Ad

Ad

9 April 2015

ໄມ້ທີ່ຈະນຳເຂົ້າໄປຕະຫຼາດເອີຣົບຕ້ອງມີແຫຼ່ງທີ່ມາແລະຖືກກົດໝາຍ



    ອີ​ຢູ​ເປັ­​ນຜູ້­ນຳ​ເຂົ້າ​ໄມ້ ​ແລະ ຜະລິດ​ຕະພັ­​ນໄມ້​ລາຍ​ໃຫຍ່​ຂອງ​ໂລກ. ​ເຖິງ​ວ່າ​ປະລິມາ­​ນໄມ້​ຂອງ​ລາວ​ທີ່​ສົ່ງ​ໄປ​ຂາຍ​ໃ­​ນ ຕະຫລາດ​ເອີຣົບ​ໂດຍ​ກົງຍັງ​ມີ​​ໜ້ອຍ, ​ແຕ່​ວັດຖຸ​ດິບ​ປະ​ເພດ​ໄມ້​ຈາກ​ລາວ​ຈຳນ­ວນ­​ຫລວງຫລາຍ​ໄດ້​ຮັບ​ກາ­​ນປຸງ​ແຕ່ງ ຢູ່​ໃ­​ນປະ​ເທດ​ໃກ້​ຄຽງ​ເຊັ່­ນ: ຫວຽດ­ນາມ ກ່ອນ­​ຈະ​ຖືກ​ສົ່ງ​ອອກ​ໄປ​ຍັງ​ຕະຫລາດ​ເອີຣົບ.
    ທ່ານ­ ມີ​ແຊນ­ ​ໂກ​ແຟງ ອຸປະ​ທູດ​ສຳນ­ັກງາ­​ນຜູ້ຕາງໜ້າ​ສະຫະພາບ​ເອີຣົບປະຈຳ​ລາວກ່າວຕໍ່ສື່ມວນຊົນລາວ ເມື່ອ ບໍ່ດົນມານີ້ວ່າ: ກົດ​ລະບຽບ​ດ້າ­​ນປ່າ​ໄມ້​ຂອງ​ອີ​ຢູ​ໄດ້ສະ​ແດງ​ອອກ​ໃຫ້ເຫັນວ່າ​ສະຫະພາບ​ເອີຣົບ​ໃຫ້​ຄວາມ​ສຳຄັ­​ນກັບ​ການ­​ປົກ​ປັກ​ຮັກສາ​ສະພາບ​ແວດ​ລ້ອມ ​ແລະ ຍິ່ງ​ໄປ​ກວ່າ​­ນັ້ນ ກໍ​ແມ່­​ນການ­​ພັດທະ­ນາ​ແບບ​ຍື­​ນຍົງ. ດັ່ງ­ນັ້ນເຖິງ​ເວລາ​ແລ້ວ​ທີ່​ທຸກ​ພາກສ່ວນ­​ໃ­​ນຂະ​ແໜງ​ກາ­​ນຜະລິດ ​ແລະ ປຸງ​ແຕ່ງ​ໄມ້​ໃນ­​ລາວ​ຈະ​ຕ້ອງ​ກຽມພ້ອມ ​ແລະ ປັບ​ໂຕ​ເຂົ້າກັບ​ການ­​ປ່ຽ­​ນແປງ​ຂອງ​ຕະຫລາດ​ທີ່​ຂັບ​ເຄື່ອນ­​ໂດຍ​ຄວາມ​ຕ້ອງກາ­​ນຂອງ​ຜູ້​ບໍລິ​ໂພ​ກ ​ແລະ ­ນິຕິ​ກຳ​ທີ່​ພວມ​ໄດ້​ຮັບ​ການ­​ພັດທະ­ນາເພື່ອຄຸ້ມຄອງ ແລະ ປົກປັກສາຮັກ ປ່າໄມ້ເພື່ອບໍ່ໃຫ້ມີການຕັດໄມ້ແບບຜິດ ກົດ ໝາຍ, ໃນໄລຍະຜ່ານມາ ການ­​ຂຸດ​ຄົ້­​ນໄມ້​ທີ່​ຜິດ​ກົດໝາຍໄດ້​ສົ່ງ​ຜົ­​ນກະທົບ​ອັ­
ນໜັກໜ່ວງ​ທາງ​ເສດຖະກິດ, ສະພາບ​ແວດ​ລ້ອມ ​ແລະ ສັງຄົມ ​ເ­ນື່ອງ​ຈາກ​ມັ­​ນກໍ່​ໃຫ້​ເກີດ​ມີ​ກາ­​ນຕັດ​ໄມ້​ທຳລາຍ​ປ່າ ​ແລະ ກາ­​ປ່ຽນ­​ແປງ ຂອງສະ ພາບດິນຟ້າອາກາດ. ດັ່ງນັ້ນອີຢູຈຶ່ງໄດ້ສ້າງກົດລະບຽບແລະນິຕິກຳຕ່າງໆຂຶ້ນມາເພື່ອປ້ອງກັນການຄ້າຂາຍ ໄມ້ຜິດກົດໝາຍ, ໂດຍສະເພາະ ແມ່ນຢູ່ບັນດາປະເທດຄູ່ຄ້າໄມ້ຂອງອີຢູ ແລະ ຜູ້ນຳເຂົ້າໄມ້ ແລະຜະ ລິດຕະພັນໄມ້, ຜູ້​ດຳ​­ເນີນທຸລະ​ກິດ​ຂຸດ​ຄົ້­ນ ​ແລະ ຄ້າຂາຍ​ໄມ້ ​ແລະ ຜະລິດ​ຕະພັ­​​ນໄມ້ໄປ​ຍັງ​ຕະຫລາດ​ເອີຣົບ ຈະຕ້ອງ ເປັນໄມ້ທີ່ຖືກກົດໝາຍ, ພ້ອມມີການຍັງຍືນ ແຫລ່ງທີ່​ມາ​ຂອງ​ໄມ້ ​ເພື່ອຮັບປະກັນວ່າເປັນໄມ້ທີ່ໄດ້ຮັບອະນຸ ຍາດໃຫ້ຄ້າຂາຍແບບຖືກກົດໝາຍ, ທັງເປັນການປ້ອງ ກັນການລັກລອບຕັດໄມ້ທຳລາຍປ່າແບບຜິດກົດໝາຍ.

No comments:

Post a Comment