່ຽນບົດຮຽນນຳຜູ້ຊ່ຽວຊານຈາກຕ່າງປະເທດທີ່ມີປະສົບ​ການດ້ານສະຖິຕິ, ເພື່ອແນໃສ່​ການ​ປັບ­ປຸງຄຸນນະ ພາບການຜະລິດ, ການ​ເຂົ້າ​ເຖິງຂໍ້ມູນ ແລະ ເຜີຍແຜ່ຂໍ້ມູນສະຖິຕິທາງການໃຫ້ມີປະສິດທິພາບ, ເປັນບ່ອນອີງໃນການປະເມີນ ວຽກງານ ແລະ ການ​ແກ້​ໄຂ​ບັນ­ຫາ​ຄວາມ­ທຸກ​ຍາກ.

ທ່ານ ດຣ ​ບຸນ​ປອນ ບຸດ​ຕະ​ນະ​ວົງ ກ່າວ່າ: ກອງປະຊຸມຄັ້ງນີ້ແນໃສ່ເຮັດໃຫ້ຜູ້ບໍລິຫານລະດັບສູງຈາກບັນດາກະ ຊວງ, ອົງການມີຄວາມເຂົ້າໃຈແຈ້ງກ່ຽວກັບວຽກງານສະຖິຕິເພື່ອຈະຊີ້ນຳ-ນຳພາການພັດທະນາວຽກງານຂອງລະບົບສະຖິຕິແຫ່ງຊາດເວົ້າລວມ, ເວົ້າສະເພາະແມ່ນວຽກງານສະຖິຕິໃນຂະແໜງການໃຫ້ນັບມື້ທຽບທັນກັບມາດຕະຖານສາກົນເທື່ອລະກ້າວໃນການຜະລິດ ແລະ ເຜີຍແຜ່ຂໍ້ມູນສະຖິຕິ, ຮູ້ໄດ້ເຖິງວິທີທີ່ຈະປັບປຸງຄຸນນະພາບການຜະລິດຂໍ້ມູນ, ການເຜີຍແຜ່ ແລະ ການປະສານສົມທົບ ເພື່ອໃຫ້ໄດ້ຕາມມາດຕະຖານ ແລະ ຄຸນນະພາບ ຕາມຍຸດທະສາດພັດທະນາລະບົບສະຖິຕິແຫ່ງຊາດ, ເຊິ່ງລັດຖະບານໄດ້​ໃຫ້​ຄວາມ​ສຳຄັນ ​ແລະ ເອົາໃຈໃສ່ໃຫ້ການສະໜັບສະໜູນ​ໃນ​ການຈັດ​ຕັ້ງ​ຜັນ​ຂະຫຍາຍ​ກົດໝາຍ​ວ່າ​ດ້ວຍ​ສະຖິຕິ ​ແລະ ຍຸດທະສາດການພັດທະນາລະບົບສະຖິຕິແຫ່ງຊາດ 2010-2020 ດ້ວຍ​ການ​ຍົກ​ພາລະ​ບົດບາດ​ການຈັດ​ຕັ້ງ​ສະຖິຕິ​ແຕ່ລະ​ຂັ້ນ,​ ເພີ່ມບຸກຄະລາ​ກອນ, ງົບປະມານ ​ແລະ ພື້ນຖານ​ໂຄງ​ລ່າງຕ່າງໆທັງ​ເປີດ​ກວ້າງ​ການ​ຮ່ວມ​ມື​ກັບ​ຕ່າງປະ​ເທດ, ​ເພື່ອຮອງຮັບຕໍ່ກັບຄວາມຮຽກຮ້ອງຕ້ອງການຂໍ້​ມູນ​ສະຖິຕິ​ທາງ​ການຂອງການວາງນະໂຍບາຍ, ນັກວາງແຜນ, ນັກລົງທືນທັງພາຍໃນ ແລະ ຕ່າງປະເທດ, ອົງການຈັດ​ຕັ້ງສາກົນ ໂດຍສະເພາະບັນດາຂະແໜງການຕ່າງໆໃນການຊົມໃຊ້ຂໍ້ມູນສະຖິຕິ.

No comments:

Post a Comment