Ad

Ad

3 April 2015

ລົດໂດຍສານທຸກ​ປະ​ເພດ​ຈະ​ໄດ້ກວດກາຄຸນນະພາບເຕັກນິກໃຫ້ດີ​ເພື່ອ​ຮອງ​ຮັບ​ຜູ້​ໂດຍສານ​ໄລຍະ​ປີ​ໃໝ່ລາວ



ເພື່ອ​ກະກຽມຮອງ​ຮັບ​ການ​ຂົນ​ສົ່ງ​ໂດຍສານ​ໄລຍະ​ປີ​ໃໝ່ລາວ​ ພສ 2558 ນີ້​ໃຫ້​ມີ​ຄວາມ​ຮັບປະກັນໂດຍສານ​ທຸກ​ປະ​ເພດ​ທາງ​ພາຍ​ໃນ ແລະ ຕ່າງ​ປະ​ເທດແມ່ນ ຈະຕ້ອງໄດ້ຮັບການກວດກາຄຸນນະພາບເຕັກນິກໃຫ້ດີທີ່ສຸດພາຍຫຼັງ ສັງເກດເຫັນ ວ່າ: ໃນໄລຍະຜ່ານມາລົດໂດຍສານທີ່ບໍລິການຢູ່ຕາມສາຍທາງຕ່າງໆໃນທົ່ວປະ ເທດມັກເກີດອຸປະຕິເຫດ ອາດດ້ວຍການຕຳກັນ, ພິກຂວ້ຳ, ຕີນແຕກ, ເບກແຕກ ແລະ ອື່ນໆ ຍ້ອນຍັງຂາດການກວດກາຄຸນນະພາບເຕັກນິກ ແລະ ຮ້າຍແຮງໄປ ກ່ວານັ້ນລົດ ໂດຍສານຫຼາຍຄັນທີ່ແລ່ນໃນຍາມຄໍ່າຄືນມີໄຟເຍືອງທາງພຽງເບື້ອງດຽວ, ໄຟສູງ, ໄຟຕໍ່າ, ບໍ່ຮັບປະກັນ ສົ່ງຜົນໃຫ້ເກີດອຸປະຕິເຫດເວົ້າລວມແລ້ວ ບັນຫາດັ່ງ ກ່າວແມ່ນຍ້ອນຜູ້ຂັບຂີ່ ຫຼື ເຈົ້າຂອງຜູ້ປະກອບການ ຍັງຖືເບົາບໍ່ເອົາໃຈໃສ່ໃນການກວດກາສະພາບເຕັກນິກຂອງລົດກ່ອນ ອອກເດີນທາງແຕ່ລະຄັ້ງ.
ດັ່ງນັ້ນໃນໂອກາດການຫຼິ້ນປີໃໝ່ປີນີ້ ການພັກຫຼິ້ນບຸນອາດຈະແກ່ຍາວໄປຫຼາຍວັນ ແລະ ຈະເຮັດໃຫ້ມີຜູ້ ໂດຍ ສານເດີນທາງໄປມາຫຼາຍດັ່ງນັ້ນຈຶ່ງມີຄວາມຈຳເປັນໃນການເຂັ້ມງວດກວດກາສະພາບເຕັກນິກລົດ ແລະ ສະຕິຂອງຜູ້ຂັບ ຂີ່ໃຫ້ດີໃນການປະຕິບັດລະບຽບຈະລາຈອນ ພ້ອມສັ່ງໃຫ້ບັນດາບໍລິສັດ ຂົນສົ່ງໂດຍສານເພີ່ມປະລິມານລົດ ແລະ ເພີ່ມ ຖ້ຽວໃຫ້ຫຼາຍຂຶ້ນເພື່ອອຳນວຍຄວາມສະດວກ ແລະ ຮັບປະກັນຄວາມປອດໄພຂອງຜູ້ໂດຍສານ, ພ້ອມກັນໄດ້ສະຫຼອງ ສົງການປີໃໝ່ລາວປີ ນີ້ດ້ວຍບັນຍາກາດເບີກບານມ່ວນຊື່ນ ປາສະຈາກອຸປະຕິເຫດຕ່າງໆທີ່ຈະເກີດຂຶ້ນ.

No comments:

Post a Comment