Ad

Ad

3 April 2015

ຂະແໜງພະລັງງານ ແລະ ບໍ່ແຮ່ ມີບົດບາດສຳຄັນໃນການພັດທະນາ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນ



ທ່ານ ຄຳມະນີ ອິນທິລາດ ລັດຖະມົນຕີຊ່ວຍວ່າການກະຊວງພະລັງານ ແລະ ບໍ່ແຮ່ ໄດ້ໃຫ້ສຳພາດຕໍ່ນັກຂ່າວ ພວກເຮົາເນື່ອງໃນໂອກາດສະຫລອງວັນ ສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 60 ປີ(22 ມີນາ 1955-22 ມີນາ 2015) ວ່າ: ພາຍຫລັງພັກເຮົາໄດ້ຮັບການສ້າງຕັ້ງຂຶ້ນໄດ້ພຽງ 20 ປີ, ກໍສາມາດ ນຳພາປະຊາຊົນບັນດາເຜົ່າປົດປ່ອຍປະ ເທດຊາດໄດ້ຢ່າງສົມບູນໃນປີ 1975, ເຊິ່ງໃນໄລຍະປົດປ່ອຍໃໝ່ໆນັ້ນ, ປະຊາ ຊົນລາວສ່ວນຫລາຍແມ່ນຍັງຕົກຢູ່ໃນ ຄວາມຫຍຸ້ງຍາກລຳບາກ, ແຕ່ພັກເຮົາກໍໄດ້ພະຍາຍາມເພື່ອແກ້ໄຂຄວາມຫຍຸ້ງຍາກ ດັ່ງກ່າວດ້ວຍການວາງແນວທາງນະ ໂຍບາຍຮຳບາດແຜສົງຄາມ, ດຳເນີນສອງໜ້າທີ່ຍຸດທະສາດຄື: ປົກປັກຮັກສາ ແລະ ພັດທະນາປະເທດຊາດເປັນແຕ່ລະ ໄລຍະມາຢ່າງມີຜົນສຳເລັດ.

      ລັດຖະມົນຕີຊ່ວຍກະຊວງພະລັງງານ ແລະ ບໍ່ແຮ່ ກ່າວວ່າ: ສະເພາະໃນຂະແໜງໄຟຟ້າ, ພັກກໍໄດ້ວາງແນວທາງ ນະໂຍບາຍເພື່ອບຸກບືນສູ້ຊົນພັດທະນາໄຟຟ້າໃຫ້ເຕີບໃຫຍ່ຂະຫຍາຍຕົວໃນແຕ່ລະໄລຍະເຊັ່ນດຽວກັນ, ເຊິ່ງເມື່ອກ່ອນ ປະເທດເຮົາແມ່ນມີແຫລ່ງຜະລິດພະລັງງານໄຟຟ້າພຽງບໍ່ເທົ່າໃດແຫ່ງເຊັ່ນ: ເຂື່ອນໄຟຟ້ານ້ຳງື່ມ1, ມີກຳລັງຕິດຕັ້ງ 30 ເມກາວັດ, ເຂື່ອນໄຟຟ້ານ້ຳດົງແຂວງຫລວງພະບາງ, ມີກຳລັງຕິດຕັ້ງ 1,2 ເມກາວັດ ແລະ ເຂື່ອນໄຟຟ້າເຊລະບຳຢູ່ແຂວງ ຈຳປາສັກ, ມີກຳລັງຕິດຕັ້ງພຽງ 1 ເມກາວັດ, ເຊິ່ງບໍ່ສາມາດສະໜອງໄຟຟ້າໄດ້ຢ່າງກວ້າງຂວາງ, ເວລານັ້ນມີປະຊາຊົນລາວ ທີ່ໄດ້ຊົມໃຊ້ໄຟຟ້າສະເລ່ຍພຽງແຕ່ 19 ພັນກວ່າຄອບຄົວ, ແຕ່ຍ້ອນແນວທາງອັນສະຫລາດສ່ອງໃສ ແລະ ຄວາມເປັນ ຫວ່ງເປັນໄຍຂອງພັກມີຕໍ່ປະເທດຊາດ ແລະ ປະຊາຊົນ, ໂດຍສະເພາະແມ່ນເລັ່ງໃຫ້ປະຊາຊົນຫລຸດພົ້ນອອກຈາກ ຄວາມທຸກຍາກ ແລະ ຄວາມດ້ວຍພັດທະນາ, ພັກ ແລະ ລັດຈຶ່ງກຳນົດເອົາການພັດທະນາຂະແໜງພະລັງງານ ແລະ ບໍ່ແຮ່ ເປັນບູລິມະສິດ ແລະ ທ່າແຮງສຳຄັນໃນການສ້າງຄວາມເຂັ້ມແຂງຮັ່ງມີໃຫ້ແກ່ປະເທດຊາດ, ແນໃສ່ແກ້ໄຂຄວາມ
ທຸກຍາກ ແລະ ກ້າວສູ່ການປັບປຸງຍົກສູງລະດັບຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າດີຂື້ນເທື່ອລະກ້າວ ແລະ ເພື່ອ ຕອບສະໜອງຄວາມມຸ້ງຫວັງດັ່ງກ່າວ, ຂະແໜງການໄຟຟ້າ ແລະ ບໍ່ແຮ່ ຈຶ່ງໄດ້ເອົາໃຈໃສ່ຜັນຂະຫຍາຍ ແລະ ການກຳນົດ ນະໂຍບາຍທີ່ສອດຄ່ອງ ແລະ ເໝາະສົມເພື່ອດຶງດູດເອົາການລົງທຶນຈາກຕ່າງປະເທດສົມທົບກັບທ່າແຮງທີ່ພວກເຮົາມີ ແລະ ຜ່ານການຈັດຕັ້ງປະຕິບັດວຽກງານຕົວຈິງມາຮອດປັດຈຸບັນນີ້ເຫັນວ່າພວກເຮົາມີແຫລ່ງ ຜະລິດພະລັງານໄຟຟ້າທັງ ໝົດ 29 ແຫ່ງ, ມີກຳລັງການຕິດຕັ້ງຫລາຍເຖິງ 3.328 ເມກາວັດ, ໃນແຕ່ລະປີສາມາດຜະລິດກະແສໄຟຟ້າໄດ້ຫລາຍ ກວ່າ 16.140 ລ້ານກິໂລວັດໂມງ, ສາມາດຕອບສະໜອງພະລັງງານໄຟຟ້າໃຫ້ຄອບຄົວປະຊາຊົນໄດ້ຊົມໃຊ້ຮອດປີ 2010 ບັນລຸ 70% ແຕ່ປະຕິບັດຕົວຈິງໄດ້ 72% ແລະ ຮອດປີ 2015 ໃຫ້ບັນລຸ 80% ແຕ່ປະຕິບັດໄດ້ 88%, ເຊິ່ງກວມເອົາ 82% ຂອງຈຳນວນບ້ານທັງໝົດ ແລະ 141 ຕົວເມືອງໃນທົ່ວປະເທດ ແລະ ໃນປີ 2015 ນີ້, ພວກເຮົາກໍຈະມີແຫລ່ງຜະ ລິດພະລັງງານເພີ່ມຂຶ້ນອີກ 7 ແຫ່ງ, ມີກຳລັງການຕິດຕັ້ງທັງໝົດ 2.426 ເມກາວັດ ແລະ ສາມາດຜະລິດກະແສໄຟຟ້າ ໄດ້ຫລາຍກວ່າ 14.100 ລ້ານກິໂລວັດໂມງຕໍ່ປີ, ຈາກຈຸດນີ້ເຫັນວ່າການພັດທະນາໄຟຟ້າຂອງປະເທດເຮົາມີບາດກ້າວກະ ໂດດຂັ້ນແບບບໍ່ເຄີຍມີມາກ່ອນ ແລະ ເປັນຜົນສຳເລັດອັນໃຫຍ່ຫລວງຂອງຂະແໜງໄຟຟ້າ. ສຳລັບຂະແໜງບໍ່ແຮ່, ກໍມີ ການພັດທະນາກ້າວຂຶ້ນເປັນລຳດັບ, ຖ້າທຽບກັບເມື່ອກ່ອນພວກເຮົາມີພຽງການຂຸດຄົ້ນບໍ່ກົ່ວໂພນຕີ້ວຢູ່ແຂວງຄຳມ່ວນ, ແຕ່ມາຮອດປັດຈຸບັນ, ມີປະມານ 72 ບໍລິສັດ,115 ກິດຈະການທີ່ໄດ້ເຂົ້າມາພັດທະນາຂຸດຄົ້ນບັນດາແຮ່ທາດຕ່າງໆ ຢູ່ປະ ເທດເຮົາ ແລະ ສ້າງລາຍຮັບໃນແຕ່ລະປີສະເລ່ຍບັນລຸໄດ້ຫລາຍກວ່າ 13.900 ຕື້ກີບ, ຊຶ່ງກວມເອົາປະມານ 12% ຂອງ ລວມຍອດຜະລິດຕະພັນພາຍໃນ(GDP) ແລະ ສຳລັບແຜນພັດທະນາໃນຂະແໜງພະລັງງານ ແລະ ບໍ່ແຮ່ໃນຕໍ່ໜ້ານີ້ ແມ່ນຈະໃຫ້ກວ້າງຂວາງແຂງແຮງກວ່າເກົ່າ, ສະເພາະຂະແໜງພະລັງງານຈະມີໂຄງການທີ່ພວມກໍ່ສ້າງ ແລະ ກຽມລົງມື ປະມານ 45 ແຫ່ງ, ມີກຳລັງການ
ຕິດຕັ້ງຫລາຍກວ່າ 6 ພັນເມກາວັດ ແລະ ຮອດປີ 2020 ກຳລັງການຕິດຕັ້ງຈະຮອດ 10 ພັນເມກາວັດ, ເຊິ່ງຈະສາມາດ ຕອບສະໜອງຄວາມຕ້ອງການປັດ​ໄຈພື້ນຖານຂອງສັງຄົມກໍຄືການຊົມໃຊ້ໄຟຟ້າເຂົ້າໃນການດຳລົງຊີວິດ, ການຜະລິດກະ ສິກຳ, ການປຸງແຕ່ງສີນຄ້າຂອງປະຊາຊົນໄດ້ຢ່າງພຽງພໍໃຫ້ແກ່ການຫັນປະເທດພວກເຮົາໄປສູ່ອຸດສະຫະກຳ ແລະ ທັນສະ ໄໝ, ທັງເປັນທ່າແຮງຕົ້ນຕໍ່ປະກອບສ່ວນສຳຄັນເຂົ້າໃນການພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກຂອງປະ ຊາຊົນ, ນຳເອົາປະເທດຊາດຂອງພວກເຮົາຫລຸດພົ້ນອອກຈາກຄວາມດ້ວຍພັດທະນາຕາມເປົ້າໝາຍທີ່ພັກ ແລະ ລັດຖະ ບານວາງໄວ້.

No comments:

Post a Comment